ເຫັດກໍ່ແດງ / Rosy Russula
APA 6th ed. ເຫັດກໍ່ແດງ / Rosy Russula. (2019, September 9). Retrieved from https://www.phakhaolao.la/kb/0000076
MLA 8th ed. ເຫັດກໍ່ແດງ / Rosy Russula. Pha Khao Lao, 9 September 2019, https://www.phakhaolao.la/kb/0000076.
Chicago 17th ed. Pha Khao Lao. 2019. "ເຫັດກໍ່ແດງ / Rosy Russula." Published September 9, 2019. https://www.phakhaolao.la/kb/0000076.
Russula incarnata Morgan
Russula incarnata Quél.
Russula lactea Fr.
Thai: Na Deang, Nam Mak
ດອກເຫັດສູງປະມານ 15 ຊມ, ສີແດງອ່ອນ ຫຼື ສີແດງເຂັ້ມ. ໝວກເຫັດ ກວ້າງ 7−17 ຊມ, ເປັນຮູບຊົງກົມ, ນູນ ແລະ ວ້ຳກາງ, ລຽບ, ຂອບໂກ້ງລົງສັ້ນໆ (20−40% ຂອງວົງລັດສະໜີ). ເປືອກຫຸ້ມຕີນບໍ່ມີ. ກ້ານດອກຂະໜາດ 7−13 x 1.5−2.5 ຊມ, ອວບໜາ, ສີຂາວ, ມີເກັດນ້ອຍໆ ຫຼື ກ້ຽງ. ກີບ ແຍກຈາກກັນ, ຫ່າງໆ, ກວ້າງ 7−16 ຊມ, ສີຂາວ, ບາງຄັ້ງ ໂຄດໂຄ້ງໃກ້ຂອບ. ວົງແຫວນບໍ່ມີ. ລາຍພີມສະປໍສີຂາວ.
ອາຫານ: ສາມາດເຫັດໄດ້ຫຼາຍປະເພດອາຫານ, ສາມາດນຳໄປເຫັດແກງສົ້ມໃສ່ສົ້ມປ່ອຍ (Acacia sp.), ສົ້ມຕີວ (Cratoxylum formosum) ໄຂ່ໝົດແດງ, ເຫັດກໍ່ເປັນສີນລາຄາດີ, ເມື່ອເກັບມາແລ້ວລ້າງໃຫ້ສະອາດ ແລ້ວ ອົບແຫ້ງເພື່ອສົ່ງຂາຍອອກຈີນ.