ເຫັດຫອມ / Shiitake mushroom

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Lentinula edodes (Berk.) Pegler/ Omphalotaceae
ຊື່ພ້ອງ
Agaricus edodes Berk.
Armillaria edodes (Berk.) Sacc.
Armillaria edodes f. sterilis Iwade
Collybia shiitake J. Schröt., Gartenflora
Cortinellus edodes (Berk.) S. Ito & S. Imai
Cortinellus edodes f. sterilis Iwade
Cortinellus shiitake (J. Schröt.) Henn.
Lentinus edodes (Berk.) Singer
Lentinus mellianus Lohwag
Lentinus shiitake (J. Schröt.) Singer
Lentinus tonkinensis Pat
Lepiota shiitake (J. Schröt.) Nobuj. Tanaka
Mastoleucomyces edodes (Berk.) Kuntze
Tricholoma shiitake (J. Schröt.) Lloyd
ຊື່ອື່ນ
Thai: ເຫັດຫອມ
Chinese: 香菇
Japan: 椎茸 (ຊີຕາເກະ)
Eng: black mushroom, Chinese black mushroom, black forest mushroom, golden oak mushroom
ບັນຍາຍລັກສະນະພືດສາດ

ເຫັດຫອມ ເປັນຊະນິດທີ່ມີການປູກຫຼາຍ, ດອກມີຈອມສີແດງອ່ອນຫາສີແດງຊໍ້າ, ມີຂະໜາດ 15 ຊມ, ກວ້າງເຖິງ 100 ມມ, ມີເກັດສີຂາວຕິດຢູ່, ເປັນຮູບໂນນໂຄ້ງ, ມີຍອຍສີຂາວຕິດຕາມຂອບໝວກ. ກີບ ມີຫຼາຍ, ສີຂາວ ແລະ ຕິດກັບກ້ານເລັກນ້ອຍ. ກ້ານຕິດກັບໝວກຢູ່ສວນກາງ, ແຫ້ງ ມີເກັດຂາວປົກຄຸມ ແລະ ສີເຂັ້ມກວ່າທາງກ້ານ. ກິ່ນຫອມອ່ອນໆ. ລົດຊາດນຸ້ມນວນດີ.

ບັນຍາຍການນຳໃຊ້

ເຫັດຫອມ ເປັນເຫັດທີ່ມີຄົນນິຍົມກິນຫຼາຍເພາະມີປະໂຫຍດຕໍ່ສຸຂະພາບເຊັ່ນ: ຊ່ວຍກະຕຸ້ນການເຮັດວຽກຂອງລະບົບພູມຄຸ້ມກັນ, ເສີມສ້າງຄວາມແຂງແຮງຂອງກະດູກ, ລົດລະດັບຄໍເລສເຕີຣໍໃນເລືອດ. ສ່ວນຫຼາຍຈະບໍ່ຖືກບໍລິໂພກດິບ. ເຫັດຫອມຕ້ອງກອບ ແລະ ແຫ້ງ, ກ້ານຂອງມັນຫຍາບ ສະນັ້ນ ຕ້ອງໄດ້ຕັດກ້ານອອກກ່ອນນໍາໄປປຸງແຕ່ງອາຫານ. ເຫັດຫອມສາມາດນໍາໄປປຸງແຕ່ງອາຫານໄດ້ຫຼາຍປະເພດເຊັ່ນ: ນໍາມາຂົ້ວ, ແກງ.

ການປະກອບສ່ວນ