ໄລຍະເວລາລ້ຽງປາເຂັງນັ້ນແມ່ນຂຶ້ນກັບຄວາມຕ້ອງການຂະໜາດຂອງປາເຂັງໃນຕະຫຼາດ ຖ້າວ່າຕະຫຼາດຊື້ລູກປາເຂັງໃນຂະນະທີ່ເອົາໄປລ້ຽງຕໍ່ກໍ່ຈະໃຊ້ໄລຍະເວລາສັ້ນກວ່າອາດຕ້ອງໃຊ້ເວລາອະນຸບານອາຍຸແຕ່ 3 ວັນ ຈົນຮອດ 1–2 ເດືອນ. ແຕ່ຖ້າຕະຫຼາດຕ້ອງການຂະໜາດເປັນປາຊີ້ນອາດຕ້ອງໃຊ້ໄລຍະເວລາລ້ຽງຈາກການອະນຸບານມາກ່ອນແລ້ວ 3–4 ເດືອນ. ຖ້າຫາກວ່າສະພາບແວດລ້ອມພາຍໃນໜອງ ແລະ ສຸຂະພາບຂອງປາເຂັງດີ ສຳລັບຮູບແບບການຂະຫຍາຍຜົນຜະລິດປາເຂັງນັ້ນຜູ້ລ້ຽງກັບບໍ່ຊະນະພໍ່ຄ້າຄົນກາງເພາະຜູ້ລ້ຽງມັກຕົກລົງລາຄາຂາຍໃນຮູບແບບທີ່ເອົາໝົດໜອງເຊິ່ງມີວິທີການສຸ່ມເອົາຜົນຜະລິດນໜອງເພື່ອປະເມີນວ່າມີປາຫຼາຍພຽງໃດໂດຍຫວ່ານແຫສຸ່ມໂຕຢ່າງປາເຂັງແລ້ວຕີລາຄາເປັນຜົນຜະລິດທັງໝົດໜອງ ຫຼື ດູດດນ້ຳອອກຈາກໜອງໃຫ້ເຫຼືອໜ້ອຍແລ້ວໃຊ້ດາງກວດເອົາປາເຂັງເພື່ອຄັດເອົາຂະໜາດປາເຂັງຕາມຂະໜາດຄວາມຕ້ອງການຂອງຕົນແລ້ວສ່ວນທີ່ເຫຼືອກໍ່ຈະະໄວ້ໃຫ້ຜູ້ລ້ຽງຈັດການກັບຜົນຜະລິດຂອງຕົນເອງຕໍ່ໄປ.

Contribute