ເຫັດຂີ້ກະເດືອນ / Grisette Mushroom

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Amanita vaginata (Bull.) Lam. / Amanitaceae
ຊື່ພ້ອງ
Agaricus vaginatus Bull.
Amanita violacea Jacz.
Amanitopsis vaginata (Bull.) Roze
ຊື່ອື່ນ
Chinese: Zhōngwén míng huī tuō bǐng gū. [灰托柄菇.]
Thai: Het Khai Han
Eng: goose eggs mushroom
ບັນຍາຍລັກສະນະພືດສາດ

ດອກເຫັດຍາວ 4−10 ຊມ, ເສັ້ນຜ່າສູນກາງດອກ 1−5 ຊມ ແລະ ເປັນສີເທົາປົນສີນ້ຳຕານ. ໝວກເຫັດ ຮູບວົງມົນກົມ, ເມື່ອບານສຸດຈະເປັນຮູບວົງມົນ, ຄັ່ນຮົ່ມ ແລະ ລຽບ, ສີເທົາປົນສີນ້ຳຕານທາງດ້ານເທີງ. ກີບດອກສີຂາວ, ແຍກຈາກກັນ. ກ້ານດອກຮຽວຍາວ, 7−22 ຊມ, ແລະ ໜາ 1−2 ຊມ. ລາຍປີ້ນສະປໍສີຂາວ.

ບັນຍາຍການນຳໃຊ້

ເປັນເຫັດທີ່ກີນໄດ້ໃນກຸ່ມເຫັດລະໂງກ, ເປັນທີ່ນິຍົມທີ່ເຫັດແກງກັບໄຂ່ໝົດສົ້ມ ແລະ ແກງກັບເຫັດຊະນີດອື່ນໆ.

ການປະກອບສ່ວນ