ປາເຂັງ / Climbing Perch

Associated Species
Use
Food
Income
Scientific Name / Family
Anabas testudineus (Bloch, 1792) / Anabantidae
Synonyms
Anabas elongatus (Reuvens, 1895)
Anabas macrocephalus (Bleeker, 1854)
Anabas microcephalus (Bleeker, 1857)
Anabas scandens (Daldorff, 1797)
Anabas spinosus (Gray, 1834)
Anabas trifoliatus (Kaup, 1860)
Anabas variegatus (Bleeker, 1851)
Other Names
ລາວ: ປາເຂັງ
ໄທ: ປາໝໍ
Camboidian: Kranh, Trey kranh, Trey kranh srai
Viet: Cá rô dông
Physical Description

ລັກສະນະລຳໂຕຂອງປາເຂັງແມ່ນປ້ອມ ແລະ ຂ້ອນຂ້າງແປຕາມຕົນໂຕມີສີນ້ຳຕານເຫຼືອງປົນດຳ ສ່ວນທ້ອງສີຈາງກວ່າສ່ວນຫຼັງ, ມີເກັດແຂງ. ຖ້າສັງເກດຈາກລັກສະນະພາຍນອກຂອງປາເຂັງເພດຜູ້ເມື່ອມີອາຍຸເທົ່າໆກັນກັບປາເຂັງເພດແມ່ໂຕຜູ້ຈະຮຽວຍາວກວ່າເພດແມ່ທີ່ບໍລິເວນສ່ວນທ້ອງຂອງປາເຂັງເພດຜູ້ຈະແຂງ ແລະ ແປ. ໃນລະດູປະສົມພັນຖ້າໃຊ້ມືລູບເບົາໆບໍລິເວນທ້ອງໃກ້ອະໄວຍະວະເພດຈະເຫັນມີນ້ຳເຊື້ອສີຂາວຂຸ້ນໄຫຼອອກມາຈາກຮູອະໄວຍະວະເພດ ແລະ ເມື່ອຜ່າທ້ອງເບິ່ງຖົງນ້ຳເຊື້ອຈະເຫັນເປັນລັກສະນະຍາວເປັນຄູ່. ສຳລັບປາເຂັງເພດແມ່ຈະມີລັກສະນະລຳໂຕໃຫຍ່ປຸ້ມສັ້ນ ແລະ ນ້ຳໜັກຫຼາຍກວ່າປາເຂັງເພດຜູ້ໄດ້ຊັດເຈນເມື່ອມີອາຍຸເທົ່າໆກັບປາເຂັງເພດຜູ້, ລຳໂຕປາເຂັງເພດແມ່ຈະໃຫຍ່ກວ່າ ແລະ ມີຄວາມໜາຂອງລຳໂຕຫຼາຍກວ່າເພດຜູ້. 

Reproduction and Lifecycle

ໃນລະດູປະສົມພັນວາງໄຂ່ຂອງປາເຂັງເພດແມ່ຈະມີທ້ອງເບັງໃຫຍ່ທີ່ເຕັມໄປດ້ວຍໄຂ່, ເຊີ່ງຮັງມີລັກສະນະຍາວເປັນຄູ່ໂດຍຮັງໄຂ່ທີ່ເລີ່ມມີການພັດທະນາຈະມີລັກສະນະເປັນສີບົວແກ່ ແລະ ມີເມັດໄຂ່ເປັນຈຸດສີຂາວນວນເກີດຂື້ນໜ້ອຍໜື່ງ ຕໍ່ມາກໍ່ຈະເພີ່ມຈຳນວນຫຼາຍຂື້ນ, ຮັງໄຂ່ທີ່ແກ່ແລ້ວຈະມີສີເຫຼືອງ, ໃກ້ລະດູການປະສົມພັນຈະມີຮູອະໄວຍະວະເພດເປີດກວ້າງຫຼາຍກວ່າປົກກະຕິ, ສ່ວນທ້ອງຈະນຸ່ມ ແລະ ຕິ່ງເພດຈະສັ້ນ. ປາເຂັງເພດແມ່ຈະມີການຈະເລີນເຕີບໂຕໄວເມື່ອອາຍຸປະມານ 6 ເດືອນ ຫຼື ນ້ຳໜັກປະມານ 50–60 ກຼາມ ຂຶ້ນໄປເວລາໃຊ້ມືລູບທີ່ຄີແກ້ມຈະຮູ້ສຶກມືນມືແຕກຕ່າງຈາກປາເຂັງເພດຜູ້ທີ່ມີຄວາມຊາມື. ປາເຂັງມີລັກສະນະໄຂ່ຟູນ້ຳ, ໄຂ່ປາເຂັງຈະສຸກແກ່ຫຼາຍຕັ້ງແຕ່ກາງເດືອນ ກຸມພາ ຫາ ເດືອນ ຕຸລາ ຂອງທຸກໆປີ. ຄວາມດົກຂອງໄຂ່ປາເຂັງຈະອີງຕາມນ້ຳໜັກໂຕເຊັ່ນ: ແມ່ທີ່ມີນ້ຳໜັກໂຕ 100 ກຼາມ ຈະມີຈຳນວນໄຂ່ປະມານ 2.000–50.000 ໜ່ວຍ ຈື່ງຈັດເປັນປາທີ່ມີຄວາມດົກຂອງໄຂ່ຫຼາຍ. ປາເຂັງຈະວາງໄຂ່ໃນຊ່ວງລະດູຝົນຄື: ຕັ້ງແຕ່ທ້າຍເດືອນເມສາເປັນຕົ້ນໄປ, ມັກວາງໄຂ່ໃສ່ນ້ຳໃໝ່ ຫຼື ຝົນຕົກເທື່ອທຳອິດ ແລະ ມີອຸນນະພູມຕ່ຳກວ່າປົກກະຕິປະມານ 25–27 ອົງສາ.

Contribute