ເຂົ້າໄກ່ນ້ອຍເປັນແນວພັນເຂົ້າພື້ນເມືອງ ຫຼື ເອີ້ນເຂົ້າງັນມີຄວາມຮູ້ສຶກຕໍ່ຊ່ວງແສງມີອາຍຸຍາວສະເລ່ຍປະມານ 150 ຫາ 180 ວັນ ແລະ ປົກກະຕິກ່ອນ ຫຼືຫຼັງບຸນປີໃໝ່ຊາວນາກໍ່ຈະຂົ່ນຫາບຝຸ່ນຄອກຂີ້ງົວຄວາຍລົງໃສ່ນາຢ່າງເປັນຂະບວນ. ວິທີການປູກເຂົ້າໄກ່ນ້ອຍຂອງຊາວກະສິກອນມີຂັ້ນຕອນດັ່ງນີ້:

ການຕົກກ້າ: ຈະເລີ່ມຕົກກ້າຢູ່ລະຫວ່າງທ້າຍເດືອນເມສາຫາກາງເດືອນພຶດສະພາໂດຍຊາວບ້ານຈະເອົາແນວພັນມາຟັດ, ຕາກແດດແລ້ວນຳເຂົ້າໄປແຊ້ນ້ຳ 2 ນ້ຳ 3 ບົກ ຫຼື 3 ນ້ຳ 3 ບົກແລ້ວນຳໄປຫວ່ານ, ການກຽມໜານຕາກ້າ: ໄຖບົມໄວ້ 1 ຫາ 2 ອາທິດແລ້ວຈຶ່ງຄາດເຮັດເປັນໜານກ້າແລ້ວຈຶ່ງຫວ່ານກ້າໃສ່ໂດຍນຳໃຊ້ແນວພັນ 70 ຫາ 100 ກລ ຕໍ່ເນື້ອທີ່ປູກ 1 ຮຕ.

ການປັກດຳນາ: ຊາວນາສ່ວນໃຫຍ່ຈະເລີ່ມປັກດຳນາລະຫວ່າງທ້າຍເດືອນພຶດສະພາຫາຕົ້ນເດືອນກໍລະກົດ, ການກຽມດິນເພື່ອປັກດຳ: ແມ່ນຈະໄຖບົມໄວ້ 1 ຫາ 2 ອາທິດພໍກ້າໄດ້ອາຍຸ 30 ວັນແລ້ວກໍ່ຄາດ ແລະ ຕົກກ້າໄປປັກດຳໂດຍນິຍົມປັກດຳຂະໜາດ 25-30 ຊມ ໃສ່ 45 ກີບຕໍ່ສຸມ.
ການດູແລຮັກສາ: ຈະຕິດຕາມກວດກາໃຫ້ມີນ້ຳຢູ່ສະເໜີ, ເສຍຫຍ້າ, ຖາງຫຍ້າຄັນນາພໍເຂົ້າໄດ້ 30 ຫາ 40 ວັນກໍ່ຈະຕັດນ້ຳນາຄັ້ງທີ່ໜຶ່ງ ແລະ ຈະຕັດນ້ຳຄັ້ງທີ່ສອງເມືອເຂົ້າໃກ້ຈະສຸກແກ່.

Sengphan
ແປງແນວພັນເຂົ້າໄກ່ນ້ອຍເຫຼືອງທີ່ແຂວງ ຊຽງຂວາງ

ການເກັບກ່ຽວ: ປົກກະຕິຊາວບ້ານຈະເກັບກ່ຽວເຂົ້າໄກ່ນ້ອຍຢູ່ທ້າຍເດືອນຕຸລາ ແລະ ເກັບກອງ, ຟາດຕີຢູ່ກາງເດືອນພະຈິກການເກັບກ່ຽວຈະກ່ຽວດ້ວຍລຽມ (ກ່ຽວມື) ຕາກແດດປະໄວ້ 3 ຫາ 4 ແດດແລ້ວຟາດຕີດ້ວຍຈັກຟາດຫຼືຟາດຕີດ້ວຍມື.

ການເກັບຮັກສາ: ພາຍຫຼັງຟາດຕີແລ້ວກໍ່ຈະຂົນເຂົ້າຂື້ນເລົ້າໂດຍຈະເກັບໄວ້ບໍລິໂພກ 80% ແລະ ຂາຍ 20% ການຂາຍຈະຂາຍໃນຮູບເຂົ້າເປືອກໂດຍມີແມ່ຄ້າພໍ່ຄ້າໄປເກັບຊື່ຢູ່ກັບບ້ານບາງຄັ້ງກໍ່ນຳໄປຂາຍຢູ່ຕະຫລາດເອງ.

Contribute