ຢາງຫອມຍານລາວ / Lao Benzoin
APA 6th ed. ຢາງຫອມຍານລາວ / Lao Benzoin. (2021, October 15). Retrieved from https://www.phakhaolao.la/kb/0000060
MLA 8th ed. ຢາງຫອມຍານລາວ / Lao Benzoin. Pha Khao Lao, 15 October 2021, https://www.phakhaolao.la/kb/0000060.
Chicago 17th ed. Pha Khao Lao. 2021. "ຢາງຫອມຍານລາວ / Lao Benzoin." Published October 15, 2021. https://www.phakhaolao.la/kb/0000060.
Styrax hypoglaucus Perkins
Styrax macrothyrsus Perkins
Styrax subniveus Merr. & Chun
ໄທ: ກໍາຍານ, ກວີ, ສາດ ສະມິງ, ສາດັນ.
ຫວຽດນາມ: ໂບເດ, ໄກແກງກຽນຈັງ, ໄກອັນຕຸກເຮອງ, ກໍ່ຍານ.
ອັງກິດ: Lao Benzoin Resin
ຕົ້ນຍານ ມີລໍາຕົ້ນຂະໜາດປານກາງ, ຫຼົ່ນໃບ, ສູງ 15–20 ມ, ໜ້າຕ້າງ 22–28 ຊມ. ເປືອກນອກບໍ່ລຽບ, ສີຂີ້ເຖົ່າ (ໝົ່ນ), ມີຮອຍແຕກທາງຂວາງ. ເປືອກໃນບາງ ສີກຳມະຖັນຈືດ. ໃບຮູບໄຂ່, ກວ້າງ 4–9 ຊມ ແລະ ຍາວ 15–20 ຊມ, ໜ້າເທີງສີຂຽວຈືດ ແລະ ກ້ອງໃບມີຂົນສີຂາວ. ຊໍ່ດອກຍາວ 15–20 ຊມ ປະກອບດ້ວຍດອກສີຂາວ ມີກີ່ນຫອມ. ໝາກເປັນຮູບໄຂ່ຍາວ 1–1.2 ຊມ ແລະ ກວ້າງ 5–7 ມມ ແລະ ແຍກອອກເປັນ 3 ປ່ຽງ. ແກ່ນເປັນສີດໍາ-ຂາວ (coffee-cream) ຍາວ 3–4 ມມ ແລະ ມີໜ້າຕັດ 2–3 ມມ.
ຢາງຫອມຍານຂອງລາວ ໄດ້ເປັນທີ່ຮູ້ຈັກ ແລະ ໄດ້ຮັບຄວາມນິຍົມໃນລະດັບໂລກ ເນື່ອງຈາກໄດ້ມີການບັນທຶກໄວ້ ໃນ ວັດຈະນານຸກົມການຂອງຝຣັ່ງ. ຢາງຫອມຍານ (ຢາງໄຫຼອອກຈາກລຳຕົ້ນຂອງ ຕົ້ນຍານ) ຖືກຈັດຢູ່ໃນປະເພດຢາງຍ້ວຍຈັບຕົວກັນເປັນກ້ອນທີ່ມີກີ່ນຫອມ, ມັນຖືກນໍາໃຊ້ເຂົ້າໃນການເຮັດນ້ຳຫອມ, ຢາດົມ, ສານກັນບູດ, ປະສົມໃນຢາສູບ ແລະ ໃຊ້ໃນທາງການແພດ. ການນວດດ້ວຍນ້ໍາມັນຫອມຈາກຍານ ທຳໃຫ້ຮ່າງກາຍມີຄວາມສະງົບ ແລະ ມີຄວາມອົບອຸ່ນ. ນອກນີ້, ຍານຍັງຖືກໃຊ້ເປັນຢາເພື່ອຂ້າເຊື້ອບາດແຜ ແລະ ຜ່ອນຄາຍອາການໄອ, ຫວັດ ຫຼື ໂລກປອດ. ນອກຈາກນັ້ນ, ມັນຊ່ວຍໃຫ້ຍ່ຽວສະດວກ ແລະ ລົດຜ່ອນທ້ອງອືດເຟີ້. ຢູ່ອິນໂດເນເຊຍ ເຂົາເຈົ້າໄດ້ໃຊ້ຍານປະສົມ ໃນການຜະລິດເຄື່ອງ ປ໊ອກເຊີແລນ.