ໝາກຈອງບານ / Malva Nut
APA 6th ed. ໝາກຈອງບານ / Malva Nut. (2021, September 7). Retrieved from https://www.phakhaolao.la/kb/0000006
MLA 8th ed. ໝາກຈອງບານ / Malva Nut. Pha Khao Lao, 7 September 2021, https://www.phakhaolao.la/kb/0000006.
Chicago 17th ed. Pha Khao Lao. 2021. "ໝາກຈອງບານ / Malva Nut." Published September 7, 2021. https://www.phakhaolao.la/kb/0000006.
Firmiana borneensis Merr.
Scaphium borneense (Merr.) Kosterm.
Sterculia macropoda (Miq.) Hook. ex Kloppenb.
ກໍາປູເຈຍ: ກລາບຈີ່ລີ່ງລິກ, ຊໍຣອງ, ຊໍາຣັງສີເປວ, ສົມວັງ, ສົມຣັງສວາ
ຈີນ: ຕາໄຮເສດ, ຕູໄຊບ່ອຍ, ແປນດາໄລ
ຫວຽດນາມ: ອວ່າຍ, ອານນາມຕູ, ເດບາຍຕູ, ເຮືອງດາວ
ອັງກິດ: Malva nuts
ຕົ້ນໝາກຈອງບານ ເປັນຕົ້ນໄມ້ໃຫຍ່ ແລະ ຕັ້ງຊື່, ສູງເຖິງ 45 ມ ແລະ ມີໜ້າຕ້າງພຽງເອີກ ປະມານ 80 ຊມ. ໃບຂອງມັນມີຂະໜາດ ແລະ ຮູບຮ່າງຕ່າງກັນ ແລະ ເປັນຮູບຮີ ຫາ ຮູບໄຂ່, ກວ້າງ 10-12 ຊມ ແລະ ຍາວ 15-25 ຊມ. ຊໍ່ດອກມີທັງດອກຜູ້ ແລະ ດອກແມ່ ເປັນຈຸ້ມມີຂຽວອ່ອນ ແລະ ສີແດງ ແລະ ມີຂົນກະຈາຍເລັກນ້ອຍ. ໝາກສົດເປັນສີນໍ້າຕານ ແລະ ໂອບດວ້ຍປີກ ທີ່ຍາວເຖິງ 20 ຊມ ແລະ ເປັນໝາກທີ່ແຕກ. ແກ່ນເປັນຮູບກົມສ້ວຍສອງສົ້ນ (ແອນລິບ), ສີນໍ້າຕານ. ເມື່ອແຊ່ນ້ຳຈະບານເຍື້ອຍອອກ.
ເມື່ອເອົາແກ່ນຂອງໝາກຈອງແຊ່ນໍ້າ, ຈະບານຟູຕົວອອກ ແລະ ສາມາດໃຊ້ເປັນຢາປົວຖອກທ້ອງ, ເຈັບຄໍ, ໄອ, ອອກຮ້ອນ ແລະ ປັດສະວະບໍ່ສະດວກ. ປະລິມານທີ່ໃຊ້ຕໍ່ມື້ ແມ່ນປະມານ 4-5 ແກ່ນ ແຊ່ໃສ່ນໍ້າ 1 ລິດ ແລະ ໃສ່ນໍ້າຕານປະສົມຕື່ມ. ຢູ່ໃນປະເທດສິງກະໂປ ເພີ່ນໃຊ້ເຮັດເປັນຂອງຫວານ ຊື່ ເຈັງເຕັງ. ຢູ່ລາວແມ່ນເຮັດເປັນອາຫານໂດຍສະເພາະແມ່ນລາບ ຫຼື ປົ່ນກັບປາ ເປັນອາຫານຍອດນິຍົມ ແລະ ປະຈຸບັນແກ່ນໝາກຈອງລາຄາຂ້ອນຂ້າງແພງຂຶ້ນ.