ຢາງຫອມຍານລາວ / Lao Benzoin

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ກ້ອນນ້ຳມັນຢາງ / ນ້ຳຢາງ
ຊື່ວິທະຍາສາດ / ຕະກຸນ
Styrax tonkinensis Craib ex Hartwich / Styracaceae
ຊື່ພ້ອງ
Anthostyrax tonkinensis Pierre
Styrax hypoglaucus Perkins
Styrax macrothyrsus Perkins
Styrax subniveus Merr. & Chun
ຊື່ອື່ນ
ລາວ: ນໍ້າມັນຫອມຍານລາວ
ໄທ: ກໍາຍານ, ກວີ, ສາດ ສະມິງ, ສາດັນ.
ຫວຽດນາມ: ໂບເດ, ໄກແກງກຽນຈັງ, ໄກອັນຕຸກເຮອງ, ກໍ່ຍານ.
ອັງກິດ: Lao Benzoin Resin
ບັນຍາຍລັກສະນະພືດສາດ

ຕົ້ນຍານ ມີລໍາຕົ້ນຂະໜາດປານກາງ, ຫຼົ່ນໃບ, ສູງ 15–20 ມ, ໜ້າຕ້າງ 22–28 ຊມ. ເປືອກນອກບໍ່ລຽບ, ສີຂີ້ເຖົ່າ (ໝົ່ນ), ມີຮອຍແຕກທາງຂວາງ. ເປືອກໃນບາງ ສີກຳມະຖັນຈືດ. ໃບຮູບໄຂ່, ກວ້າງ 4–9 ຊມ ແລະ ຍາວ 15–20 ຊມ, ໜ້າເທີງສີຂຽວຈືດ ແລະ ກ້ອງໃບມີຂົນສີຂາວ. ຊໍ່ດອກຍາວ 15–20 ຊມ ປະກອບດ້ວຍດອກສີຂາວ ມີກີ່ນຫອມ. ໝາກເປັນຮູບໄຂ່ຍາວ 1–1.2 ຊມ ແລະ ກວ້າງ 5–7 ມມ ແລະ ແຍກອອກເປັນ 3 ປ່ຽງ. ແກ່ນເປັນສີດໍາ-ຂາວ (coffee-cream) ຍາວ 3–4 ມມ ແລະ ມີໜ້າຕັດ 2–3 ມມ.

ບັນຍາຍການນຳໃຊ້

ຢາງຫອມຍານຂອງລາວ ໄດ້ເປັນທີ່ຮູ້ຈັກ ແລະ ໄດ້ຮັບຄວາມນິຍົມໃນລະດັບໂລກ ເນື່ອງຈາກໄດ້ມີການບັນທຶກໄວ້ ໃນ ວັດຈະນານຸກົມການຂອງຝຣັ່ງ. ຢາງຫອມຍານ (ຢາງໄຫຼອອກຈາກລຳຕົ້ນຂອງ ຕົ້ນຍານ) ຖືກຈັດຢູ່ໃນປະເພດຢາງຍ້ວຍຈັບຕົວກັນເປັນກ້ອນທີ່ມີກີ່ນຫອມ, ມັນຖືກນໍາໃຊ້ເຂົ້າໃນການເຮັດນ້ຳຫອມ, ຢາດົມ, ສານກັນບູດ, ປະສົມໃນຢາສູບ ແລະ ໃຊ້ໃນທາງການແພດ. ການນວດດ້ວຍນ້ໍາມັນຫອມຈາກຍານ ທຳໃຫ້ຮ່າງກາຍມີຄວາມສະງົບ ແລະ ມີຄວາມອົບອຸ່ນ. ນອກນີ້, ຍານຍັງຖືກໃຊ້ເປັນຢາເພື່ອຂ້າເຊື້ອບາດແຜ ແລະ ຜ່ອນຄາຍອາການໄອ, ຫວັດ ຫຼື ໂລກປອດ. ນອກຈາກນັ້ນ, ມັນຊ່ວຍໃຫ້ຍ່ຽວສະດວກ ແລະ ລົດຜ່ອນທ້ອງອືດເຟີ້. ຢູ່ອິນໂດເນເຊຍ ເຂົາເຈົ້າໄດ້ໃຊ້ຍານປະສົມ ໃນການຜະລິດເຄື່ອງ ປ໊ອກເຊີແລນ.

ການປະກອບສ່ວນ