ເຂົ້າໄກ່ນ້ອຍເປັນເຂົ້າທີ່ມີເປືອກແຂງ ແລະ ອັດຕາສ່ວນການສີເປັນເຂົ້າສານສູງ. ແຕ່ວ່າໃນປະຈຸບັນ, ຊາວກະສິກອນສ່ວນຫຼາຍສີເຂົ້າໄກ່ນ້ອຍດ້ວຍໂຮງສີຂະໜາດນ້ອຍທີ່ມີກຳລັງການສີເຂົ້າເປືອກປະມານ 300-500 ກລ/ຊົ່ວໂມງ, ເຊິ່ງການສີສ່ວນຫຼາຍແມ່ນເພື່ອບໍລິໂພກໃນຄົວເຮືອນ. ເພື່ອໃຫ້ໄດ້ເຂົ້າທີ່ຂາວງາມດີ, ຊາວກະສິກອນສ່ວນຫຼາຍສີ 2 ເທື່ອເຊິ່ງເປັນສາຍເຫດທີ່ເຮັດໃຫ້ມີເຂົ້າສານເມັດຫັກເພີ່ມຂື້ນ. ໂດຍທົ່ວໄປ, ໂຮງສີທີ່ມີຂະໜາດໃຫ່ຍ ແລະ ກຳລັງການຜະລິດແຮງກວ່າຈະສີໄດ້ເຂົ້າສານທີ່ມີຄຸນນະພາບດີກວ່າ ແລະ ມີອັດຕາສ່ວນຂອງເມັດຫັກໜ້ອຍກ່ວາ. ໂຮງສີຂະໜາດນ້ອຍ ແລະ ຂະໜາດກາງ ຈະເຮັດໃຫ້ອັດຕາສ່ວນຂອງເມັດຫັກຢູ່ລະຫວ່າງ 10-15% ແລະ ອັດຕາສ່ວນຂອງຮຳອອກໄດພຽງ 6-7% ຖ້າທຽບໃສ່ໂຮງສີຂະໜາດໃຫ່ຍທີ່ມີອັດຕາຮໍາອອກປະມານ 8-10%.

ຕາບີ

 

Contribute