ການກຽມດິນ: ກ່ອນໄຖດິນ ຄວນໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມເພື່ອເພີ້ມຄວາມອຸດົມສົມບຸນຂອງດິນໃນອັດຕາ 3-5 ໂຕນ/ເຮັກຕາ.
ການຕົກກ້າ: ເຂົ້າໄກ່ນ້ອຍແມ່ນຕົກກ້າຢູ່ໃນລະຫວ່າງທ້າຍເດືອນເມສາ ຫາ ກາງເດືອນພຶດສະພາ, ໂດຍການເອົາແນວພັນທີ່ກຽມໄວ້ມາຟັດ, ຕາກແດດ ແລ້ວນຳແນວພັນເຂົ້າໄປແຊ່ນໍ້າ (2 ນໍ້າ 3 ບົກ ຫຼື 3 ນໍ້າ 3 ບົກ) ກ່ອນນໍາໄປຫວ່ານ. ການກຽມໜານກ້າຕ້ອງໄດ້ບົ່ມໄວ້ 1-2 ທິດແລ້ວຈິ່ງຄາດໃຫ້ເປັນໜານແລ້ວຈິ່ງຫວ່ານ, ໂດຍນໍາໃຊ້ແນວພັນ 70-100 ກລຕໍ່ເນື້ອທີ່ປູກ 1 ເຮັກຕາ.
ການປັກດຳ: ຊາວນາສ່ວນຫຼາຍຈະເລີ້ມປັກດຳລະຫວ່າງທ້າຍເດືອນພຶດສະພາ ຫາ ຕົ້ນເດືອນກໍລະກົດ. ການກຽມດິນເພື່ອປັກດຳ ແມ່ນໃຫ້ໄຖບົ່ມໄວ້ 1-2 ທິດ ແລະ ພໍກ້າມີອາຍຸໄດ້ 30 ວັນແລ້ວກໍ່ຄາດ ແລະ ຫລົກກ້າໄປດຳ, ໂດຍນິຍົມປັກດຳຫ່າງ ຂະໜາດ 25-30 ຊັງຕີແມັດ, ໃສ່ 4-5 ກິບການຕໍ່ສຸມ.
ການບົວລະບັດຮັກສາ: ຕ້ອງໄດ້ຕິດຕາມກວດກາໃຫ້ມີນໍ້າຢູ່ສະເໝີ, ຫລົກຫຍ້າ ແລະ ເສຍຫຍ້າຄັນນາ. ເມື່ອເຂົ້າໄດ້ປະມານ 30-40 ວັນໃຫ້ຕັດນໍ້າຄັ້ງທີ່ 1 ແລະ ຕັດນໍ້າຄັ້ງທີ່ 2 ເມື່ອເຂົ້າໃກ້ຈະສຸກແກ່.

Sengphane

ການເກັບກ່ຽວ: ປົກກະຕິຊາວນາຈະເກັບກ່ຽວເຂົ້າໄກ່ນ້ອຍໃນລະຫວ່າງທ້າຍເດືອນຕຸລາ, ຕາກ, ກັບກອງ, ຟາດຕີຢູ່ກາງເດືອນພະຈິກ. ຫຼັງຈາກເກັບກ່ຽວດ້ວຍມື, ໃຫ້ຕາກແດດປະໄວ້ 3-4 ແດດແລ້ວຟາດດ້ວຍມື ຫຼື ໃຊ້ຈັກຟາດກໍ່ໄດ້.
ການເກັບຮັກສາຫຼັງເກັບກ່ຽວ ຄວນແຍກເຂົ້າທີ່ຈະເຮັດເປັນແນວພັນອອກໄວ້ຕ່າງຫາກ, ສ່ວນເຂົ້າທີ່ຟາດ ແລະ ຕີ ແລ້ວກໍ່ສາມາດ ເຂົ້າຂື້ນເລົ້າເພື່ອບໍລິໂພກ ຫຼື ຂາຍຕາມຄວາມຕ້ອງການ.

Sengphan

 

Contribute