ກະຊວງກະສິກຳ ແລະ ປ່າໄມ້ (2017). ໄດ້ລາຍງານວ່າ ການຜະລິດປາໄດ້ເພີ່ມຂຶ້ນ 3 %  ທຽບໃສ່ການ ຜະລິດໃນປີ 2015 ເຊິ່ງຜົນຜະລິດລວມທັງໝົດ 164,000 ໂຕນ (ປາທໍາມະຊາດ ແລະ ສັດນໍ້າຕ່າງໆ 57,400 ໂຕນ ແລະ ປາລ້ຽງ 106,600 ໂຕນ ຊຶ່ງປາກະຊັງກວມເອົາ 30%) ສາມາດຜະລິດ ແລະ ສະໜອງຊີ້ນ, ໄຂ່ ແລະ ປາ ໄດ້ທັງໝົດ 327,950 ໂຕນ ສາມາດບັນລຸລະດັບ ການບໍລິໂພກຕາມແຜນການ 2016 ສະເລ່ຍ 55 ກິໂລ/ຄົນ/ປີ. ມີຈຳນວນກະຊັງທັງໝົດ 7,460 ກະຊັງ (ເພີ່ມຂຶ້ນ 5%) ໃນດ້ານການສະໜອງອາຫານສັດໃນປະເທດເຮົາ ສາມາດຜະລິດໄດ້ 234,700 ໂຕນ. ໃນນັ້ນ, ມີອາຫານໝູ 88,300 ໂຕນ, ອາຫານສັດປີກ 136,400 ໂຕນ ແລະ ອາຫານປຍັງຜະລິດໄດ້ໜ້ອຍ ຍັງອາໃສ່ການນຳເຂົ້າຈາກປະເທດໃກ້ຄຽງເປັນສ່ວນຫຼາຍ ໃນປີຜ່ານມາໄດ້ນຳເຂົ້າ 108,700 ໂຕນ. ສະນັ້ນ, ຂ້າພະເຈົ້າ ແລະ ນັກວິຊາການຂອງໝ່ວຍງານຄົ້ນຄ້ວາການລ້ຽງປາ ແລະ ສັດນ້ຳ, ຈຶ່ງສົນໃຈຢາກສຶກສາ ການປະສົມພັນແບບເຄິ່ງທຽມເຄິ່ງທຳມະຊາດ.

Contribute