ໂອກາດ
ໂອກາດດ້ານການຜະລິດ
-  ເນື້ອທີ່ນາສ່ວນໃຫຍ່ທັງ 2 ແຂວງແມ່ນຜະລິດເຂົ້າໄກ່ນອ້ຍ ເຊິ່ງເປັນເຂດທີ່ມີພູມອາກາດເຢັນທັງເຫມາະສົມກັບການປູກເຂົ້າໄກ່ນ້ອຍທີ່ມີຄູນນະພາບ ແລະ ເປັນເອກະລັກຂອງເຂົ້າໄກ່ນ້ອຍຢ່າງແທ້ຈີງ.
-  ມີທ່າແຮງໃນການປູກເຂົ້າໄກ່ນ້ອຍພື້ນເມືອງທີ່ມີຄູນນະພາບສູງ ແລະ ການປູກເຂົ້າໄກ່ນ້ອຍໄດ້ຕິດພັນກັບການຳລົງຊີວິດຂອງປະຊາຊົນເປັນເວລາດົນນານຈົນກາຍເປັນປະເພນີການປູກເຂົ້ານາຂອງປະຊາຊົນ, ການປູກເຂົ້າໄກ່ນ້ອຍ ຕະຫຼອດໄລຍະຜ່ານມາແມ່ນໄດ້ປູກເພື່ອຮັບໃຊ້ຊີວິດປະຈຳວັນ ແລະ ປູກເປັນເປັນສິນຄ້າ. ການປູກເຂົ້າໄກ່ນ້ອຍໄດ້ມີການປູກຕາມປະສົບການວິທີການພູມປັນຍາຂອງທ້ອງຖີ່ນສືບຕໍ່ກັນມາລູ້ນຕໍ່ລູ້ນ, ປະຊາຊົນມີປະສົບການ ແລະ ບົດຮຽນ ເຊິ່ງເຂົ້າໄກ່ນ້ອຍກໍ່ມີຫລາກຫລາຍພັນ 
-  ເຂົ້າໄກ່ນ້ອຍຈະໄດ້ຮັບການຈົດທະບຽນແຫຼ່ງເຄົ້າກຳເນີດ ເພື່ອສ້າງຄວາມຢືນຍົງ ແລະ ຄວາມເຊື້ອໜັ້ນໃຫ້ແກ່ຜູ້ຜະລິດ, ຜູ້ປະກອບການ ແລະ ຜູ້ບໍລິໂພກ.

ໂອກາດດ້ານການຕະຫຼາດ
-  ທັງ 2 ແຂວງແມ່ນມີເສັ້ນທາງຈໍລະຈອນສິນຄ້າສະດວກອອກສູ່ ປະເທດ ສສ ຫວຽດນາມ, ດ່ານເຂົ້າອອກສິນຄ້າຄື: ດ່ານສາກົນ, ດ່ານແຫ່ງຊາດ, ດ່ານທ້ອງຖີ່ນ ແລະ ດ່ານປະເພນີ  ສາມາດແລກປ່ຽນສິນຄ້າປະຈຳວັນໄດ້ຢ່າງສະດວກສະບາຍ, ໃນແຕ່ລະປີໄດ້ຂາຍເຂົ້າໄກ່ນ້ອຍ ໃຫ້ ສສ ຫວຽດນາມ ບັນດາແຂວງທີ່ມີຊາຍແດນຕິດຈອດ ເພື່ອບໍລິໂພກ ແລະ ນຳໄປປຸງແຕ່ງເປັນເຂົ້າຕົ້ມຮັບໃຊ້ບຸນປີໃໝ່ປະຈຳຊາດ
  - ເຂົ້າໄກ່ນ້ອຍເປັນທີ່ຍອມຮັບຂອງສັງຄົມ ເປັນກະສິກຳອີນຊີມີປອດໄພຕໍ່ສຸຂະພາບຄົນ, ມີລົດຊາດແຊບໆ, ມີຕະລາດຮອງຮັບທາງພາຍໃນ ແລະ ຕ່າງແຂວງ
    - ເຂົ້າໄກ່ນ້ອຍ ຈະມີລາຄາສູງກ່ວາເຂົ້າໄຮ່, ເຂົ້ານາພັນພື້ນເມືອງອື່ນ ແລະ ພັນປັບປຸງ 30-40%
    - ເຂົ້າໄກ່ນ້ອຍແມ່ນໄດ້ຄວາມນິຍົມທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດຈໍານວນນຶ່ງ

ໂອກາດເພື່ອປັບປຸງຊິວິດການເປັນຢູ່
ຊາວກະສິກອນປະມານ 70% ແມ່ນໄດ້ຜະລິດເຂົ້າໄກ່ນ້ອຍທັງ 2 ແຂວງ ສະນັ້ນຜົນຜະລິດເຂົ້າໄກ່ນ້ອຍຈຶ່ງເປັນຜົນຜະລິດນຶ່ງທີ່ຈະຊ່ວຍປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນເຂດດັ່ງ ກ່າວນີ້

ຂໍ້ຍຸ້ງຍາກ
- ພື້ນຖານເສດຖະກິດບໍ່ທັນເຂັ້ມແຂງ, ການຜະລິດກະສິກຳເປັນຕົ້ນແມ່ນ ການປູກເຂົ້າໄກ່ນ້ອຍ ສ່ວນໃຫຍ່ຍັງອາໄສທຳມະຊາດ ແລະ ນຳໃຊ້ເຄື່ອງມືແບບປະຖົມປະຖານ, 
- ສະພາບແວດລ້ອມມີການປ່ຽນແປງເຊັ່ນວ່າ: ເກີດໄຟນ້ຳຖ້ວມ, ໄຟແຫ້ງແລ້ງ ແລະ ຝົນຕົກບໍ່ຖືກຕ້ອງຕາມລະດູການ ອັນເປັນສາເຫດເຮັດໃຫ້ ເກີດສັດຕູພືດທຳລາຍຜົນລະປູກ ແລະ ພະຍາດສັດລະບາດບາງຂົງເຂດ.
- ພື້ນທີ່ທຳການຜະລິດເຂົ້າໄກ່ນ້ອຍແມ່ນຍັງຂາດໂຄງລ່າງພື້ນຖານທີ່ຮັບປະກັນ .
- ລະບົບຕາໜ່າງການສົ່ງເສີມກຸ່ມການຜະລິດຍັງມໜ້ອຍ ແລະ ການຕອບສະໜອງທາງດ້ານແນວພັນດີ ບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການຂອງປະຊາຊົນ, ການສະໜອງຂໍ້ມູນ ແລະ ເຕັກນິກວິຊາການໃຫ້ເຖິງປະຊາຊົນຍັງບໍ່ພຽງພໍກັບຄວາມຕ້ອງການ, ບໍ່ມີສູນຜະລິດແນວພັນທີ່ເປັນມາດຕະຖານ.
-  ການສົ່ງເສີມດ້ານວິຊາການ ແລະ ການກະຕຸກຊຸກຍູ້ຈາກພາກສ່ວນອົງການຈັດຕັ້ງຂອງລັດ ໃຫ້ກູ່ມ, ຄອບຄົວການຜະລິດມີໜ້ອຍ ແລະ ບໍ່ເປັນຕົວແບບຢ່າງແທ້ຈິງ ບໍ່ສາມາດຖ່າຍທອດຄວາມຮູ້ໃຫ້ຄອບຄົວອື່ນໄດ້.
-  ຂາດພະນັກງານວິຊາການຊຳນານງານສະເພາະດ້ານ ທີ່ຈະໄປສົ່ງເສີມໃຫ້ໄດ້ຕາມຄວາມຕ້ອງການຂອງປະຊາຊົນ.
-  ການຜະລິດແນວພັນຍັງບໍ່ທັນເປັນລະບົບເທື່ອເຊັ່ນ: ກຸ່ມຜະລິດເມັດພັນ, ກຸ່ມຜູ້ເກັບຊື້ຂາຍເຂົ້າ(ກຸ່ມໂຮງສີ) ແລະ ກຸ່ມຜູ້ຜະລິດເຂົ້າທົ່ວໄປ ຍັງບໍ່ທັນເກາະກ່າຍກັນເຮັດພໍໃຜພໍລາວຈື່ງເຮັດໃຫ້ການຜະລິດບໍ່ເປັນຕ໋ອງໂສ້, ເຮັດໃຫ້ເຂົ້າບໍ່ໄດ້ຄຸນນະພາບ, ບໍ່ສາມາດແຍກເຂົ້າເປັນແຕ່ລະແນວພັນໄດ້ຍັງຂາຍ ເປັນເຂົ້າໄກ່ນ້ອຍລວມຢູ່.
-  ຢູ່ແຂວງຊຽງຂວາງບໍ່ທັນມີພື້ນນາໃຫ້ສູນຄັງເພາະໃນການໃຊ້ເປັນບ່ອນຜະລິດເມັດພັນລຸ້ນ 1 ແລະ 2 ເທື່ອ ຈື່ງບໍ່ສາມາດທີ່ຈະສືບຕໍ່ໃນການຫັ້ນເອົາລະບົບການຜະລິດເມັດພັນເຂົ້າສູ່ລະບົບມາດຖານຂອງການຜະລິດເມັດພັນໄດ້.

Lee Cha

ສິ່ງທ້າທາຍ
ເຖິງວ່າເຂົ້າໄກ່ນ້ອຍຈະມີລັກສະນະພິເສດ ແລະ ມີທ່າແຮງໃນການຜະລິດເປັນສິນຄ້າດັ່ງທີ່ກ່າວມານັ້ນກໍ່ຕາມ, ການສົ່ງເສີມທາງດ້ານເຕັກນິກການຜະລິດເພື່ອປັບປຸງສະມັດຕະພາບ ແລະ ຄຸນນະພາບຂອງການຜະລິດເຂົ້າໄກ່ນ້ອຍຍັງມີຈຳກັດ. ຊາວນາສ່ວນຫຼາຍແມ່ນນຳໃຊ້ວິທີການເກັບຮັກສາແນວພັນປີຕໍ່ປີ, ຂາດເຕັກນິກໃນການຄັດເລືອກ ແລະ ເຮັດໃຫ້ແນວພັນສູນເສຍຄວາມບໍລິສຸດ, ເປັນເຫດໃຫ້ຜົນຜະລິດ ແລະ ຄຸນນະພາບຕົກຕໍ່າ. ໃນຄະນະດຽວກັນ, ເນື່ອງຈາກວ່າແນວພັນເຂົ້າໄກ່ນ້ອຍມີຫຼາຍສາຍພັນ, ສະນັ້ນ ການຮຽນຮູ້ເຕັກນິກໃນການຄັດເລືອກພັນບໍລິສຸດຈະຊ່ວຍໃຫ້ຊາວນາມີໂອກາດໃນການສາຍພັນທີ່ແທດເໝາະກັບສະພາບພື້ນທີ່ຂອງຕົນ.
ໃນຂະນະດຽວກັນ, ການນໍາໃຊ້ເຄື່ອງກົນຈັກເຂົ້າໃນການຜະລິດຍັງມີຈຳກັດ. ບັນດາໂຮງສີຕ່າງໆຍັງຢູ່ໃນລະດັບຂະໜາດນ້ອຍ ແລະ ບໍ່ສາມາດສີໃຫ້ເຂົ້າມີຄຸນນະພາບດີໂດຍສະເພາະແມ່ນ ເຂົ້າສານບໍ່ໄດ້ຮັບການຄັດສີ ແລະ ບໍ່ມີການແຍກເກດໄດ້. ນອກນັ້ນ, ຍັງບໍ່ທັນມີການຫຸ້ມຫໍ່ທີ່ໄດ້ມາດຕະຖານເຊັ່ນວ່າ ບໍ່ມີກາເຄື່ອງໝາຍການຄ້າ ແລະ ເຂດຜະລິດຂອງແຕ່ລະທ້ອງຖິ່ນສະເພາະ. ການຈຳໜ່າຍສ່ວນຫຼາຍຍັງບໍ່ມີການແຍກເກດ ແລະ ຂາຍໃນລາຄາດຽວກັນ.

ຂໍ້ສະເໜີແນະ
- ສະເໜີທາງການນຳພະແນກກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຊ່ວຍຊອກຫາ ຫຼື ຈັດພື້ນທີ່ເພື່ອເປັນບ່ອນຜະລິດແນວພັນໂດຍສະເພາະ
ກັບສູນຄັງເພາະ ເພື່ອເປັນບ່ອນຜະລິດເມັດພັນລຸ້ນ 1 ແລະ 2 ເພື່ອສະໜອງໃຫ້ເມັດພັນທີ່ ມີຄຸນນະພາບ ໃຫ້ແກ່ຊາວກະສິກອນ 
- ເພື່ອໃຫ້ມີຄວາມລວມສູນ ແລະ ເປັນການສະໜອງອຸປະກອນຄົບຊຸດໃຫ້ກັບສູນ ສະເໜີທາງການນຳພະແນກກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເອົາເຄື່ອງຄັດ,ເຄື່ອງອົບ ທີ່ປະຢູ່ສາງຂອງພະແນກເພື່ອຍົກຍາຍໄປຢູ່ເຮືອນປຸງແຕ່ງເມັດພັນທີ່ສູນຄັງເພາະ
- ສະເໜີໃຫ້ມີການປັບປຸງລະບົບຕ໋ອງໂສ້ການຜະລິດໂດຍໃຫ້ກຸ່ມໂຮງສີເປັນໃຈກາງໃນການຊຸກຍູ້ກຸ່ມຜູ້ຜະລິດເມັດພັນ ແລະ ຜູ້ຜະລິດເຂົ້າກີນທົ່ວໄປ.

Contribute