ການໄລ່ລຽງເສດຖະກິດຕົ້ນທືນການຜະລິດ, ການປຸງແຕ່ງແລະການຕະຫຼາດເຂົ້າໄກ່ນ້ອຍ
ການໄລ່ລຽງເສດຖະກິດແມ່ນອິງໃສ່ຂໍ້ມູນຂອງນາປີຂອງປີ 2014 ແລະ ຄ່າໃຊ້ຈ່າຍທັງໝົດແມ່ນອິງໃສ່ຂໍ້ມູນທີ່ເກັບໄດ້ຕາມແຕ່ລະກໍລະນີ, ເຊິ່ງໃນນັ້ນອາຈະມີຄ່າໃສ່ຈ່າຍບາງຢ່າງທີ່ບໍ່ໄດ້ລວມເຂົ້ານຳ. ສ່ວນການໄລ່ລຽງກຳໄລສຸດທິໃນກໍລະນີທີຜົນຜະລິດ ແລະ ລາຄາມີການປ່ຽນແປງແມ່ນອິງໃສ່ຕົວເລກຕົ້ນທືນການຜະລິດທັງໝົດ.

ການໄລ່ລຽງເສດຖະກິດຕົ້ນທືນການຜະລິດ, ການປຸງແຕ່ງແລະການຕະຫຼາດເຂົ້າໄກ່ນ້ອຍຢູ່ແຂວງຫົວພັນ
ການໄລ່ລຽງເສດຖະກິດແມ່ນໄລ່ລຽງແມ່ນສຶກສາຢູ່ 2 ຕົວເມືອງ: ເມືອງວຽງໄຊ ແລະ ຫົວພັນ ລາຍລະອຽດລຸ່ມນີ້: ຕາຕະລາງ ຕົ້ນທືນການຜະລິດ ແລະ ລາຍຮັບສຸດທິຢູ່ເມືອງວຽງໄຊ. ການຕຽມດິນປູກເຊີ່ງປະກອບມີ ແຮງງານການປ້ານຝ່າຍ-ລ້ອງຄອງເໜືອງ, ປ່ານຄັນ ແລະ ໄຖ, ຄາດນາ ໄດ້ລິດໄລ່ແຮງງານວັນລະ 50,000 ກິບ / ວັນຕໍ່ຄົນ ເຊີ່ງໃຊ້ແຮງງານທັງໝົດ 32 ແຮງງານ. ການປູກໃຊ້ແຮງງານ 41 ແຮງງານ ເຊີ່ງປະກອບມີການຕົກກ້າ ແລະ ການປັກດຳ. ການໃສ່ຝຸ່ນໃຊ້ 10 ແຮງງາານ ແລະ ການບົວລະບັດຮັກສາ 30 ແຮງງານ. ສ່ວນເວລາເກັບກູ້ຈະໃຊ້ຢູ່ 46 ແຮງງານ ເຊີ່ງເລີ້ມແຕ່ການເກັບກ່ຽວ, ເກັບມ້ຽນກອງ, ຟາດ, ຂົນສົ່ງເລົ່າເຂົ້າ. ວັດຖຸ ແລະ ອຸປະກອນທີ່ຈຳເປັນປະກອບມີ ແນວພັນເຂົ້າ, ລົດໄຖນາ ແລະ ອຸປະກອບເກັບກ່ຽວເຂົ້າ.

ຫໍ່ຄຳ

 

Contribute