ລະດູການຕົກກ້າຂອງແຕ່ລະເມືອງ: ໄລຍະເວລາການຕົກກ້າຂອງແຕ່ລະເມືອງແມ່ນຈະແຕກຕ່າງກັນເຊັ່ນ: ເມືອງຊຳເໜືອ, ວັນທີ 01-15 ເດືອນ 5; ເມືອງວຽງໄຊ ວັນທີ 10-25 ເດືອນ 5; ເມືອງຮ້ຽມ ແລະ ເມືອງຊ່ອນ ວັນທີ 20-30 ເດືອນ 4; ເມືອງສົບເບົາ ວັນທີ 10-25 ເດືອນ 6. ວິທີການຕົກກ້າຂອງປະຊາຊົນຢູ່ແຂວງຫົວພັນມີ 3 ວິທີຄື: ຕົກກ້າຜົງ, ກ້າຊໍາ ແລະ ຕົກກ້າເປັນຮວງ.

ການຕົກກ້າຜົງ (ຕົກກ້າໄວ້ແລ້ວຫຼົກໄປດໍາເລີຍ)
- ການແຊ່ແນວພັນ: ເອົາເມັດພັນໃສ່ເປົາ, ກະບຸງ, ກະຕ່າ (ຕາມເງື່ອນໄຂແຕ່ລະຄົນ ) ແລ້ວແຊ່ລົງນໍ້າຫ້ວຍໜອງ, ປະໄວ້ 36 ຊົ່ວໂມງ (2 ຄືນ 1 ມື້).
- ການບົ່ມ: ເອົາເຂົ້າແນວທີ່ແຊ່ໄວ້ຂື້ນຈາກນໍ້າ, ເອົາໄວ້ບ່ອນບໍ່ຖຶກແສງແດດ, ບ່ອນຮົ່ມເຢັນ, ເອົາແພຈຸ່ມນໍ້າໃຫ້ປຽກແລ້ວປົກ ປະໄວ້ 48 ຊົ່ວໂມງ (3 ຄືນ 2 ມື້ ) ເມື່ອເຫັນເຂົ້າເມືອເຫັນເຂົ້າຍາວອອກພໍດີແລ້ວ ເອົາໄປຫວ່ານ.
- ການຫວ່ານ: ປະຊາຊົນສ່ວນຫຼາຍແມ່ນບໍ່ເຮັດໜານ ອີງຕາມໄຮ່ນາ.
- ປະລິມານແນວພັນແມ່ນ 40-50 ກລ/ເຮັກຕາ

ການຕົກກ້າຊຳ: ການເຮັດກ້າຊຳແມ່ນມີຈຸດປະສົງເພື່ອຕັດວົງຈອນເຂົ້າບໍ່ໃຫ້ເຂົ້າສູງເກີນໄປເພາະວ່າປົກກະຕິເຂົ້າໄກ່ນ້ອຍຕົ້ນກ້າສູງເພື່ອປັກດຳໃສ່ນາດິນອຸດົມສົມບູນ, ເຂົ້າງາມຕົ້ນສູງມັກລົ້ມກ່ອນເກັບກ່ຽວ, ພື້ນທີ່ນາມີການແຕກກໍຫຼາຍມີຮວງໜ້ອຍ, ນາເບື່ອມ ແລະ ນາບໍ່ຮາບພຽງດີ.
- ການຕຽມດິນ ແລະ ແນວພັນ: ການແຊ່, ບົ່ມ ແລະ ຫ່ວານຄືກັບການຕົກກ້າຜົງແຕ່ການເຮັດກ້າຊຳແມ່ນເຮັດຫຼັງຈາກໄດ້ 25-30 ວັນ (ຫຼັງຕົກກ້າ), ຫຼົກເອົາໄປດຳຊຳ, ການຊໍາຄືກັບດຳນາທົ່ວໄປແຕ່ປັກດຳສຸມລະກຳປະໄວ້ 20-25 ວັນຈຶ່ງຫຼົກໄປດໍາແບບທົ່ວໄປ. ການຕຽມດິນໜານຊຳແມ່ນຕຽມຄືກັບຕຽມດິນປັກດຳທົ່ວໄປຄາດລະອຽດ, ປັບດິນໃຫ້ພຽງ, ແລະ ເກັບເສດພືດຕ່າງອອກໃຫ້ໝົດ. ແນວພັນສໍາລັບດໍາແບບຜົງ ແລະ ຊໍາທົ່ວໄປແມ່ນ 50-60 ກລ / ເຮັກຕາ ແລະ ແນວພັນກ້າກີບດຽວທົ່ວໄປແມ່ນ 12 ກລ / ເຮັກຕາ.

ການຕົກກ້າເປັນຮວງ: ນັບແຕ່ປີ 2006 ພະແນກກະສິກຳ ແລະ ປ່າໄມ້ໄດ້ມີການທົດລອງສາທິດນຳໃຊ້ເຕັກນິກດໍາກ້າກີບດຽວຈຸດປະສົງຄືໃຊ້ເມັດພັນປະລິມານໜ້ອຍກວ່າປົກກະຕິ, ການຈະເລີນເຕີບໂຕດີ, ໄດ້ແນວພັນບໍລິສຸດດີ ແລະ ໄດ້ຜົນຜະລິດຫຼາຍ. ຈາກນັ້ນໄດ້ມີການຖອດຖອນບົດຮຽນ, ດັດປັບ ແລະ ຜັນຂະຫຍາຍເຕັກນິກຈາກປັກກ້າກີບດຽວມາດ້ວຍການຕົກກ້າເປັນຮວງເຕັກນິກການຕົກກ້າເປັນຮວງຄື:
- ການຕຽມດິນ: ການຕຽມດິນແມ່ນເຮັດເປັນໜານ, ຂະໜາດຂອງໜານກ້ວາງປະມານ 1-1.2 ແມັດ, ຍາວຕາມຕ້ອງການ ແລະ ໄຮ່ນາ, ໄຖ, ຄາດລະອຽດຄືກັບຕຽມດິນຕົກກ້າອື່ນໆ.
- ການຕົກກ້າ: ເອົາແນວພັນທີ່ຄັດເລືອກໄວ້ ປະລົງໃນໜານທີ່ຕຽມໄວ້ແລ້ວ, ແພປີກຮວງເຂົ້າອອກບໍ່ໃຫ້ຕິດກັນວາງຮວງຕໍ່ຮວງຈົນໝົດຮວງພັນທີ່ຕ້ອງການຕົກກ້າ. ຈາກນັ້ນເອົານໍ້າເຂົ້າໃຫ້ຖ້ວມເມັດພັນຂັງໄວ້ 24 ຊົ່ວໂມງ ( 1 ວັນ 1 ຄືນ ) ຈາກນັ້ນປ່ອຍນໍ້າອອກ, ເອົາເຈັຍອານາໄມ ຫຼື ເຈັ້ຍໜັງສືພິມປົກ, ທັງໝົດຮວງເຂົ້າ, ໝັ່ນກວດກາຕິດຕາມ, ຖ້າດິນຕາກ້າແຫ້ງເກີນໄປ ໃຫ້ເອົານໍ້າຫົດ ເມື່ອກ້າມີອາຍຸ 25-30 ວັນ ສາມາດລົກໄປດໍາໄດ້.
- ແນວພັນແມ່ນ 10-12 ກລ / ເຮັກຕາ.

ການຕຽມດິນປັກດໍາ
- ການຕຽມດິນແບບໃຊ້ແຮງງານລາກແກ່(ຄວາຍ), ກ່ອນປີ 2005 ປະຊາຊົນໄດ້ນໍາໃຊ້ແຮງງານຄວາຍທັງໝົດເພື່ອຕຽມດິນປູກເຂົ້ານາ: ເຊີ່ງປະຊາຊົນໄດ້ປະຕິບັດຄື: ໄຖປະໄວ້ປະມານ 10 ວັນ, ຈາກນັ້ນຄາດຄັ້ງທີ່ 1 (ເຜື່ອຂີ້ໄຖ ,ບັກນາ) ປະໄວ້  7-10 ວັນ, ຄາດຄັງທີ່ 2 (ເພື່ອຕັດເຊາະ, ພື້ນນາ) ຈາກປະມານ 10 ວັນ, ແມ່ນຄາດມອບ (ລາດນາ).
- ການນໍາໃຊ້ກົນຈັກ (ລົດໄຖນາເດີນຕາມ), ຫຼັງປີ 2005 ແຂວງໄດ້ມີການເປີດກວ້າງ ແລະ ໄດ້ມີການນຳເຂົ້າກົນຈັກກະສິກຳຕ່າງໆ ເປັນຕົ້ນແມ່ນລົດໄຖນາ, ປະຊາຊົນໄດ້ນຳໃຊ້ລົດໄຖນາໃນການຕຽມດິນປູກເຂົ້ານາຢ່າງກວ້າງຂວາງເຖິງປະຈຸບັນການນຳໃຊ້ລົດໄຖ ໃນການຕຽມດິນປູກເຂົ້ານາກວມເອົາ 95% ໃນທົ່ວແຂວງຫົວພັນ ຍັງແຕ່ບາງບ້ານທີ່ຢູ່ຫາງໄກສອກຫຼີກ, ບໍ່ມີທາງລົດ, ມີເນື້ອທີ່ນາໜ້ອຍທີ່ນຳໃຊ້ແຮງງານຄວາຍໃນການຕຽມດິນປູກເຂົ້ານາການນຳໃຊ້ລົດໄຖນາໃນການຕຽມດິນປູກເຂົ້ານາເປັນຜົນກະທົບຕໍ່ການແຜ່ພັນຂອງຊີວະນາພັນຢ່າງໜັກ ເປັນຕົ້ນ: ກົບ, ຂຽດ, ປາແປກ, ປາລີ, ປາດົດ, ໂຕໜ້ຽວ, ແມງຊອນ ແລະ ຈໍາພວກຜັກ: ຜັກໜອກ, ຜັກແວ່ນ, ຜັກສ້າວ... ເຮັດມີຈຳນວນຫຼຸດລົງເລື້ອຍໆ.

ການປັກດໍາ.
- ການປັກດຳກ້າຜົງ: ອາຍຸກ້າໄດ້ 25-30 ວັນ ລົກມາດໍາເລີຍ, ຊາວນາຈະດໍາຫ່າງກວ່າກ້າຊໍາ: ດິນນາມີຄວາມອຸດົມສົມບູນໜ້ອຍ (ນາບໍ່ງາມ) ຈະປັກດຳ 25x30 ຊັງຕີແມັດ, ດິນນາມີຄວາມອຸດົມສົມບູນດີ (ນາງາມ) ແມ່ນປັກດຳ 30-35 ຊັງຕິແມັດ, ປັກດຳ 4-5 ກີບກ້າ/ສຸມ.
- ການປັກດຳກ້າຊຳ: ດິນນາມີຄວາມອຸດົມສົມບູນໜ້ອຍ (ນາບໍ່ງາມ) ຈະປັກດຳ 20 x 25 ຊັງຕີແມັດ, ດິນນາມີຄວາມອຸດົມສົມບູນດີ (ນາງາມ) ແມ່ນປັກດຳ 25-30 ຊັງຕິແມັດ. ປັກດຳ 4-5 ກີບກ້າ/ສູມ.
- ການປັກດຳກ້າກິບດຽວ: ການປັກດຳນາກ້າກີບດຽວແມ່ນຜັນຂະຫຍາຍມາຈາກເຕັກນິກກ້າກິບດຽວ, ເຊິ່ງປະຈຸບັນປະຊາຊົນເມືອງວຽງໄຊໄດ້ນຳໃຊ້ເຕັກນິກດຳກ້າກີບດຽວປະມານ 20% ຂອງເນື້ອທີ່ນາ, ການປັກດຳນາກີບດຽວ. ເມື່ອກ້າມີອາຍຸ 20-25 ວັນ, ປັກດຳ 1 ກີບກ້າ/ສູມ, ຖ້າກ້າມີອາຍຸ 30 ວັນຂື້ນໄປເຮັດໃຫ້ການແຕກກໍໜ້ອຍລົງ.

ການບົວລະບັດຮັກສາ: ປະຊາຊົນແຂວງຫົວພັນຈະມີການບົວລະບັດຮັກສາຫຼາຍວິທີແຕ່ມິວິທີໜຶ່ງອາດມີຄວາມແຕກຕ່າງກັບປະຊາຊົນຢູ່ແຂວງອື່ນຄື: ການຄ່າງນາ: ການຄ່າງນາມີຈຸດປະສົງຫຼັກແມ່ນ (1) ເພື່ອເສຍຫຍ້າ ແລະ ໃຫ້ເຂົ້າແຕກກໍ (2) ເພື່ອເອົາປາທີ່ປ່ອຍໄວ້ໃນນາມາກີນ, ຂາຍຕາມຄວາມນິຍົມຂອງຊາວບ້ານ (ວັນກີນປາເຕັ້ນ) ໃນເມື່ອກ່ອນ. ປະຈຸບັນວັນກີນປາເຕັ້ນແມ່ນເປັນປະເພນີຂອງປະຊາຊົນແຂວງຫົວພັນ. ຫຼັງຈາກປັກດຳໄດ້ 18-20 ວັນ (ປະມານ 3 ອາທິດ) ປະຊາຊົນຈະປ່ອຍນໍ້າອອກຈາກໄຮ່ນາໃຫ້ໝົດປະໄວ້ 7 ວັນຈຶ່ງປ່ອຍນໍ້າເຂົ້າຄືນ ແລະ ກໍ່ຮັກສາລະດັບນໍ້າທີ່ພໍດີຈົນເຂົ້າແກ່ສຸກ, ໃນເວລາດຽວກັນນັ້ນເຂົາເຈົ້າກໍ່ເສັຍຫຍ້າ ແລະ ເກັບເອົາປາມາກີນ. ປະຈຸບັນປະຊາຊົນແມ່ນບໍ່ໄດ້ນໍາໃຊ້ປຸ໋ຍເຄມີໃສ່ນາເຂົາເຈົ້າພຽງແຕ່ໃສ່ຝຸ່ນຄອກບາງບ່ອນ.

Lee Cha
ທ່ົງນາເຂົ້າໄກ່ນ້ອຍທີ່ແຂວງຫົວພັນ

ການເກັບກ່ຽວ ແລະ ການເກັບຮັກສາ: ເມື່ອເຂົ້າສຸກແກ່ດີກໍ່ຄືສັງເກດເບິ່ງໃບວີເຫຼືອງທັງຮວງແມ່ ແລະ ຮວງລູກ, ຈິ່ງເລີ່ມຕົ້ນເກັບກ່ຽວ. ການເກັບກ່ຽວແມ່ນໃຊ້ແຮງງານຄົນຕາກແດດຝ່ອນເຂົ້າໃນທົ່ງນາໄວ້ 3-4 ວັນຈິ່ງມັດ ແລະ ຟາດອອກເປັນເມັດ ເພື່ອເກັບຮັກສາໄວ້ໃນເລົ້າເຂົ້າຂອງເຂົາເຈົ້າ.

Contribute