ການບົວລະບັດຮັກສາສວນປູກ
ການບົວລະບັດຮັກສາສວນປູກໝາກແໜ່ງປາກຊ່ອງ ໃນປີທຳອິດແມ່ນອະນາໄມ 3 ຄັ້ງຕໍ່ປີ (ຕົ້ນລະດູຝົນ, ກາງ ແລະ ຫຼັງ) ໂດຍການກຳຈັດວັດຊະພືດ, ພວກເຄືອອອກ. ໃນປີທີສອງ, ຄວນອະນາໄມ 2 ຄັ້ງຄື: ຕົ້ນລະດູຝົນ ແລະ ຫຼັງ, ໃຫ້ຕັດພວກເຄືອໄມ້, ວັດຊະພືດ. ເລີ່ມແຕ່ປີທີ່ສາມເປັນຕົ້ນໄປແມ່ນໃຫ້ອະນາໄມປີລະຄັ້ງ, ໃນຊ່ວງເດືອນ 12, ຂໍ້ຄວນເອົາໃຈໃສ່, ບໍ່ໃຫ້ອະນາໄມ້ຊ່ວງໝາກແໜ່ງເປັນດອກ ແລະ ເປັນໝາກ ເພາະປີທີ່ສາມໝາກແໜ່ງຈະເລີ່ມອອກດອກ ແລະ ເປັນໝາກ ການຕັດສາງຕົ້ນໝາກແໜ່ງ ຄວນເຮັດປີລະຄັ້ງ ແມ່ນມີຜົນຕໍ່ການຈະເລີນເຕີບໂຕ ແລະ ການເກີດໜໍ່ໃໝ່ຈຳນວນຫຼາຍ ເຊິ່ງສາມາດເຮັດໄດ້ດ້ວຍການຕັດຊັກລົງດິນ (ແຕ່ບໍ່ດຶງລົງຈຳດິນ), ຖ້າຫາກດຶງລົງ ແລະ ເນັ້ນລົງຈຳດິນຈະສົ່ງຜົນໃຫ້ຜົນຜະລິດໝາກແໜ່ງຫຼຸດລົງ ແຕ່ຈະໃຫ້ຜົນຜະລິດເພີ່ມຂຶ້ນໃນປີຕໍ່ໄປ. ສວນໝາກແໜ່ງຖ້າຫາກບໍ່ມີການຕັດສາງລຳແກ່ຂອງໃນແຕ່ລະປີແມ່ນເຮັດໃຫ້ຜົນລະລິດຫຼຸດໜ້ອຍ ແລະ ເຮັດໃຫ້ການຂະຫຍາຍພັນຂອງຕົ້ນໝາກແໜ່ງກໍ່ຊ້າ ແລະ ເຮັດໃຫ້ຮອບວຽນການເກີດໜໍ່ສຶບພັນສູນໄປ ເຊິ່ງສົ່ງຜົນເຮັດໃຫ້ໃຕ້ຕົ້ນໝາກແໜ່ງຕາຍໝົດໃນທີ່ສຸດ.

ການປະກອບສ່ວນ