ການຈັດການກັບພໍ່ແມ່ພັນປາເຂັງ: ແມ່ນຫົວໃຈທີ່ສຳຄັນຂອງຄວາມສຳເລັດໃນການປະສົມພັນປາເຂັງຄື: ການຈັດການກັບປາເຂັງພໍ່ແມ່ພັນໃຫ້ສົມບູນເພດພ້ອມປະສົມພັນວາງໄຂ່ໂດຍເລີ່ມຈາກການຮຽນຮູ້ປະຫວັດຂອງປາ, ລະດູການປະສົມພັນ ແລະ ລະດູການວາງໄຂ່. ການຄັດເລືອກພໍ່ແມ່ພັນນັ້ນຄວນມີນ້ຳໜັກ 100–200 ກຼາມ/ໂຕ, ມີອາຍຸ 6 ເດືອນຂື້ນໄປ ແລະ ຄວນເປັນປາເຂັງທີ່ຜ່ານການຄັດເລືອກແລ້ວວ່າມີການຈະເລີນເຕີບໂຕດີທີ່ສຸດຂອງປາເຂັງແຕ່ລະລຸ້ນ ໃນແຕ່ລະແຫຼ່ງລ້ຽງຫາກເປັນພໍ່ແມ່ພັນປາເຂັງທີ່ເກັບຈາກທຳມະຊາດຄວນປັບສະພາບໃຫ້ຄຸ້ນເຄີຍກັບອາຫານເມັດສຳເລັດຮູບ ແລະ ສະພາບອ່າງ ຫຼື ໜອງລ້ຽງກ່ອນຈີ່ງນຳມາລ້ຽງລວມກັນໃນອັດຕາປ່ອຍ 20 ໂຕ/ຕາແມັດ ສາມາດປ່ອຍແຍກ ຫຼື ລວມກັນກໍ່ໄດ້, ໃຫ້ອາຫານ 2 ເທື່ອ/ວັນ.
ວິທີການປະສົມພັນປາເຂັງ.
ການປະສົມພັນປາເຂັງມີ 2 ວິທີ ຄື:
ການກະຕຸ້ນການປະສົມພັນວາງໄຂ່ໂດຍໃຊ້ຮໍໂມນສັງເຄາະ
ຫຼັງຈາກຄັດເລືອກພໍ່ແມ່ພັນປາເຂັງທີ່ມີໄຂ່ ແລະ ນ້ຳເຊື້ອທີ່ສົມບູນພ້ອມທີ່ຈະປະສົມພັນວາງໄຂ່ໄດ້ແລ້ວຄື: ໂຕແມ່ຈະມີສ່ວນທ້ອງທີ່ເບັງໄຄ່ເມື່ອໃຊ້ມືຮູດຄ່ອຍໆຈະມີໄຂ່ສີເຫຼືອງໄຫຼອອກມາຈາກອະໄວຍະວະເພດ. ສ່ວນໂຕຜູ້ຈະມີນ້ຳເຊື້ອສີຂາວຂຸ່ນຄ້າຍຄືນ້ຳນົມໄຫຼອອກມາ. ຊື່ງລະດູການວາງໄຂ່ຂອງປາເຂັງແມ່ພັນນັ້ນເລີ່ມຕັ້ງແຕ່ກາງເດືອນກຸມພາເີງເດືອນຕຸລາຂອງທຸກໆປີ ເມື່ອຄັດເລືອກປາເຂັງພໍ່ແມ່ພັນໄດ້ແລ້ວຈີ່ງກຽມອຸປະກອນຮັບໃຊ້ການປະສົມພັນຄື: ຄົກ, ສາກ, ເຂັມສັກຢາ ແລະ ນ້ຳກັ່ນ ຫຼື ນ້ຳທີ່ສະອາດ. ສຳລັບວິທີການປະສົມພັນແບບເຄິ່ງທຽມ - ເຄິ່ງທຳມະຊາດນັ້ນແມ່ນມີການສັກຮໍໂມນສັງເຄາະ Buserelin acetate ທີ່ມີຊື່ທາງການຄ້າວ່າ: Suprefact ແລະ ຢາສະກັດກັ້ນການເຮັດວຽກຂອງລະບົບການລັ່ງຮໍໂມນ Domperidone ທີ່ມີຊື່ທາງການຄ້າວ່າ: Motilium ເຊິ່ງມີສູດໂຕຢາຢ່າງການຄິດໄລ່ຮໍໂມນດັ່ງລຸ່ມນີ້:
-    ປະລິມານຮໍໂມນລວມ = Suprefact + Motilium + ນ້ຳກັ່ນ ຫຼື ນ້ຳທີ່ສະອາດ
                   ນ້ຳໜັກປາເຂັງ ( kg ) x Dose /
-    Suprefact = -------------------------------
                                100 uq/cc
-    Dose: ແມ່ນໄດ້ຈາກການກຳນົດຄວາມພ້ອມປະສົມພັນຂອງປາເຂັງໂດຍທົ່ວໄປປາເຂັງເພດແມ່ຈະໃຊ້ໃນປະລິມານ 10 – 20 uq/kg ແລະ ປາເຂັງເພດຜູ້ 5–10 uq/kg ຫຼື ໃຊ້ປະລິມານເຄິ່ງໜື່ງຂອງປາເຂັງເພດແມ່
-    ສຳລັບ 100 uq/cc ຄືປະລິມານຄວາມຕ້ອງກການຄວາມເຂັ້ມຂຸ້ນຈາກສ່ວນປະສົມຂອງຮໍໂມນທີ່ເຈືອຈາງແລ້ວ
Motilium: 10 mg ຫຼື 1 ເມັດ/ 1 ກິໂລກຼາມ (ຂອງນ້ຳໜັກປາ)
ນ້ຳກັ່ນ: 1 cc/ 1 kg (ຂອງນ້ຳໜັກປາ)
ໝາຍເຫດ: ໃນເວລາປະສົມຮໍໂມນລວມໃນຄົກບົດຢາບໍ່ຈຳເປັນຈຳເປັນຕ້ອງບວກ Motilium ໃສ່ຕາມສູດເພາະວ່າເມັດຢາຈະລະລາຍໃນນ້ຳເປັນອັນດຽວກັນ.
ພາຍຫຼັງຄິດໄລ່ຕາມນ້ຳໜັກປາເຂັງແລ້ວສັກໃສ່ພໍ່ແມ່ພັນພຽງ 1ເທື່ອ ໂດຍໃຊ້ອັດຕາສ່ວນປະສົມພັນເພດແມ່ຕໍ່ເພດຜູ້ 1:2 ຈາກນັ້ນປ່ອຍໃສ່ກັນໃຫ້ພໍ່ແມ່ພັນປາເຂັງປະສົມພັນວາງໄຂ່ແບບທຳມະຊາດໃນຊາມປະສົມພັນຂະໜາດບັນຈຸນ້ຳເຕັມ 100 ລິດ ໃສ່ນ້ຳປະລິມານ 50 ລິດ ຫຼັງຈາກສັກຮໍໂມນ 8 – 12 ຊົ່ວໂມງ.
ສຳລັບການປະສົມພັນກະຕຸ້ນວາງໄຂ່ໂດຍໃຊ້ຮໍໂມນສັງເຄາະຈະໃຊ້ບໍ່ໄດ້ເມື່ອນອກລະດູການປະສົມພັນ ແຕ່ອາດສັກຮໍໂມນກະຕຸ້ນໃນລະດັບຄວາມເຂັ້ມຂຸ້ນຂອງຮໍໂມນຫຼາຍຂື້ນກວ່າປົກກະຕິ.

ການປະສົມພັນແບບທຳມະຊາດ.
ການປະສົມພັນແບບທຳມະຊາດສາມາດເຮັດໄດ້ແຕ່ຕ້ອງຄັດພໍ່ແມ່ພັນປາເຂັງທີ່ສົມບູນເພດເຕັມທີ່ຈີ່ງຈະສາມາດກະຕຸ້ນໃຫ້ປາເຂັງປະສົມພັນວາງໄຂ່ໄດ້ ສຳລັບວິທີການກະກຽມອ່າງ ຫຼື ກະຊັງ ເພື່ອປະສົມພັນແມ່ນລັກສະນະດຽວກັນກັບການປະສົມພັນແບບກະຕຸ້ນການວາງໄຂ່.

ການກຳນົດຈຸດສັກຮໍໂມນໃສ່ໂຕປາເຂັງ.
ການກຳນົດຈຸດສັກຮໍໂມນເຂົ້າໃນໂຕປາເຂັງນັ້ນມີຫຼາຍຈຸດທີ່ມີປະສິດທິພາບ ແລະ ບໍ່ເປັນອັນຕະລາຍແກ່ໂຕປາຄື: ຈຸດກ້ອງຄີທ້ອງ, ຈຸດສົ້ນສຸດຄີຫຼັງ ແລະ ຄີຫຼັງນັບ 3 ເກັດລົງລຸ່ມ.

ການປະສົມພັນປາເຂັງໃສ່ໜອງດິນ
ວິທີນີ້ຕ້ອງເຮັດກະຊັງເປັນອ່າງປະສົມພັນ ແລະ ໜອງອະນຸບານລູກປາເຂັງໃສ່ໜອງດິນດຽວກັນຈະຊ່ວຍຫຼຸດຜ່ອນບັນຫາລູກປາຕາຍລະຫວ່າງການຂົນສົ່ງໄດ້, ເຮັດການຄັດເລືອກພໍ່ແມ່ພັນປາເຂັງທີ່ສົມບູນເພດມາສັກຮໍໂມນສັງເຄາະ ແລະ ຢາສະກັດກັ້ນການເຮັດວຽກຂອງລະບົບການລັ່ງຮໍໂມນຕາມການຄິດໄລ່ທີ່ກ່າວມາຂ້າງເທີງນັ້ນແລ້ວປ່ອຍປາພໍ່ແມ່ພັນໃຫ້ປະສົມພັນວາງໄຂ່ໃນກະຊັງໃສ່ໜອງດິນເລີຍໂດຍໃສ່ລະດັບຄວາມເລີກຂອງນ້ຳໃນໜອງດິນຄວນຢູ່ລະຫວ່າງ 30 – 50 ຊັງຕີແມັດ ໃຊ້ໃບໝາກພ້າວປົກຄຸມເຮັດເປັນທີ່ລີ້ຊ່ອນ ແລະ ອະນຸບານລູກປາເຂັງຍັງອ່ອນໃຊ້ອັດຕາສ່ວນປາເພດແມ່ຕໍ່ເພດຜູ້ເທົ່າກັບ 1:1 ຫຼື 1:2 ໃຊ້ພໍ່ແມ່ພັນປາເຂັງນ້ຳໜັກ 8–10 ກິໂລກຼາມ/ໄລ່ ຫຼື ປະມານ 40–60 ຄູ່/ໄລ່. ຕອນເຊົ້າມື້ໃໝ່ເມື່ອເຫັນປາວາງໄຂ່ໝົດແລ້ວຈັບປາພໍ່ແມ່ພັນ ແລະ ກູ້ກະຊັງອອກປ່ອຍໃຫ້ໄຂ່ຟັກເປັນໂຕ ແລະ ອະນຸບານລູກປາທີ່ມີອາຍຸ 3 ວັນ ການເຮັດວິທີນີ້ຕ້ອງມີການກະກຽມໜອງອະນຸບານລູກປາເຂັງທີ່ດີຄື: ບໍ່ມີສັດຕູຂອງລູກປາເພາະຍັງມີຄວາມອ່ອນແອສູງ ແລະ ງ່າຍທີ່ຈະຖືກກິນໃນຊ່ວງ 3 ວັນນີ້.

ການປະສົມພັນປາເຂັງໃສ່ຊາມ
ເປັນອີກວິທີໜື່ງທີ່ສະດວກໃນການເຄື່ອນຍ້າຍລູກປາເຂັງລົງໄປປ່ອຍໃສ່ໜອງອະນຸບານ ແລະ ບໍ່ຈຳເປັນຕ້ອງສ້າງອ່າງປະສົມພັນຊະນິດທີ່ໃຊ້ຕົ້ນທຶນສູງພຽງແຕ່ມີຊາມຂະໜາດບັນຈຸ 50 ລິດ ຂຶ້ນໄປທີ່ໃຊ້ໃນຄົວເຮືອນມາເຮັດອ່າງປະສົມພັນປາເຂັງກໍ່ໄດ້ຄື: ໃສ່ນ້ຳເຄິງໜື່ງຂອງຊາມແລ້ວເອົາພໍ່ແມ່ພັນທີ່ຜ່ານການສັກຮໍໂມນກະຕຸ້ນການປະສົມພັນວາງໄຂ່ 2 ຄູ່ມາປ່ອຍໃສ່ແລ້ວອັດປາກຊາມດ້ວຍຜ້າກັນແສງ ຫຼື ແຫຍ່ງຂຽວເພື່ອບໍ່ໃຫ້ປາເຕັ້ນອອກ. ໃນຊວງໄລຍະການປະສົມພັນບໍ່ຈຳເປັນຕ້ອງໃສ່ເຄື່ອງປ້ຳອາກາດພາຍຫຼັງຕື່ນເຊົ້າປາປະສົມພັນວາງໄຂ່ແລ້ວໃຫ້ຕັກເອົາພໍ່ແມ່ພັນປາເຂັງອອກ ຈາກນັ້ນໃຊ້ກະຕ່ອງທີ່ຕັກໄຂ່ໄປລ້າງໄຂມັນດ້ວຍນ້ຳທີ່ສະອາດ ແລະ ປ່ຽນຖ່າຍນ້ຳໃນອ່າງປະສົມພັນທີ່ລ້າງໄຂມັນນັ້ນມາໃສ່ເພື່ອຟັກໄຂ່ໃນຊ່ວງຟັກໄຂ່ຕ້ອງໃຊ້ເຄື່ອງປ້ຳອາກາດຄວນປັບລົມຄ່ອຍບໍ່ແຮງເກີນໄປ ແລະ ມີການປ່ຽນຖ່າຍນ້ຳທຸກໆເຊົ້າຈົນຮອດ 3 ວັນ ຈິ່ງເອົາລົງໄປປ່ອຍອະນຸບານໃສ່ໜອງດິນຕໍ່ໄປ.

Contribute