ເຖີງແມ່ນວ່າປະລິມານຄວາມຕ້ອງການຂອງຕະຫຼາດມີຫຼາຍໂດຍສະເພາະຕະຫຼາດຕ່າງປະເທດເຊັ່ນ: ຕະຫຼາດຕາເວັນອອກກາງ, ຈີນ, ໄຕ້ຫວັນ, ເກົາຫຼີ ແລະ ມາເລເຊຍ ມີຄວາມຕ້ອງການບໍ່ຕ່ຳກວ່າ 100 ໂຕນ/ປີ ແຕ່ຄວາມຕ້ອງການປາເຂັງຂະໜາດ 3–5  ກິໂລກຼາມ ໃນຂະນະທີ່ຜົນຜະລິດບໍ່ພຽງພໍກັບຄວາມຕ້ອງການ ຫຼື ບໍ່ແນ່ນອນທີ່ຈະຕອບສະໜອງຕະຫຼາດໄດ້ພາຍໃນປະເທດ ແລະ ຕ່າງປະເທດ. ຜົນສຳຫຼວດດ້ານການຕະຫຼາດເບື້ອງຕົ້ນເຫັນວ່າ ສ່ວນທີ່ເຫຼືອຈາກການຕະຫຼາດລະຫວ່າງຜູ້ລ້ຽງກັບພໍ່ຄ້າຮັບຊື້ປາເຂັງ ແລະ ພໍ່ຄ້າຂາຍສົ່ງໄປຫາຜູ້ບໍລິໂພກມີຄວາມແຕກຕ່າງກັນຫຼາຍ. ໃນເວລາທີ່ລະດັບລາຄາຂາຍປາເຂັງຍັງບໍຄົງທີ່ແຕ່ລາຄາຂາຍສົ່ງໄປຫາຜູ້ບໍລິໂພກມີການປ່ຽນແປງຫຼາຍເຮັດໃຫ້ຜູ້ລ້ຽງປາເຂັງມີຄວາມສ່ຽງສູງທາງດ້ານຕົ້ນທຶນການຜະລິດ (ຄາ່ອາຫານປາມີສັດສ່ວນ 75% ຂອງຕົ້ນທຶນທັງໝົດ), ດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດ (ອັດຕາລອດຕາຍຕ່ຳເນື່ອງຈາກການຈັດການໜອງທີ່ບໍ່ເໝາະສົມ ແລະ ເຊື້ອພະຍາດປາຕະຫຼອດຈົນຮອດພຶດຕິກຳຂອງຜູ້ບໍລິໂພກປາທີ່ນິຍົມແບບປາທີ່ມີຊີວິດໃນຂະນະທີ່ຜະລິດຕະພັນແປຮູບຍັງຈຳກັດຫຼາຍ. ບັນຫາເຫຼົ່ານີ້ຕ້ອງມີຂະບວນການບໍລິຫານຈັດການທີ່ເໝາະສົມລະຫວ່າງຜູ້ລ້ຽງປາຊີ້ໂຮງປະສົມພັນຟັກໄຂ່, ຜູ້ຜະລິດອາຫານປາ, ຜູ້ຮັບເກັບກູ້ຜົນຜະລິດປາ, ຜູ້ຂາຍປາ ແລະ ໜ່ວຍງານທີ່ກ່ຽວຂ້ອງເຂົ້າມາຊ່ວຍກັນແກ້ໄຂບັນຫາ ຄາດວ່າໃນອານາຄົດການລ້ຍງປາເຂັງຈະພັດທະນາຂື້ນໄປເລື້ອຍໆຢູ່ໃນປະເທດລາວ.

Contribute