ວິທີການປ່ອຍລູກປາເຂັງອາຍຸ 3 ວັນ ລົງໜງອະນຸບານ
ເນື່ອງຈາກລູກປາເຂັງຍັງອ່ອນມີໂອກາດຊັອກນ້ຳໄດ້ງ່າຍເວລາເອົາໄປປ່ອຍໃສ່ໜອງອະນຸບານທີ່ມີສະພາບແວດລ້ອມແຕກຕ່າງກັນທາງດ້ານອຸນນະພູມຂອງນ້ຳຄວນມີການລະມັດລະວັງກ່ອນປ່ອຍຄື: ຖ້າໃສ່ຖົງແພກອາກາດໄປປ່ອຍຄວນເອົາຖົງແຊ່ໃສ່ນ້ຳໃນໜອງທີ່ຈະປ່ອຍ 10 ນາທີ ເພື່ອໃຫ້ລູກປາໄດ້ປັບຕົວເຂົ້າກັບອຸນນະພູມຂອງນ້ຳໃນໜອງໃໝ່ ແລະ ຖ້າປະສົມພັນໃສ່ຊາມແລ້ວຍົກໄປປ່ອຍໃສ່ໜອງອະນຸບານຄວນວິດນ້ຳຈາກໜອງໃສ່ຄ່ອຍເປັນການປັບໂຕຂອງລູກປາກັບນ້ຳໃໝ່. ຂໍ້ຄວນລະວັງບໍ່ຄວນປ່ອຍປາໃສ່ໜອງອະນຸບານໂດຍກົງອາດເຮັດໃຫ້ລູກປາຊັອກນ້ຳຕາຍໄດ້.
ການອະນຸບານລູກປາເຂັງ
ການກະກຽມໜອງອະນຸບານດັ່ງວິທີທີ່ກ່າວມາແລ້ວ, ການເຮັດນ້ຳຂຽວ ແລະ ອາຫານທຳມະຊາດ ໂດຍດູດນ້ຳເຂົ້າໃສ່ໜອງ ແລະ ຕອງນ້ຳດ້ວຍມຸ້ງຂຽວຕາຖີ່ ຫຼື ຜ້າໄນລອນແກ້ວ ລະດັບນ້ຳ 50 ຊັງຕີແມັດ ຫວ່ານປຸ໋ຍອິນຊີສູດ 46 00 00 ໃນອັດຕາ 100 ກິໂລກຼາມ/ໄລ່ ຫຼື 0.06 ກິໂລກຼາມ/ຕາແມດ. ຫຼັງຈາກສາມວັນຈີ່ງລວບລວມນຳເອົາລູກປາເຂັງທີ່ປະສົມພັນຟັກແຕກໄວ້ກ່ອນໜ້ານີ້ ແລະ ພັດທະນາເປັນລູກປາເຂັງອາຍຸຍັງອ່ອນ 3 ວັນ ປ່ອຍລົງໜອງອະນຸບານໃນຊ່ວງຕອນເຊົ້າບໍ່ຄວນປ່ອຍໃນຕອນແລງເພາະອຸນນະພູມຂອງນ້ຳສູງອາດເຮັດໃຫ້ປາຊັອກນ້ຳຕາຍໄດ້. ເລີ່ມໃຫ້ໄຂ່ໄກ່ຕົ້ມສຸກເອົາສະເພາະໄຂ່ແດງບົດຜ່ານຜ້າຂາວບາງປະສົງນ້ຳສາດທົ່ວໜອງ ແລະ ອາຫານຜົງສຳເລັດຮູບ ຫຼື ຮຳລະອຽດປະສົມປາປົ່ນອັດຕາ 1:1 ຫຼັງຈາກນັ້ນຈີ່ງໃຫ້ອາຫານເມັດນ້ອຍ ຫຼື ອາຫານປາດຸກເມັດນ້ອຍພິເສດ. ຫຼັງຈາກອະນຸບານໄດ້ 3 ທິດ ຄ່ອຍໆເພີ່ມລະດັບນ້ຳເປັນ 80 ຊັງຕີແມັດ. ສຳລັບຊ່ວງອາຍຸການໃຫ້ອາຫານລູກປາເຂັງ ມີດັ່ງນີ້
-    ອາຍຸລູກປາ 1–3 ວັນ ນຳໃຊ້ອາຫານຖົງ (yolk sac)
-    ອາຍຸລູກປາ 3–10 ວັນ ໂລຕີເຟີ ແລະ ໄຂ່ແດງຕົ້ມສຸກບົດລະອຽດລະລາຍນ້ຳສາດໃສ່ໜອງ
-    7–20 ວັນ ໄຮແດງ, ອາຫານຜົງສຳເລັດຮູບ ຫຼື ປາປົ່ນປະສົມຮຳລະອຽດອັດຕາ 1:
-    15–25 ວັນ ອາຫານເມັດນ້ອຍ ຫຼື ອາຫານເມັດນ້ອຍພິເສດທີ່ມີໂປຼຕີນບໍ່ຕ່ຳກວ່າ 45%
-    20–30 ວັນ ອາຫານປາເຂັງ ຫຼື ປາດຸກເມັດນ້ອຍທີ່ມີໂປຼຕີນບໍ່ຕ່ຳກວ່າ 40%
ການໃຫ້ອາຫານຄວນໃຫ້ກິນ 3–4 ເທື່ອຕໍ່ວັນ ແລະ ຈຳເປັນຕ້ອງສ້າງຕ່ອງໂສ້ອາຫານຈາກທຳມະຊາດໂດຍສະເພາະໄຮນ້ຳສັດຄວນເຮັດໃຫ້ນ້ຳເປັນສີນ້ຳຕານ ຫຼື ສີຂຽວປົນເຫຼືອງ, ຕອນເຊົ້າໆຄວນກວດກາປະລິມານຄວາມສົມບູນຂອງໂລຕີເຟີ, ໄຮແດງ ແລະ ສຸຂະພາບຂອງລູກປາເຂັງທຸກໆມື້ ແລະ ຄວນອະນຸບານລູກປາເຂັງໃສ່ໜອງດິນຈະເຮັດໃຫ້ລູກປາໄດ້ຮັບທາດອາຫານທີ່ຄົບຖ້ວນ (ຫຼີກຫຼ່ຽງການອະນຸບານລູກປາເຂັງໃສ່ອ່າງຊີເມັນ) ການເກັບກູ້ຜົນຜະລິດອອກຈາກໜອງລູກອະນຸບານລູກປາເຂັງຄວນປະຕິບັດໃນຕອນເຊົ້າໂດຍລວບລວມລູກປາເຂັງດ້ວຍຄວາມຖະນຸຖະໜອມບໍ່ໃຫ້ໂຕປາຊ້ຳເພາະວ່າເວລາເອົາໄປພັກໃສ່ກະຊັງ ຫຼື ປ່ອຍ ປາຈະອ່ອນແອຕິດເຊື້ອພະຍາດໄດ້ງ່າຍ ແລະ ໄວ ການເອົາລູກປາໄປພັກໄວ້ຢູ່ກະຊັງຄວນປົກປາກກະຊັງດ້ວຍຜ້າກັນແສງເພື່ອປ້ອງກັນແສງແດດ ແລະ ກະຊັງໃສ່ຜັກບົ້ງ ຫຼື ພັນໄມ້ນ້ຳ, ການຕັກລູກປາເຂັງ ແລະ ນ້ຳໃສ່ຖົງຢາງແພັກ ຫຼື ພາສະນະຂົນສົ່ງໄປຍັງບ່ອນລ້ຽງຄວນໃສ່ເກືອໃນປະລິມານ 2% ເພື່ອປ້ອງກັນຄວາມຄຽດ ແລະ ປິ່ນປົວບໍລິເວນປາຊ້ຳທີ່ເກີດຈາກການເກັບກູ້ລູກປາໃນໜອງອະນຸບານ.
ການກຽມໜອງເອົາລູກປາເຂັງລົງລ້ຽງ
ຂະໜາດຂອງໜອງທີ່ນິຍົມໃນການລ້ຽງປາເຂັງນັ້ນສ່ວນໃຫຍ່ຂະໜາດບໍ່ໃຫຍ່ຫຼາຍໂດຍທົ່ວໄປມີເນື້ອທີ່ປະມານ 1–3 ງານ ຫຼື ບາງແຫ່ງນິຍົມລ້ຽງໃນໜອງຂະໜາດ 3–4 ໄລ່ ຄວາມເລິກປະມານ 1,5–2 ແມັດ. ໜອງເກົ່າຕ້ອງດູດນ້ຳໃຫ້ແຫ້ງເພື່ອກຳຈັດສັດຕູຂອງປາໂດຍສະເພາະປາກິນຊີ້ນ, ວັດສະພືດ ແລະ ພັນໄມ້ນ້ຳອອກໃຫ້ໝົດແລ້ວຫວ່ານປູນຂາວປະມານ 150–200 ກິໂລກຼາມ/ໄລ່ ຫຼື 0.09–0.13 ກິໂລກຼາມ/ຕາແມັດ ຕາກໜອງໃຫ້ແຫ້ງປະມານ 7 ວັນ ເພື່ອເປັນການຂ້າເຊື້ອພະຍາດ ແລະ ກຳຈັດສັດຕູປາເຂັງ. ໃນກໍລະນີໜອງໃໝ່ຫວ່ານປູນຂາວປະມານ 100 ກິໂລກຼາມ/ໄລ່ ຫຼື 0.06 ກິໂລກຼາມ/ຕາແມັດ, ໃຊ້ດາງຂຽວສູງຂະໜາດ 90 ຊັງຕີແມັດ ລ້ອມຮອບໜອງເພື່ອປ້ອງກັນປາເຄື່ອນຍ້າຍອອກຈາກໜອງ, ດູດນ້ຳໃສ່ໜອງໃຫ້ໄດ້ປະມານ 60–100 ຊັງຕີແມັດ, ຕອງນ້ຳດ້ວຍມຸ້ງຕາຖີ່ ແລະ ເຮັດນ້ຳຂຽວໂດຍຝຸ່ນຄອກ 0,5 ກິໂລກຼາມ/ຕາແມັດ ຈີ່ງປ່ອຍລູກປາເຂັງອາຍຸ 30 ວັນ ລົງລ້ຽງ. ຫຼັງຈາກນັ້ນຈີ່ງຄ່ອຍເພີ່ມນ້ຳເຂົ້າໜອງແຕ່ລະອາທິດເປັນເວລາ 8 ອາທິດ ຈົນໃຫ້ໄດ້ລະດັບນ້ຳ 1,5 ແມັດ ແລະ ຄວບຄຸມລະດັບນ້ຳໃນລະດັບນີ້ຕໍ່ໄປ.

ການຄັດເລືອກລູກປາເຂັງລົງລ້ຽງ
ຂະໜາດລລູກປາເຂັງທີ່ເໝາະສົມໃນການປ່ອຍລ້ຽງໃນໜອງດິນຄວນມີ 2 ຂະໜາດ ຄື: ລູກປາເຂັງຂະໜາດ 2–3 ຊັງຕີແມັດ ຫຼື ຂະໜາດເທົ່າໃບໝາກຂາມ ຊີ່ງມີອາຍຸລະຫວ່າງ 25 -30 ວັນ ຫຼື ເປັນລູກປາເຂັງອາຍຸ 60–75 ວັນ ທີ່ມີຂະໜາດ 2–3 ດີ້ວມື. ສຳລັບຜູ້ລ້ຽງທີ່ມີບໍ່ມີຄວາມຊຳນານ ຫຼື ປະສົບການລ້ຽງມາກ່ອນຕ້ອງເລືອກລູກປາເຂັງຂະນາດ 2–3 ດີ້ວມືນີ້ ຈີ່ງຈະມີການດູແລເບິ່ງແຍໄດ້ງ່າຍ ແລະ ມີອັດຕາການລອດຕາຍສູງ. ສ່ວນລູກປາເຂັງຂະໜາດໃບໝາກຂາມເປັນຂະໜາດທີ່ນິຍົມລ້ຽງກັນຫຼາຍເນື່ອງຈາກການຫາເກັບຊື້ໄດ້ງ່າຍ, ຂົນສົ່ງສະດວກ ແລະ ລາຄາຖືກ ຄວນຕິດຕໍ່ຊື້ລູກປາລ່ວງໜ້າປະມານ 1 – 2 ເດືອນ ຈາກຟາມລູກປາທີ່ມີປະຫວັດດີມີຄວາມຮັບຜິດຊອບຕໍ່ລູກຄ້າ ບໍ່ຄວນຊື້ລູກປາຕາມພໍ່ຄ້າວາງຂາຍທົ່ວໄປແຄມທາງ ຫຼື ລູກປາທີ່ພັກໄວ້ອ່າງຊີເມັນເປັນເວລາດົນເພາະລູກປາເຂັງອາດແຄະ ຫຼື ລູກປາອາດບໍ່າສົມບູນ.

ອັດຕາການປ່ອຍລູກປາເຂັງລົງລ້ຽງ
ໂດຍທົ່ວໄປການຊື້ລູກປາເຂັງນິຍົມກັນລ້ຽງຂະໜາດ 2–3 ຊັງຕີແມັດ, ອັດຕາການປ່ອຍ 30–50 ໂຕ/ຕາແມັດ ຫຼື 50.000–80.000 ໂຕ/ໄລ່ ຖ້າໃຊ້ວິທີການປ່ອຍພໍ່ແມ່ພັນປາໃຫ້ປະສົມພັນວາງໄຂ່ໃນໜອງອະນຸບານ ແລະ ລ້ຽງໃນໜອງດຽວກັນດັ່ງກ່າວມາແລ້ວຂ້າງເທີງໂດຍໃຊ້ອັດຕາພໍ່ແມ່ພັນປາເຂັງ 40–60 ຄູ່/ໄລ່ ຈະໄດ້ລູກປາເຂັງຂະໜາດໃບໝາກຂາມປະມານ 80.000–150.000 ໂຕ/ໄລ່ ຫຼື 50–74 ໂຕ/ຕາແມັດ ເຖີງຢ່າງໃດກໍ່ຕາມຖ້າມີເປົ້າໝາຍຕ້ອງການປາຂະໜາດໃຫຍ່ຕ້ອງປ່ອຍລູກປາເຂັງໃນຄວາມໜາແໜ້ນຕ່ຳລົງມາປະມານ 20 ໂຕ/ຕາແມັດ ຫຼື 32.000 ໂຕ/ໄລ່.

Contribute