ອາຫານ ແລະ ການໃຫ້ອາຫານປາເຂັງ
ໃນຊ່ວງເລີ້ມຕົ້ນກິນຂອງການກິນອາຫານຫຼັງຈາກລູກປາເຂັງທີ່ມີຂະໜາກໃບໝາກຂາມເປັນປາເຂັງລຸ້ນ (ອາຍຸ 1–2 ເດືອນ) ນັ້ນແມ່ນມີຄວາມຕ້ອງການກິນອາຫານທີ່ມີໂປຼຕິນສູງຫຼາຍບໍ່ຕ່ຳກວ່າ 40% ຫຼື ປະມານ 10–5 % ຂອງນ້ຳໜັກໂຕ. ຫຼັງຈາກນັ້ນເມື່ອາຍຸ 2–3 ເດືອນ ມີຄວາມຕ້ອງການອາຫານລະດັບໂປຼຕີນຕ່ຳລົງມາ 30–35% ໂຍໃຫ້ກິນໃນອັດຕາ 5–3% ຂອງນ້ຳໜັກໂຕ, ໃຫ້ກິນ 3–4 ເທື່ອ/ວັນ, ການໃຫ້ອາຫານຕ້ອງຍ່າງຫວ່ານອ້ອມໜອງ ຫຼື ສ້າງຈຸດໃຫ້ກິນສະເພາະໂດຍການເຄາະອຸປະກອນທີ່ມີສຽງດັງ. ສຳລັບການໃຫ້ອາຫານປາເຂັງຄວນມີການວາງແຜນການໃຫ້ກິນດັ່ງນີ້:
-    ອາຍຸປາ 1–7 ວັນ ນ້ຳໜັກປາ 0.50–8.50 ກຼາມ ໃຫ້ອາຫານ 3–4 ເທື່ອ/ວັນ
-    ອາຍຸປາ 8–14 ວັນ ນ້ຳໜັກປາ 8.50–18.50 ກຼາມ ໃຫ້ອາຫານ 3–4 ເທື່ອ/ວັນ
-    ອາຍຸປາ 15–20 ວັນ ນ້ຳໜັກປາ 18.50–26.50 ກຼາມ ໃຫ້ອາຫານ 3–4 ເທື່ອ/ວັນ
-    ອາຍຸປາ 20–25 ວັນ ນ້ຳໜັກປາ 26.50–35.00 ກຼາມ ໃຫ້ອາຫານ 3–4 ເທື່ອ/ວັນ
-    ອາຍຸປາ 26–32 ວັນ ນ້ຳໜັກປາ 35.00–43.00 ກຼາມ ໃຫ້ອາຫານ 3–4 ເທື່ອ/ວັນ
-    ອາຍຸປາ 33–37 ວັນ ນ້ຳໜັກປາ 43.00–50.00 ກຼາມ ໃຫ້ອາຫານ 3–4 ເທື່ອ/ວັນ
-    ອາຍຸປາ 38–60 ວັນ ນ້ຳໜັກປາ 50.00–81.50 ກຼາມ ໃຫ້ອາຫານ 3–4 ເທື່ອ/ວັນ
-    ອາຍຸປາ 61–67 ວັນ ນ້ຳໜັກປາ 81.50–91.50 ກຼາມ ໃຫ້ອາຫານ 2–3 ເທື່ອ/ວັນ
-    ອາຍຸປາ 68–120 ວັນ ນ້ຳໜັກປາ 91.50–164.50 ກຼາມ ໃຫ້ອາຫານ 2–3 ເທື່ອ/ວັນ

ການດູແລຮັກສາໃນລະຫວ່າງການໃຫ້ອາຫານ
ປາເຂັງມີພຶດຕິກຳການກິນອາຫານຢູ່ກາງນ້ຳ ແລະ ໜ້ານ້ຳມັກກິນອາຫານໃໝ່, ສົດ ແລະ ມີກິ່ນທີ່ດືງດູດ ໂດຍຈະກິນອາຫານພາຍໃນເວລາ 20–30 ນາທີ ຫຼັງຫວ່ານອາຫານໃຫ້ກິນ, ຊ່ວງແລງຈະກິນຫຼາຍກວ່າຊ່ວງເຊົ້າ ຫຼື ສວຍ ຖ້າເມັດອາຫານໂພງນ້ຳຫຼາຍ ຫຼື ເປື້ອນຢູ່ໃນໜອງ ແລະ ໄຫຼໄປຕິດຢູ່ແຄມຄູໜອງປາເຂັງມັກບໍ່ກິນ. ສະນັ້ນຜູ້ລ້ຽງຕ້ອງໃຫ້ອາຫານໃນປະລິມານເທື່ອລະໜ້ອຍແຕ່ໃຫ້ຫຼາຍເທື່ອ, ແບ່ງມາເປັນການໃຫ້ຕອນແລງຫຼາຍຂື້ນ ແລະ ໃຫ້ອາຫານຢ່າງທົ່ວເຖີງກັນ. ການປ່ຽນຂະໜາດ ຫຼື ເບີອາຫານຄວນມີໄລຍະສະຫຼັບກັນ 2–3 ວັນ ໂດຍຄ່ອຍໆຫຼຸດອາຫານຂະໜາດເມັດນ້ອຍລົງແລ້ວເພີ່ມສັດສ່ວນອາຫານເມັດໃຫຍ່ສູງຂື້ນ ປາຈະໄດ້ກິນອາຫານແບບຕໍ່ເນື່ອງ, ຄວນໝັ່ນສັງເກດປັດໄຈສະພາບແວດລ້ອມໂດຍສະເພາະສະພາບລົມຟ້າອາກາດ, ອຸນນະພູມ, ເມກ (ທ້ອງຟ້າມືດ), ໝອກ, ແສງແດດ ແລະ ຝົນຕົກ ຕະຫຼອດຈົນສີ່ງພາຍນອກທີ່ມາກະທົບຕໍ່ກັບປາໃນໜອງຊີ່ງປັດໄຈເຫຼົ່ານີ້ສົ່ງຜົນຕໍ່ນິໄສ ແລະ ປະລິມານຂອງປາກິນອາຫານໃນຊ່ວງວັນໜື່ງຕ້ອງປັບຫຼຸດ ຫຼື ປັບເພີ່ມປະລິມານອາຫານຕໍ່ວັນຕາມສະຖານະການ.

ການປ່ຽນຖ່າຍນ້ຳ
ການປ່ຽນຖ່າຍນ້ຳກ່ອນມີການປ່ຽນຖ່າຍນ້ຳທຸກໆເທື່ອຕ້ອງແນ່ໃຈວ່າຄຸນນະພາບນ້ຳຄຸນນະພາບນ້ຳທີ່ຈະດູດເຂົ້າມາໃໝ່ບໍ່ມີຄວາມແຕກຕ່າງຈາກຄຸນນະພາບນ້ຳໃນໜອງຫຼາຍ ແລະ ສະອາດພຽງພໍທີ່ຈະບໍ່ເຮັດໃຫ້ປາເປັນພະຍາດ ຫຼື ຕິດພະຍາດໄດ້ ໃນຊ່ວງທຳອິດບໍ່ຈຳເປັນຕ້ອງປ່ຽນຖ່າຍນ້ຳແຕ່ຈະໃຊ້ວິທີເພີ່ມລະດັບນ້ຳທຸກໆອາທິດຫຼັງຈາກເດືອນທີສອງແລ້ວຈິ່ງປ່ຽນຖ່າຍນ້ຳເດືອນລະ 2 ເທື່ອ ໂດຍປ່ຽນຖ່າຍນ້ຳໃນປະລິມານ 1 ສ່ວນ 3 ຂອງນ້ຳໃນໜອງ. ປາເຂັງທີ່ລ້ຽງໃສ່ໜອງດິນມັກເປັນພະຍາດໃນຊ່ວງຕົ້ນລະດູຝົນ ພຶດສະພາ ຫາ ຫາຊ່ວງທ້າຍລະດູໜາວເດືອນພະຈິກ ຫາ ທັນວາທີ່ມີອຸນນະພູມປ່ຽນແປງກະທັນຫັນແນວທາງໃນການແກ້ໄຂຜູ້ລ້ຽງຄວນໃຊ້ເກືອເມັດຫວ່ານລົງໃນໜອງອັດຕາ 100–200 ກິໂລກຼາມ/ໄລ່ ຫຼື 0.06–0.12 ກິໂລກຼາມ/ຕາແມັດ ຮ່ວມກັບຫວ່ານປູນຂາວໃສ່ໃນອັດຕາ 10 ກິໂລກຼາມ/ໄລ່ ຫຼື 0.006 ກິໂລກຼາມ/ຕາແມັດ ລະລາຍໃນນ້ຳໃນຄຸກ ຫຼື ຊາມ ແລ້ວສາດທົ່ວໜອງ.

Contribute