ມົດສົ້ມ ຫຼື ມົດແດງ / The Weaver Ants

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Oecophylla smaragdina (Fabricius, 1775) / Formicidae
ຊື່ພ້ອງ
ຊື່ອື່ນ
green ant, green tree ant ແລະ orange gaster
Thai: ມົດແດງ
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ມົດສົ້ມເປັນແມງໄມ້ທີຢູ່ນໍາກັນເປັນສັງຄົມ (ໂຕລາຊານີ ຫຼື (ນາງພະຍາ, ແມ່ເປັງ), ມົດທະຫານ ແລະ ມົດກຳມະກອນ) ຄ້າຍກັບພວກປວກ ຊຶ່ງຈະມີໂຕລາຊານີເປັນໂຕຄວບຄຸມປະຊາກອນໃນການວາງໄຂ່, ຈັດລະບຽບປະຊາກອນໃນຮັ່ງຕາມໜ້າທີ່ໃຜລາວ. ຮ່າງກາຍຂອງມົດສົ້ມແບ່ງອອກເປັນ 3 ສ່ວນ (ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ). ຮ່າງກ່າຍຂອງໂຕລາຊານີຈະມີຂະໜາດໃຫຍ່ ປະມານ 20-25 ມມ, ເປັນສີຂຽວອ່ອນປົ່ນສີນໍ້າຕານ, ລໍາໂຕມີປີກ. ມົດທະຫານ ຮ່າງກ່າຍເປັນສີສົ້ມ ມີແຂ້ວກ້າມຂະໜາດໃຫຍ່, ຂາຄ່ອນຂ້າງຍາວ, ຮ່າງກ່າຍຂະໜາດ 8-10 ມມ ຊຶ່ງມີໜ້າທີໃນການສ້າງຮັ່ງ ແລະ ຊອກຫາອາຫານ. ມົດກໍາມະກອນ ຮ່າງກາຍຂະໜາດ 5-6 ມມ, ຮ່າງກາຍເປັນສີສົ້ມເຂັ້ມ ລໍາໂຕສັ້ນ. ລັກສະນະໜວດ: 1 ຄູ່ ເປັນແບບຄໍສອກ (Geniculate), ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ສໍາລັບໂຕລາຊານີມີປີກ 2 ຄູ່ ເປັນແບບປີກໃສ (Membrane), ສໍາລັບມົດທະຫານ ແລະ ມົດກໍາມະກອນແມ່ນບໍ່ມີປີກ. ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs), ລັກສະນະຕາ: ຕາລວມຂະໜາດໃຫຍ່ 1 ຄູ່, ແຫຼ່ງທີ່ພົບ: ສາມາດພົບໄດ້ທົ່ວໄປຕາມຕົ້ນໄມ້ຕ່າງໆເຊັ່ນ: ຕົ້ນໝາກມ່ວງ, ຕົ້ນຫູກວາງ ແລະ ຕົ້ນໄມ້ຊະນິດຕ່າງໆ. ອາຫານຂອງມົດສົ້ມ: ເພ້ຍຊະນິດຕ່າງໆ, ແມງໄມ້ຊະນິດຕ່າງໆ....ແລະ ຊາກສັດທີ່ຕາຍແລ້ວ. 

ບັນຍາຍການນຳໃຊ້

ໄຂ່ມົດແດງເປັນໄຂ່ມົດທີ່ມີຄວາມນິຍົມໃນລາວເຮົາ, ໂດຍສະເພາະໃນທ້ອງຖີ່ນ ແລະ ພົບເຫັນຂາຍຕາມຕະຫຼາດທົ່ວໄປ. ລາຄາໄຂ່ມົດສົ້ມໃນທ້ອງຕະຫຼາດປະມານ 35,000-50,000 ກີບ/ກິໂລກຼາມ. ມັກເຮັດກ້ອຍໄຂ່ມົດແດງ, ແກງໃສ່ປາ.

ການສຶບພັນ ແລະ ວົງຈອນຊີວິດ

ໄລຍະໄຂ່ (Eggs): ໂຕນາງພະຍາ 1 ໂຕ ຈະວ່າງໄຂ່ປະມານ 100-500 ໜ່ວຍ. ໄຂ່ມີລັກສະນະສີຂາວຂຸ້ນ ເປັນຮູບຮີ ວາງເປັນກຸ່ມພາຍໃນຮັ່ງ, ໄຂ່ທີ່ໄດ້ຮັບການປະຕິສົນທິຈະຂະຫຍາຍມາເປັນນາງພະຍາ ຫຼື ມົດທະຫານ, ມົດກຳມະກອນ ແຕ່ສ່ວນໄຂ່ທີ່ບໍ່ໄດ້ຮັບການປະຕິສົນທິຈະກາຍມາເປັນໂຕຜູ້ທັງໝົດ.
ໄລຍະເປັນດ້ວງ (Larva):  ລັກສະນະສີຂາວຂຸ້ນ ບໍ່ມີຂາ ຫົວແຫຼມກົ້ນແປ ທີ່ເຮົາເອີ້ນກັນວ່າ: ໂຕບົ້ງ. ໃນນີ້ໂຕອ່ອນຂອງມົດທະຫານ ແລະ ໂຕຜູ້ ຈະມີຂະໜາດນ້ອຍກວ່າໄຂ່ທີ່ຈະກາຍເປັນໂຕນາງພະຍາ. ໃນຮອບໜຶ່ງປີຈະມີດ້ວງນາງພະຍາພຽງລະດູດຽວ ຄື ລະດູແລ້ງ ລະຫວ່າງເດືອນ ເມສາ-ມີຖຸນາ.
ໄລຍະດັກແດ້ (Pupa): ລັກສະນະສີຂາວຂຸ້ນ ມີຂາ ແລະ ປີກຍືດອອກມາຈາກລໍາໂຕ, ໄລຍະນີ້ເອີ້ນວ່າ: ໄລຍະທີ່ເປັນໂຕນາງ. ຊຶ່ງໄລຍະນີ້ເປັນໄລຍະທີມີການແບ່ງຊັ້ນໃນສັງຄົມຂອງມົດສົ້ມຄື: ກ່າຍມາເປັນໂຕນາງພະຍາ ແລະ ກາຍມາເປັນມົດທະຫານ ແລະ ກຳມະກອນ.
ໄລຍະສືບພັນ (Reproduction): ຈະປະກອບດ້ວຍໂຕນາງພະຍາ ຫຼື ແມ່ເປັງ ເຮັດໜ້າທີວາງໄຂ່ ແລະ ມົດທີ່ເປັນເພດຜູ້ທີ່ມີຮ່າງກ່າຍຂະໜາດນ້ອຍ ສີດຳ ມີປີກໃສໆ ເມືອປະສົມພັນແລ້ວຈະຕາຍ. ສ່ວນໂຕແມ່ທີ່ເປັນມົດກຳມະກອນທີ່ເປັນໝັນ ບໍ່ມີປີກ ສີສົ້ມປົນແດງແມ່ນມີ 2 ຂະໜາດທີ່ແຕກຕ່າງກັນເຊັ່ນ: ໂຕທີ່ມີຂະໜາດໃຫຍ່ (ມົດທະຫານ) ເຮັດໜ້າທີ່ສ້າງຮັ່ງ, ຫາອາຫານ ແລະ ປ້ອງກັນສັດຕູ້. ສ່ວນໂຕນ້ອຍ (ມົດກຳມະກອນ) ຈະເປັນຜູ້ເບິ່ງແຍງໂຕອ່ອນພາຍໃນຮັ່ງ.

ການປະກອບສ່ວນ