ໄມ້ໂລງເລງແດງ / Catkin Yew

ການນຳໃຊ້
ສີນຄ້າ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Amentotaxus argotaenia (Hance) Pilg. / Taxaceae
ຊື່ພ້ອງ
Amentotaxus argotaenia var. argotaenia
Amentotaxus argotaenia var. cathayensis (H.L.Li) Keng f.
Amentotaxus cathayensis H.L.Li
Cephalotaxus argotaenia (Hance) Pilg.
Nageia argotaenia (Hance) Kuntze
Nageia insignis (Hemsl.) Kuntze
Podocarpus argotaenia Hance
Podocarpus insignis Hemsl.
ຊື່ອື່ນ
Chinese: 穗花杉 [sui hua shan]
Vietnamese: Dẻ tùng, Dẻ tùng sọc trắng, Sam bông
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງເຖິງ 20 ມ ແລະ ເສັ້ນຜ່າສູນກາງ 0.5 ມ, ເຮືອນຍອດເປັນຊົງຟຸ່ມ. ຍອດ ຫຼື ງ່າມັກຈະຕັ້ງຊື້ຂຶ້ນ. ໃບມີກ້ານສັ້ນ, ສີຂຽວ, ແຜ່ນໃບຮູບຫອກ, ຮູບກ່ຽວຮຽວແຫຼມ, ຍາວ 5-10 ຊມ, ກວ້າງ 0.8-1.2 ຊມ, ໜາ, ມີເສັ້ນສີຂາວ 1-2 ມມ, ຮຽວຍາວໄປຫາຂອບໃບ. ດອກເພດຜູ້ຮູບໂຄນ, ຈັບຈຸ້ມຢູ່ມີ 8-14 ອັນ, 2-5 ຊມ, ເສັ້ນຜ່າສູນກາງ 3 ມມ. ດອກຍ່ອຍ 6-8 ອັນ. ຊໍ່ດອກແມ່ເກີດຕາມງ່າມໃບ, ກ້ານສັ້ນ, ຊໍ່ດຽວໆ, ຮູບໄຂ່, ສີແດງອ່ອນ. ແກ່ນຮູບ, ຍາວ 1.2-1.6 ຊມ, ກວ້າງ 5-7 ມມ. ດອກເມື່ອເດືອນມີນາ, ແກ່ນແກ່ເມື່ອເດືອນກຸມພາ-ເມສາ. (Averyanov et al. 2014).

ບັນຍາຍການນຳໃຊ້

ໃບ ແລະ ລຳຕົ້ນສາມາດນຳໃຊ້ສຳລັບເປັນຢາຕ້ານມະເຮັງ. ເນື້ອໄມ້ໃຊ້ສຳລັບເຮັດເຄື່ອງເຟີນິເຈີ ແລະ ປູກເປັນໄມ້ປະດັບ (Hoang et al. 2004).

ການປະກອບສ່ວນ