ສຸຈິນ ໂຣນພິທັກ. (2007). ລາຍງານວ່າ ປາເຂັງເປັນປາກີນຊີ້ນ (Camivorous fish) ຈຶ່ງເປັນປາຜູ້ລ່າ (Predatore) ສັດນ້ຳທີມີຂະໜາດນ້ອຍກ່ວາ ແລະ ມັກກິນອາຫານເທິງໜ້ານ້ຳ ແລະ ກາງນ້ຳ ແຕ່ເຖິງຢ່າງໃດກໍ່ຕາມ ສາມາດກິນເມັດເຂົ້າ, ພືດ, ປວກ, ຕົວອ່ອນແມງໄມ້ທີ່ຢູ່ໃນນ້ຳ, ຕັກກະແຕນ, ກຸ້ງຝອຍ ຫຼື ລູກປານ້ອຍທີ່ມີຊີວິດ ຫຼື ຕາຍແລ້ວມາເປັນອາຫານ ຫຼັງຈາກລູກປາຟັກອອກຈາກໄຂ່ເປັນໂຕ ໄລຍະ 3 ມື້ ທໍາອິດຈະໃຊ້ຖົງອາຫານ (Yolk Sac) ເປັນອາຫານແລ້ວຈະເລີ່ມກິນອາຫານມີຊີິວິດຂະໜາດນ້ອຍໆ ( Zooplankton feeder) ພວກ Protozoa, Rotifer, Copepod, Ostracod, ໄຮແດງ ແລະ ໜອນນ້ຳເປັນອາຫານ ຫຼັງຈາກທີ່ແຂ້ວປາພັດທະນາສົມບູນແລ້ວ ຈຶ່ງສາມາດກິນຕົວອ່ອນຂອງແມງໄມ້, ສັດໜ້າດິນ (Benthos) ໂຕອ່ອນລູກກຸ້ງ ແລະ ລູກປາຕະຫຼອດຈົນອາຫານສຳເລັດຮູບກໍ່ສາມາດເປັນອາຫານໄດ້.

Contribute