APA 6th ed. ເຂົ້າໄກ່ນ້ອຍເຫຼືອງ / Yellow Chicken Rice. (2019, September 16). Retrieved from https://www.phakhaolao.la/kb/0000090
MLA 8th ed. ເຂົ້າໄກ່ນ້ອຍເຫຼືອງ / Yellow Chicken Rice. Pha Khao Lao, 16 September 2019, https://www.phakhaolao.la/kb/0000090.
Chicago 17th ed. Pha Khao Lao. 2019. "ເຂົ້າໄກ່ນ້ອຍເຫຼືອງ / Yellow Chicken Rice." Published September 16, 2019. https://www.phakhaolao.la/kb/0000090.
ເຂົ້າໄກ່ນ້ອຍຢູ່ແຂວງຊຽງຂວາງສາມາດປູກໄດ້ໃນຫຼາຍເມືອງຂອງແຂວງ ແຕ່ເມືອງທີ່ປູກເຂົ້າໄກ່ນ້ອຍມີຄຸນນະພາບດີແມ່ນເມືອງຄູນເມືອງແປກ, ເມືອງຜາໄຊ ແລະ ເມືອງພູກູດ ເຊິ່ງເມືອງດັ່ງກ່າວແມ່ນໄດ້ມີການສໍາຫຼວດເນື້ອທີ່ຜະລິດເຂົ້າໄກ່ນ້ອຍ. ການຜະລິດເຂົ້າໄກ່ນ້ອຍຢູ່ເຂດເມືອງແປກ ປູກເຂົ້າໄກ່ນ້ອຍເຫຼືອງ 14%, ຢູ່ເຂດເມືອງຄູນ ປູກເຂົ້າໄກ່ນ້ອຍເຫຼືອງກວມເອົາ 62%, ຢູ່ເຂດເມືອງພູກູດປູກເຂົ້າໄກ່ນ້ອຍເຫຼືອງກວມເອົາ 82%, ຢູ່ເຂດເມືອງຜາໄຊເຊີ່ງມີປູກເຂົ້າໄກ່ນ້ອຍເຫຼືອງ 27% (ຂໍ້ມູນຈາກການສຳຫລວດແຫຼ່ງປູກເຂົ້າໄກ່ນ້ອຍຂອງພະແນກກະສິກຳແຂວງຊຽງຂວາງໃນປີ 2013 ແລະ ເອີນຊື່ເຂົ້າໄກ່ນ້ອຍຕາມຊາວກະສິກອນທີ່ເຄີຍເອີ້ນກັນ).
ເຂົ້າໄກ່ນ້ອຍຢູ່ແຂວງຫົວພັນແມ່ນປູກກະແຈກກະຈາຍຕາມຄວາມນິຍົມ ແລະ ເງື່ອນໄຂທຳມະຊາດແຕ່ລະທ້ອງຖີ່ນທີ່ມີຄວາມແຕກຕ່າງກັນ. ແນວພັນເຂົ້າໄກ່ນ້ອຍທີ່ປູກໃນແຂວງຫົວພັນມີ ເຂົ້າໄກ່ນ້ອຍເຫຼືອງຈະກວມພື້ນທີ່ປູກ 67% ຂອງພື້ນທີ່ປູກເຂົ້າຂອງແຂວງຫົວພັນ, ໂດຍສະເພາະປູກຫຼາຍໃນເຂດເມືອງຊຳເໜືອ, ເມືອງວຽງໄຊ ແລະ ເມືອງຮ້ຽມ. ເມືອງທີ່ໃຫ້ຜົນຜະລິດສູງ ແລະ ຄູນນະພາບດີແມ່ນ ເມືອງຊໍາເໜືອ ແລະ ເມືອງວຽງໄຊ. ນອກນັ້ນຍັງພົບຢູ່ແຂວງອື່ນທີ່ໃກ້ຄຽງ.