ກ້ອຍໄຂ່ມົດສົ້ມ

Andy Souvanhphukdee
ກ້ອຍໄຂ່ມົດສົ້ມເປັນໜຶ່ງໃນສຸດຍອດອາຫານພື້ນບ້ານຂອງລາວ ຈະຫາຮັບປະທານໄດ້ງ່າຍ ສະເພາະແຕ່ລະດູແລ້ງເທົ່ານັ້ນ ບໍ່ຄວນພາດ
ເຮືອນຄົວລາວ
https://www.dek-d.com/board/view/3938272/
www.dek-d.com

ສ່ວນປະສົມ

  • ໄຂ່ມົດສົ້ມ 2 ຖ້ວຍນ້ອຍ
  • ໝາກນາວ 1 ໜ່ວຍ
  • ນ້ຳປາ 1 ບ່ວງແກງ
  • ໝາກເຜັດປົ່ນ 1 ບ່ວງແກງ
  • ໝາກເຜັດດິບ 4 ໜ່ວຍ (ຊອຍ)
  • ເຂົ້າຂົ້ວ 2-3 ບ່ວງແກງ
  • ຫອມບົ່ວຊອຍ 1 ຖ້ວຍນ້ອຍ
  • ຫອມເປຊອຍ 1 ຖ້ວຍນ້ອຍ
  • ຫອມລາບ 1 ຖ້ວຍນ້ອຍ
  • ຫົວຜັກບົ່ວຊອຍ 1 ຖ້ວຍນ້ອຍ

ວິທີປຸງແຕ່ງ

  • ນຳໄຂ່ມົດ ໄປໜຶ້ງ ຫຼື ຕົ້ມ (ສາມາດນຳໄປຮັບປະທານໄດ້ ໂດຍບໍ່ຜ່ານການໜຶ້ງ ຫຼື ຕົ້ມ)
  • ໃສ່ໄຂ່ມົດ, ໝາກເຜັດດິບ, ຫົວຜັກບົ່ວ, ຫອມບົ່ວໃບ, ຫອມເປ, ຫອມລາບລົງໃນຊາມ
  • ປຸງລົດດ້ວຍນ້ຳປາ, ເຂົ້າຂົ້ວ, ໝາກນາວ ແລະໝາກເຜັດປົ່ນ
  • ຄົນສ່ວນປະສົມທຸກຢ່າງໃຫ້ເຂົ້າກັນ, ຊິມ ແລະ ເພີ່ມລົດຊາດຕາມຕ້ອງການ

ເພື່ອຄວາມແຕກຕ່າງ

  • ຈະໜຶ້ງ ຫຼື ລວກ ໄຂ່ມົດກ່ອນກໍ່ໄດ້ ຕາມຕ້ອງການ
  • ປຸງລົດຊາດໃຫ້ເຜັດ ແລະ ສົ້ມໜ້ອຍໜຶ່ງ ຈະຊ່ວຍເພີ່ມລົດຊາດໃຫ້ແຊບຫຼາຍຂຶ້ນ
ການປະກອບສ່ວນ