ໝາກແຕງລອຍກະທິ

Andy Souvanhphukdee
ເຮັດໝາກແຕງລອຍກະທິກິນເອງງ່າຍໆຢູ່ບ້ານ ດ້ວຍ 3 ສ່ວນປະສົມຫຼັກຕາມສູດ
ເຮືອນຄົວລາວ
Phakhaolao.la
phakhaolao. la

ສ່ວນປະສົມ

  • ໝາກແຕງລາຍ 1 ໜ່ວຍ, 2 ກິໂລກຣາມ
  • ກະທິໝາກພ້າວ 1 ຖວ້ຍແກງ
  • ໝາກຕາວຕົ້ມ 2 ຖ້ວຍນ້ອຍ
  • ນ້ຳຕານ 5 ບ່ວງແກງ
  • ເກືອ 1/2 ບ່ວງຊາ

ວິທີປຸງແຕງ

  • ຊອຍໝາກແຕງເປັນຕ່ອນນ້ອຍໆ
  • ເທກະທິໃສ່ຊາມພ້ອມດ້ວຍນ້ຳຕານ ແລະ ເກືອ ຄົນຈົນກວ່ານ້ຳຕານ ແລະ ເກືອຈະລະລາຍ
  • ໃສ່ໝາກແຕງຊອຍພ້ອມນ້ຳຕານລົງໃນຊາມ ຄົນສ່ວນປະສົມທຸກຢ່າງໃຫ້ເຂົ້າກັນ
  • ຊິມ ແລະ ເພີ່ມນ້ຳຕານໄດ້ຕາມຕ້ອງການ 
  • ຕັກໃສ່ຖ້ວຍພ້ອມຮັບປະທານ

ຄຳແນະນຳ

  • ປະລິມານນ້ຳຕານ ສາມາດໃສ່ໜ້ອຍ ຫຼື ຫຼາຍກວ່າຕາມຕ້ອງການ
  • ໃສ່ນ້ຳກ້ອນຂະນະຮັບປະທານເພື່ອເພີ່ມຄວາມສົດຊື່ນ
  • ປະລິມານຕາມສູດສາມາດຮັບປະທານໄດ້ 5-7 ຄົນ
  • ເກັບໃສ່ຕູ້ເຢັນເພື່ອຮັບປະທານຄັ້ງຕໍ່ໄປ
  • ໃຊ້ກະໂປະໝາກພ້າວແທນຖ້ວຍສາມາດເພີ່ມລົດຊາດໄດ້
phakhaolao.la
ໝາກແຕງລາຍສຸກກຳລັງດີ

 

    ການປະກອບສ່ວນ