ເຫັດຢາງແສດ / milk cap mushroom

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Lactarius hatsudake Nobuj. Tanaka / Russulales
ຊື່ພ້ອງ
Lactarius akahatsu Nobuj. Tanaka
Lactarius hatsudake var. akahatsu (Nobuj. Tanaka) Kawam
ຊື່ອື່ນ
Thai: ເຫັດຟານສົມຟູໝົ່ນ
Eng: milk cap mushroom
Japan: Tanaka ທານາກະ
ບັນຍາຍລັກສະນະພືດສາດ

ດອກມີຂະໜາດກາງດ ກວ້າງ 40-60 ມມ, ໝວກທໍາອິດເປັນນູນ ແລ້ວກວ້າງອອກເປັນຮູບຈວຍ, ມີສີຄີມອ່ອນປົນສີບົວ ແລະ ຂຽວ, ບໍ່ຄ່ອຍເປັນແສກ, ບາງທີມີລາຍເປັນແຖວຢູ່ຂອບນອກ, ເມືອກຕອນປຽກ. ຕອນຍັງອ່ອນຂອບໝວກໂຄ້ງລົງ. ກີບລາມລົງໄປຫາກ້ານ ທໍາອິດເປັນສີດຽວກັບໝວກ, ເປັນສີຂຽວ ແລະ ສີບົວມາປົນ. ກ້າຂ້ອນຂ້າງສັ້ນ ແລະ ລຽບ, ມີສີດຽວກັບໝວກປົນຢູ່ນໍາ. ຢາງມີສີແດງເຂັ້ມຫານໍ້າຕານແດງ.
 

ບັນຍາຍການນຳໃຊ້

ຖືກຮັບຮູ້ວ່າກິນໄດ້ ແລະ ມີລົດຊາດດີ. ເປັນເຫັດທີ່ພົບໃນຊ່ວງລະດູຝົນ, ສາມາດພົບໄດ້ຕາມຕະຫຼາດທ້ອງຖີ່ນ ຫຼື ວາງຂາຍຕາມແຄມທາງໂດຍຜູ້ເກັບເຫັດເອງ. ເຫັດຊະນີດນີ້ລາຄາບໍ່ແພງປານໃດ, ແຕ່ເປັນເຫັດທີ່ຣົດຊາດຫວານ, ສາມາດນຳມາປຸງແຕ່ງເປັນອາຫານໄດ້ຫຼາຍປະເພດເຊັ່ນ: ແກງສົ້ມ, ຂົ້ວ, ຕໍ່າແຈ່ວ ແລະ ຊູບໃສ່ກັບຜັກຕ່າງໆ.

ການປະກອບສ່ວນ