ເອືອງພ່ວງມາໄລ / Multi-Flowered orchids

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Aerides multiflora Roxb./Orchidaceae
ຊື່ພ້ອງ
Aerides affinis Wall. ex J.Lindl.
Aerides godefroyana Rchb.f.
Aerides lobbii B.S.Williams
Aerides multiflora var. dactyloides M.Ahmed, Moyeen, Pasha & Aziz Khan
Aerides multiflora var. godefroyana (Rchb.f.) A.H.Kent
Aerides multiflora var. lobbii A.H.Kent
Aerides multiflora var. veitchii (B.S.Williams) A.H.Kent
Aerides veitchii B.S.Williams (synonym)
Cleisostoma vacherotiana Guillaumin
Epidendrum geniculatum Hook.f.
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ເປັນພືດອິງອາໄສຕົ້ນໄມ້ອື່ນ, ຂະຫຍາຍຕົວທາງປາຍຍອດ. ລຳຕົ້ນສູງປະມານ 20 ຊມ, ຫຸ້ມດ້ວຍກາບໃບ. ໃບຮູບຂອບຂະໜານ, ພົບເຂົ້າກັນ, ຍາວ 15-30 ຊມ, ປາຍໂຄ້ງບໍ່ສະໜໍ່າສະເໜີກັນ. ດອກອອກເປັນຊໍ່ຢ້ອນລົງ, ມີ 10-15 ດອກຕໍ່ຊໍ່. ດອກອອກຢູ່ຫຼືບໃບຈາກລຳຕົ້ນ.  ໂດຍລວມດອກອອກສີມ່ວງອົມສີບົວ, ກາບດອກຮູບສ້ວຍຫາຮູບໄຂ່ປີ້ນມີຈຸດສີມ່ວງອົມສີບົວເລັກນ້ອຍ. ບໍ່ຈອດກັນ, ກີບດອກຮູບຂອບຂະໜານ, ສ່ວນປາຍ ຫຼື ສ້ວຍໂຄນເລັກນ້ອຍ, ມີຈຸດໆສີມ່ວງອົມສີບົວຢ່າງຫຼວງຫຼາຍ. ກີບດອກຮຽວ ແລະ ຍາວກວ່າກາບດອກ. ກີບປາກເປັນແຜ່ນຮູບສາມຫຼ່ຽມ, ແຄມເປັນຍັກເລັກນ້ອຍ, ອອກສີມ່ວງເຂັ້ມ ຢູ່ສ່ວນກາງ ແລະ ປາຍ, ສ່ວນຂ້າງພໍເປັນຕິ່ງນ້ອຍໆອອກສີຂາວ. ເດືອຍມີຂະໜາດນ້ອຍຢູ່ກ້ອງກີບປາກ. ຝາປີດຖົງລະອອງເກສອນມີສີຂາວມີປາຍແຫຼມ. ກ້ານດອກສັ້ນໆ 0.4 ຊມ, ເມື່ອບານສຸດ ດອກກວ້າງ 2-2.5 ຊມ, ດອກບານທົນຫຼາຍວັນ ແລະ ມີກີ່ນຫອມອ່ອນໆ. (ບົວໄຂຄອນ ສະແຫວງສຶກສາ ແລະ ວີຈິດ ລຳໄຊ, 2005)

ບັນຍາຍການນຳໃຊ້

ໃຊ້ເປັນພືດປະດັບໝົດຕົ້ນ ແລະ ເປັນທີ່ຕ້ອງການຂອງຕະຫຼາດ

ການປະກອບສ່ວນ