ໃນໄລຍະໜຶ່ງທົດສະວັດຜ່ານມາ (2006 - 2015), ຜົນຜະລິດຢາງຫອມຍານລາວ ໄດ້ຖືກສົ່ງອອກໄປຍັງຕະຫລາດສາກົນ ທັງໝົດ 589.4 ໂຕນ (58.94 ໂຕນ/ປີ) ໃນນັ້ນ ສົ່ງອອກໄປຕະຫລາດ ສະຫະພາບເອີຣົບ ກວມເອົາ 89.82% ແລະ ອາເມຣິກາ & ອິນເດຍ ກວມເອົາ 10.38% ຂອງຜົນຜະລິດທັງໝົດ. ໃນກໍລະນີ, ການສົ່ງອອກໄປຍັງຕະຫລາດສະຫະພາບເອີຣົບ ຈາກ ສປປ ລາວ ໂດຍກົງ ມີປະມານ 399.6 ໂຕນ (39.96 ໂຕນ/ປີ). ການສົ່ງອອກຢາງຫອມຍານ ໃນລາຄາສະເລ່ຍທີ່ແຕກຕ່າງກັນ ໂດຍທີ່ບໍລິສັດອັກໂກຟໍເລັກ ສົ່ງອອກໃນລາຄາ 115,000 ກີບ/ກລ ແລະ ບໍລິສັດ ອະນຸພາບສົ່ງອອກໃນລາຄາຢູ່ທີ່ 132,000 ກິບ/ກລ. ໃນຂະນະທີ່, ມາຮອດປີ 2015, ທັງສອງບໍລິສັດ ໄດ້ສົ່ງອອກຢາງຍານ ໄປຍັງຕະຫລາດດັ່ງກ່າວ ໃນລາຄາເທົ່າກັນ 195,000 ກີບ/ກລ.

Simone
ລາຄາ ແລະ ຜົນຜະລິດຂອງຢາງຫອມຍານລາວ (S.Vongkhamho et al., 2017)
Simone
ເກຼດຂອງນຳ້ຢາງຍານ
ການປະກອບສ່ວນ