ການເລືອກສະຖານທີ່: ການເລືອກສະຖານທີ່ເປັນປັດໄຈທີ່ສຳຄັນ ແລະ ສົ່ງຜົນຕໍ່ການລົງທຶນ ດັ່ງນັ້ນການເລືອກສະຖານທີ່ອອກແບແຜນສ້າງຟາມຄວນຄຳນືງເຖີງປັດໃຈດັ່ງນີ້:
ປະຫວັດຄວາມເປັນມາ: ກວດປະຫວັດຄືນຫຼັງ 6 – 7 ປີ, ພື້ນທີ່ບໍ່ຫຼຸບ, ບໍ່ໂນນ, ບໍ່ຊັນເກີນໄປ ແລະ ດິນມີຄວາມອຸດົມສົມບູນດີ ( ສັງເກດຈາກພືດທີ່ເກີດຂື້ນໃນບໍລິເວນດິນທີ່ມີສີຂຽວ ).
ລັກສະນະດິນ: ຕ້ອງເປັນພື້ນທີ່ດິນນ້ຳບໍ່ຖ້ວມ, ສະພາບຂອງດິນຄວນເປັນດິນຮາບພຽງ, ດິນໜຽວ ຫຼື ດິນໜຽວປົນຊາຍໜ້ອຍໜື່ງ, ນ້ຳບໍ່ຮົ່ວ ຫຼື ຊືມໄດ້ງ່າຍສາມາດເກັບຂັງນ້ຳໄວ້ 4 – 6 ເດືອນ ບໍ່ຄວນເລືອກພື້ນທີ່ເປັນດິນຊາຍ, ດິນທີ່ມີຫີນ ແລະ ດິນເປັນກົດເປັນດ່າງທີ່ສູງເກີນໄປ.
ລັກສະນະນ້ຳ: ພື້ນທີ່ລ້ຽງຄວນຢູ່ໃກ້ກັບແຫຼ່ງນ້ຳທຳມະຊາດຕາມເງື່ອນໄຂທີ່ມີເຊັ່ນ: ແມ່ນ້ຳ, ຫ້ວຍ, ໜອງ, ຄອງ, ບືງ ແລະ ອ່າງເກັບນ້ຳເຊີ່ງຈະມີປະລິນ້ຳທີ່ພຽງພໍຕະຫຼອດປີ ຫຼື ໃນເຂດທີ່ມີຊົນລະປະທານຈະເປັນສິ່ງທີ່ດີ ແລະ ສະດວກໃນການນຳໃຊ້ປະລິມານນ້ຳໄດ້ພຽງພໍຕາມຄວາມຕ້ອງການ.
ແຫຼ່ງພັນປາ ແລະ ສິ່ງອຳນວຍຄວາມສະດວກ: ພື້ນທີ່ຂອງດິນທີ່ຄວນລ້ຽງຢູ່ບໍ່ໄກສາມາດຫາຊື້ພໍ່ແມ່ພັນ ຫຼື ລູກປາເຂັງມາລ້ຽງໄດ້ງ່າຍ, ໃກ້ໄຟຟ້າ, ຫາຊື້ອາຫານປາໄດ້ງ່າຍ ຫຼື ມີອາຫານຈາກທຳມະຊາດທີ່ສາມາດນຳມາເກືອປາເຂັງໄດ້ພຽງພໍ.
ແຮງງານ: ເພື່ອເປັນການປະຢັດຄວນຈ້າງໃນຊ່ວງຜະລິດລູກປານ້ອຍ, ຄວນຊອກຫາບ່ອນທີ່ມີຊຸມຊົນຫຼາຍ (ເພື່ອຈ້າງໃນລາຄາຖືກ).
ສິ່ງເອື້ອອຳນວຍ: ຕ້ອງມີຄົນຍາມ, ມີໄຟຟ້າ, ຫາຊື້ອຸປະກອນຮັບໃຊ້ຕ່າງໆໄດ້ງ່າຍ, ມີເສັ້ນທາງຄົມມະນາຄົມທີ່ສະດວກໃນການຂົນສົ່ງຜົນຜະລິດປາ, ອາຫານ ແລະ ຝຸ່ນ ນອກນັ້ນຕ້ອງມີສາຂາຈຳໜ່າຍ ແລະ ການຜະລິດຄວນຄຳນືງເຖີງປະລິມານຄວາມຕ້ອງການຂອງຕະຫຼາດ ແລະ ຜູ້ບໍລິໂພກ.

ການກະກຽມໜອງ.
ການກຽມໜອງທີ່ຂຸດໃໝ່: ໜອງໃໝ່ທີ່ມີນ້ຳຄວນດູດໃຫ້ແຫ້ງກ່ອນຈະຊ່ວຍກຳຈັດສັດຕູປາທີ່ລີ້ຢູ່ໃນໜອງແລ້ວໃສ່ປູນຂາວ Ca(OH)2 ໃນອັດຕາ 0.03 ກິໂລກຼາມ/ຕາແມັດ ແລະ ຕາກໜອງໄວ້ 7 ວັນ. ຖ້າບໍ່ມີນ້ຳຄວນຫວ່ານປູນຂາວ ໃນອັດຕາ 0.02 ກິໂລກຼາມ/ຕາແມັດ ຈິ່ງເອົານ້ຳເຂົ້າເພື່ອອະນຸບານ.
ການກຽມໜອງເກົ່າ: ຖ້າໜອງທີ່ມີນ້ຳຄວນດູດໃຫ້ແຫ້ງກ່ອນ ແລະ ອານາໄມ ( ຖາງຫຍ້າ ແລະ ຕັກເອົາຕົມທີ່ຢູ່ພື້ນໜອງ ) ຈະຊ່ວຍກຳຈັດສັດຕູປາທີ່ລີ້ຢູ່ໃນໜອງ ແລະ ກຳຈັດຂອງເສຍຕະຫຼອດຈົນປັບພື້ນດິນຂອງໜອງໃຫ້ເໝາະສົມ. ຫຼັງຈາກປັບພື້ນດິນແລ້ວຫວ່ານປູນຂາວໃສ່ໃນອັດຕາ 0.03–0.05 ກິໂລກຼາມ/ຕາແມັດ ແລະ ຕາກໜອງ 7 ວັນ ຈິ່ງເອົານ້ຳເຂົ້າເພື່ອອະນຸບານ.
ການກຳຈັດວັດຊະພືດ ແລະ ພັນໄມ້ນ້ຳ: ວັດສະພືດ ແລະ ພັນໄມ້ນ້ຳທີ່ມີຢູ່ໃນໜອງຈະເປັນບ່ອນຫຼົບລີ້ຂອງສັດຕູປາເຂັງເຊັ່ນ: ປາຄໍ່, ປາດຸກ, ກົບ, ຂຽດ ແລະ ງູ ເປັນຕົ້ນ. ເຊີ່ງເປັນສ່ວນໜື່ງທີ່ເຮັດໃຫ້ປະລິມານຂອງອົກຊີເຈນລະລາຍໃນນ້ຳຫຼຸດລົງໂດຍສະເພາະໃນຊ່ວງເວລາກາງຄືນ ເນື່ອງຈາກວັດສະພືດນຳໃຊ້ອົກຊີເຈນຄືກັນກັບປາ. ນອກຈາກນີ້ຫາກມີພືດນ້ຳຫຼາຍຈະເປັນອຸປະສັກໃນການເກືອອາຫານປາ ແລະ ການແຫ້ງໜອງເພື່ອຈັບປາ.
ການດູດນ້ຳເຂົ້າ: ຖ້ານຳໃຊ້ແຫຼ່ງນ້ຳຈາກທຳມະຊາດບໍ່ວ່າຈະເປັນໜອງ ຫຼື ສາຍນ້ຳກ່ອນດູດໃສ່ໜອງຄວນກອງດ້ວຍຜ້າທີ່ມີຄວາມຖີ່ເພື່ອປ້ອງກັນສັດຕູປາ. ສຳລັບໜອງອະນຸບານດູດນ້ຳໃສ່ໃຫ້ໄດ້ລະດັບ 60–80 ຊັງຕີແມັດ ປະໄວ້ 2–3 ວັນ ກ່ອນປ່ອຍປາລົງອະນຸບານ, ຖ້າລ້ຽງເປັນປາຊີ້ນຄວນດູດນ້ຳໃສ່ໃຫ້ໄດ້ລະດັບ 1–1,5 ມ ປະໄວ້ 2- 3 ວັນ ກ່ອນປ່ອຍປາລົງລ້ຽງ ແລະ ຄວນລ້ອມໜອງໂດຍດາງຂຽວສູງ 90 ຊັງຕີແມັດ ເພື່ອປ້ອງກັນສັດຕູປາ ແລະ ການເຄື່ອນຍ້າຍອອກຈາກໜອງເນື່ອງຈາກປາເຂັງມີນິໄສມັກເຄື່ອນຍ້າຍໄປຢູ່ໜອງໃໝ່ຕະຫຼອດໂດຍສະເພາະໃນລະດູຝົນ.

Contribute