1.  ພະຍາດຕົກເລືອດຕາມລືບເກັດ.
ອາການພະຍາດ: ປາເຂັງຈະມີບາດແຜສີແດງເປັນຈ້ຳໆຕາມລຳໂຕໂດຍສະເພາະຢູ່ຄີ ແລະ ລືບເກັດ ຖ້າເປັນບາດແຜເລື້ອລັງຈະເຮັດໃຫ້ເກັດຫຼຸດອອກຈາກບໍລິເວນອ້ອມຂ້າງ ຫຼື ຕິດເຊື້ອຣາກາຍພັນເປັນພະຍາດເກັດໂພງໄດ້ສາເຫດເກີດຈາກກາຝາກຈຸລັງດຽວທີ່ຢູ່ຮ່ວມກັນເປັນກຸ່ມ ຫຼື ເປັນຈຸຮ່ວມກັບເຊື້ອແບັກທີເຣຍ.
ການປ້ອງກັນ ແລະ ປິ່ນປົວ: 
-    ຫວ່ນເກືອເມັດ 200–300 ກິໂລກຼາມ/ໄລ່ ໃນລະດັບນ້ຳ 1 ແມັດ
-    ໃຊ້ຢໍມາລິນ 25–40 ຊີຊີ / ນ້ຳ 1 ແມັດກ້ອນ ຫຼັງຈາກແຊ່ແລ້ວຖ້າປາບໍ່ດີຂື້ນໃຫ້ປ່ຽນຖ່າຍນ້ຳພັກໄວ້ 1 ວັນ ຈາກນັ້ນຈີ່ງໃຊ້ຢາຊ້ຳອີກ 1–2 ເທື່ອ.
-    ຖ້າອາການໃຫ້ໃຊ້ຢາ Enrofloxacin ປະສົມອາຫານໃນອັດຕາ 3–5 ກຼາມ ຕໍ່ອາຫານ 1 ກິໂລກຼາມ ໃຫ້ກິນຕິດຕໍ່ກັນ 5–10 ວັນ.
2. ພະຍາດເກັດໂພງ.
ອາການຂອງພະຍາດ: ມີເກັດໂພງ ແລະ ມີຕົກເລືອດຢູ່ບໍລິເວນຜີວໜັງປາເຂັງຈະມີບາດແຜເປັນຈຸດຂາວໆປົນເທົາຄ້າຍຄືສຳລີປົກຫຸ້ມຢູ່. ສາເຫດຂອງພະຍາດນີ້ເກີດຈາກເຊື້ອຣາຕໍ່ເນື່ອງຈາກກາຝາກພາຍນອກ ແລະ ຕິດເຊື້ອແບັກທີເຣຍ
ການປ້ອງກັນ ແລະ ປິ່ນປົວ: 
-    ໃຊ້ມາລາໄດກຣິນ 0.1–0.15 ກຼາມ/ນ້ຳ 1 ແມັດກ້ອນ ແຊ່ໄວ້ 24 ຊົ່ວໂມງ ແລະ ໃຊ້ປູນຂາວ 60 ກິໂລກຼາມ /ໄລ່ ເພື່ອປັບຄຸນນະພາບນ້ຳໃນໜອງລ້ຽງ
-    ເກືອເມັດ 200–300 ກິໂລກຼາມ/ໄລ່ ໃນລະດັບນ້ຳ 1 ແມັດ ຮ່ວມກັບປູນຂາວ 60–100 ກິໂລກຼາມ/ໄລ່ ແລະ ລະລາຍນ້ຳສາດທົ່ວໜອງ.
-    ໃຊ້ຢາກຸ່ມ ltratonnasole ເຊັ່ນ: ຢາ Sporanox 100 mg ປະສົມອາຫານໃນອັດຕາສ່ວນ 3–5 ກຼາມ ຕໍ່ອາຫານ 1 ກິໂລກຼາມ ໃຫ້ກິນຕິດຕໍ່ກັນ 7–14 ວັນ.
3.  ພະຍາດບາດແຜຕາມຕົນໂຕ.
ອາການຂອງພະຍາດ: ໃນໄລຍະເລີ່ມຕົ້ນຈະເຮັດໃຫ້ເກັດຫຼຸດ ແລະ ຜີວໜັງເລີ່ມເປື່ອຍເລິກລົງໄປຈົນເຖີງຊັ້ນກ້າມຊີ້ນໂດຍແຜ່ກະຈາຍທົ່ວຕົນໂຕອີກທັງເປັນສາເຫດເຮັດໃຫ້ປາເກີດເຊື້ອຣາຕໍ່ໄປເອີ້ນວ່າ ພະຍາດອີພີຊູໂອຕິກ  ອັນເຊີເລທີບ ຊິນໂດມ (Epizootic ulcerative syndrome ) ເຊິ່ງເປັນລັກສະນະອາການຂອງປາເປັນພະຍາດບາດແຜຕາມຕົນໂຕ ແລະ ພາກສ່ວນຫົວໂດຍທີ່ບາດແຜມີລັກສະນະເປັນເສັ້ນໄຍຂອງເຊື້ອຣາຝັງຢູ່ຕໍ່ໄປໄດ້ສາເຫດເກີດຈາກເຊື້ອແບັດທີເຣຍ.
4.  ພະຍາດຈຸດຂາວ.
ອາການຂອງພະຍາດ: ປາເຂັງຈະມີຈຸດຂາວຂຸ້ນຂະໜາດເທົ່າຫົວເຂັມໝຸດບໍລິເວນຕົນໂຕ ແລະ ຄີສາເຫດເກີດເຊື້ອໂປໂຕຊົວຊະນິດທີ່ກິນເຊວຜີວໜັງເປັນອາຫານ.
ການປ້ອງກັນ ແລະ ປິ່ນປົວ: ເນື່ອງຈາກກາຝາກຝັງໂຕຢູ່ກ້ອງຜີວໜັງປາເຂັງສຳລັບການຮັກສາຈິ່ງບໍ່ໄດ້ຜົນ. ວິທີທີ່ດີທີ່ສຸດຄືການທຳລາຍໂຕອ່ອນຂອງກາຝາກໃນນ້ຳ ຫຼື ໂຕແກ່ໃນຂະນະລອຍນ້ຳອິດສະລະກໍລະນີປາເຂັງຂະໜາດໃຫຍ່ໃຊ້ຢາຟໍມາລິນ 150–200 ຊີຊີ/ນ້ຳ 1 ແມັດກ້ອນ. ຖ້າປາເຂັງຂະໜາດນ້ອຍໃຊ້ໃນອັດຕາ 25–50 ຊີຊີ/ນ້ຳ 1 ແມັດກ້ອນ ແລະ ແຍກປາເຂັງທີ່ເປັນພະຍາດອອກຈາກໜອງ ຫຼື ນຳປາເຂັງໃສ່ພາຊະນະບັນຈຸແລ້ວເພີ່ມອຸນນະພູມນ້ຳຂື້ນຊົ່ວໂມງລະ 1 ອົງສາ ແລະ ຄົງທີ່ຢູ່ທີ່ 30 ອົງສາ ເວລາ 10 ວັນ.

5. ພະຍາດຈາກເຫັບປາ ແລະ ເຫັບລະຄັງ.
ອາການຂອງພະຍາດ: ປາເຂັງຈະເປັນບາດແຜຕາມຜີວໜັງ ແລະ ຈະສະແດງອາການລຳຄານຈະຖູໂຕກັບວັດຖຸ ຫຼື ຂອບໜອງ ສາເຫດເກີດຈາກເຫັບປາ ແລະ ເຫັບລະຄັງເຂົ້າໄປເກາະຕາມຕົນໂຕ ແລະ ຟັນຟືມ.
ການປ້ອງກັນ ແລະ ປິ່ນປົວ: ກາຝາກຊະນິດນີ້ຈະແຜ່ໄປຢ່າງໄວວາ ແລະ ເຮັດໃຫ້ປາຕາຍໄດ້ໃນໄລຍະເວລາສັ້ນ ແລະ ມີການຕິດຕໍ່ລະຫວ່າງໜອງທີ່ໃຊ້ອຸປະກອນຮ່ວມກັນການກຳຈັດເຮັດໄດ້ໂດຍໃຊ້ຢໍມາລິນໃນອັດຕາ 150–200 ຊີຊີ/ນ້ຳ 1.000 ລິດ ແຊ່ໄວ້ 24 ຊົ່ວໂມງ ຫຼື ໃຊ້ເມທິລິນບູນໃນອັດຕາ 0.4–0.8 ຊີຊີ/ນ້ຳ 1 ລິດ ແຊ່ໄວ້ 24 ຊົ່ວໂມງ ຫຼື ແຊ່ນ້ຳທີ່ມີເກືອແກງເຂັ້ມຂຸ້ນ 1 ແຊ່ດົນ 12–24 ຊົ່ວໂມງ.
•  ການປ້ອງກັນພະຍາດລະບາດປາໃນໜອງລ້ຽງປາເຂັງ.
ຂໍ້ແນະນຳໃນການປ້ອງກັນ ແລະ ຮັກສາພະຍາດປາເຂັງດັ່ງນີ້:
1. ການປ້ອງກັນ
-  ຄວນກະກຽມໜອງ ແລະ ນ້ຳຕາມວິທີການທີ່ເໝາະສົມກ່ອນປ່ອຍລູກປາເຂັງລົງລ້ຽງໃສ່ໜອງ
-  ຊື້ລູກປາເຂັງຈາກແຫຼ່ງທີ່ເຊື່ອຖືໄດ້, ຄວາມແຂງແຮງ ແລະ ບໍ່ມີພະຍາດ
-  ບໍ່ຄວນປ່ອຍປາໜາແໜ້ນເກີນໄປ
-  ໝັ່ນຕິດຕາມສັງເກດອາການຂອງປາຢ່າງເປັນປົກກະຕິ
-  ປ່ຽນຖ່າຍນ້ຳຢ່າງສະໝ່ຳສະເໝີ
-  ບໍ່ຄວນໃຫ້ອາຫານຈົນເຫຼືອ
-  ຖ້າພົບປາເປັນພະຍາດໃນທຳມະຊາດໃນຊ່ວງລະດູຝົນຕໍ່ລະດູໜາວໃຫ້ຟ້າວປິດໜອງ ຫຼື ງົດການເອົານ້ຳເຂົ້າໜອງໂດຍທັນທີ.
-  ໃນລະຫວ່າງການປິດນ້ຳຈຳເປັນຕ້ອງຫຼຸດປະລິມານອາຫານທີ່ໃຫ້ປາເຂັງກິນເພື່ອປ້ອງກັນນ້ຳເນົ່າເສຍ.
-  ຄວບຄຸມຄຸນນະພາບນ້ຳໃນໜອງໂດຍໃຊ້ປູນຂາວໃນອັດຕາ 60 – 100 ກິໂລກຼາມ/ໄລ່ ລະດັບນ້ຳເລິກ  ແມັດ.
•  ຮັກສາພະຍາດປາເຂັງ.
-  ໃນກໍລະນີທີ່ນ້ຳເລີ່ມເນົ່າເສຍໂດຍມີແກ໊ດບູດຂື້ນມາຈາກພື້ນໜອງໃຫ້ສາດເກືອເມັດບໍລິເວນທີ່ມີແກ໊ດປະມານ 200 – 300 ກິໂລກຼາມ/ໄລ່ ລະດັບນ້ຳເລິກ 1 ແມັດ.
-  ເມື່ອເຫັນວ່າປາໃນທຳມະຊາດເຊົາຕິດພະຍາດແລ້ວ ແລະ ອຸນນະພູມຂອງນ້ຳສູງຂື້ນ ຫຼື ສິ້ນສຸດລະດູໜາວແລ້ວຈິ່ງເລີ່ມເຮັດການປ່ຽນຖ່າຍນ້ຳ ແລະ ເພີ່ມປະລິມານອາຫານຂອງປາໄດ້ຕາມປົກກະຕິ
•  ວິທີປະຕິບັດເມື່ອປາເຂັງໃນໜອງເປັນພະຍາດ.
ຫ້າມມີການປ່ຽນຖ່າຍນ້ຳ ຫຼື ປ່ອຍນ້ຳອອກ ຄວນປິດທາງນ້ຳເຂົ້າ ແລະ ທາງນ້ຳອອກ.
-  ຊ່ອນປາທີ່ຕາຍ ຫຼື ເປັນພະຍາດໃກ້ຕາຍອອກເທົ່າທີ່ຈະເຮັດໄດ້ ແລະ ທຳລາຍໂດຍການຝັງດິນ ຫຼື ເຜົາຖີ້ມ
-  ຢຸດການໃຫ້ອາຫານ ຫຼື ຫຼຸດປະລິມານລົງ
-  ຫວ່ານປູນຂາວລົງໃນໜອງໃນອັດຕາ 60 – 100 ກິໂລກຼາມ/ໄລ່ ໃນລະດັບນ້ຳເລິກ 1 ແມັດ ແລະ ອາດຈະຕ້ອງຫວ່ານປູນຂາວຊ້ຳອີກໃນອັດຕາດຽວກັນທຸກໆ 3- 4 ອາທິດ
-  ໃນກໍລະນີນ້ຳໃນໜອງມີຝອດຂື້ນຈາກພື້ນໜອງໃຫ້ສາດເກືອ 20 – 300 ກິໂລກຼາມ/ໄລ່ ໃນລະດັບນ້ຳເລີກ 1 ແມັດ.
-  ເມື່ອເຫັນວ່າປາເຂັງເຊົາຈາກການເປັນພະຍາດແລ້ວຈິ່ງເຮັດການປ່ຽນຖ່າຍນ້ຳ ແລະ ໃຫ້ອາຫານຕາມປົກກະຕິ.
•  ຂໍ້ຄວນລະວັງໃນການໃຊ້ຢາ ແລະ ສານເຄມີໃນການປິ່ນປົວປາເຂັງ.
-  ກ່ອນສັກຢາ ແລະ ສານເຄມີທຸກຊະນິດຄວນອ່ານວິທີການໃຊ້ຢາໃຫ້ລະອຽດເພື່ອປ້ອງກັນຄວາມຜິດພາດທີ່ອາດເກີດຂື້ນ.
-  ເປີດພາຊະນະທີ່ບັນຈຸຢາດ້ວຍຄວາມລະມັດລະວັງ
-  ຄວນໃຊ້ຖົງມື ແລະ ໃສ່ຜ້າປິດໜ້າກັນຝຸ່ນໃນຂະນະໃຊ້ຢາ
-  ເມື່ອໃຊ້ຢາ ແລະ ສານເຄມີແລ້ວຄວນອາບນ້ຳລ້າງຮ່າງກາຍໃຫ້ສະອາດໂດຍໃຊ້ສະບູ ແລະ ລ້າງອຸປະກອນທີ່ໃຊ້ໃຫ້ສະອາດ
-  ກໍລະນີໃຊ້ຢາຜິດປະລິມານກັບສັດນ້ຳໂດຍໃຊ້ວິທີແຊ່ຄວນປ່ອຍນ້ຳທັນທີສ່ວນວິທີປະສົມອາຫານຄວນກວດສອບໃຫ້ຮອບຄອບຄວນເລືອກຢາທີ່ຂື້ນທະບຽນຖືກກົດໝາຍ ແລະ ບໍ່ຄວນນຳປາເຂັງໃນລະຫວ່າງການຮັກສາມາກິນ
-  ຟໍມາລິນຄວນໃຊ້ໃນໜອງທີ່ນ້ຳບໍ່ຂຽວຫຼາຍ ແລະ ຄວນໃຊ້ໃນຕອນເຊົ້າ. ແຕ່ຖ້າຈຳເປັນຕ້ອງໃຊ້ຟໍມາລິນໃນໜອງທີ່ມີນ້ຳສີຂຽວຫຼາຍຄວນປ່ຽນຖ່າຍນ້ຳອອກຈາກໜອງປະມານ 1 ສ່ວນ 3 ແລ້ວເຕີມນ້ຳໃໝ່ກ່ອນໃສ່ຢາເນື່ອງຈາກຟໍມາລິນຈະເຮັດໃຫ້ແພງຕອນ ຫຼື ພືດນ້ຳສີຂຽວຂະໜາດນ້ອຍຕາຍສົ່ງຜົນໃຫ້ເກີດພາວະຂາດອົກຊີເຈນໃນນ້ຳຢ່າງກະທັນຫັນເຮັດໃຫ້ປາເຂັງຕາຍໄດ້ຈີ່ງຕ້ອງໃຊ້ໃນເວລາທີ່ມີແສງແດດຫຼາຍ ແລະ ໃຊ້ຕາມປະລິມານທີ່ແນະນຳຢ່າງເຄັ່ງຄັດ ຫຼື ອາດໃຊ້ເກືອເມດເປັນການທົດແທນ.
-  ການໃຊ້ເກືອຈະຕ້ອງລະວັງກ່ຽວກັບຄວາມເຄັມທີ່ເພີ່ມຂື້ນຢ່າງກະທັນຫັນປາເຂັງອາດປັບໂຕບໍ່ທັນໂດຍໃຫ້ແບ່ງເກືອທີ່ຄິດໄລ່ໄດ້ແລ້ວອອກເປັນ 3 ສ່ວນ ແລະ ໃສ່ສ່ວນທີ 1 ລົງໄປກ່ອນເພື່ອເບິ່ງອາການຂອງປາເຂັງປະມານ 1 ຊົ່ວໂມງ ຈິ່ງໃສ່ສ່ວນທີ 2 ແລະ  ລົງໄປ.
•  ການຄິດໄລ່ຢາເພື່ອໃສ່ໜອງ.
ວັດແທກຂະໜາດຄວາມກວ້າງ, ຄວາມຍາວຂອງໜອງ ແລະ ລະດັບຄວາມເລິກຂອງນ້ຳໃນໜອງແລ້ວດຳເນີນປະລິມານຢາທີ່ຈະໃຊ້ເຊັ່ນ: ໜອງທີ່ມີຄວາມກວ້າງ 40 x 40 ແມັດ ແລະ ລະດັບນ້ຳເລິກ 150 ແມັດ ເຊັ່ນ: ປະລິມານນ້ຳ = ກວ້າງ x ຍາວ x ຄວາມເລິກຂອງນ້ຳ = 40x40x 150 ແມັດ = 2.400 ຕາແມັດ. ດັ່ງນັ້ນຖ້າຕ້ອງການໃຊ້ຢໍມາລິນຄວາມເຂັ້ມຂຸ້ນ 25 ສ່ວນໃນລ້ານ (ppm) ຫຼື 25 ຊີຊີ/ນ້ຳ 1.000 ລິດ ໃນການປິ່ນປົວພະຍາດຕ້ອງໃຊ້ຢໍມາລິນ 25 ppm x 2.400 = 60.000 ຊີຊີ ຫຼື ປະລິມານ 60 ລິດ.

Contribute