ໜັງເຄັມ

Andy Souvanhphukdee
ໜັງເຄັມ ຈະນຳມາຈີ່ເພື່ອຮັບປະທານກັບເຂົ້າໜຽວຮ້ອນໆ ຫຼື ຈະນຳມາປະກອບອາຫານກໍ່ໄດ້ເຊັ່ນດຽວກັນ ບໍ່ວ່າຈະເປັນເອາະຫຼາມໜັງ, ແຈ່ວບອງ ແລະ ອື່ນໆ.
ເຮືອນຄົວລາວ
http://www.barbara-and-stu.com/about_us.html
barbara-and-stu.com

ເຄື່ອງປະກອບ
  •  ໜັງຄວາຍ 5 ກິໂລກຼາມ
  •  ເກືອ 2 ກິໂລກຼາມ
  •  ຮຳອ່ອນ 1 ກິໂລກຼາມ

ວິທີປຸງແຕ່ງ
  1.  ນຳໜັງຄວາຍມາລ້າງນ້ຳໃຫ້ສະອາດ ແລ້ວຊອຍໃຫ້ເປັນເສັ້ນໆ ຕາມຂະໜາດທີ່ຕ້ອງການ
  2.  ເອົາໜັງຄວາຍທີ່ກຽມໄວ້ໃສ່ພາຊະນະ ຫຼື ຊາມ, ຕາມດ້ວຍເກືອ ແລະ ນ້ຳ, ໃສ່ພໍໃຫ້ຖ້ວມໜັງ ແລ້ວນຳໄປໝັກປະໄວ້ປະມານ 2-3 ຄືນ, ຈາກນັ້ນ ໃຫ້ຖອກນ້ຳເກືອຖິ້ມ. ລ້າງນ້ຳໃຫ້ສະອາດ ແລ້ວເອົາໜັງມາປະສົມກັບຮຳອ່ອນໃຫ້ທົ່ວ, ຈາກນັ້ນໃຫ້ເອົາໜັງນຳໄປຕຳ ເພື່ອໃຫ້ເສັ້ນໜັງອ່ອນນຸ້ມ, ແລ້ວຈຶ່ງເອົາໄປຕາກແດດໃຫ້ແຫ້ງ ປະມານ 1-2 ວັນ ກໍສາມາດນຳໄປຈີ່ ປະກອບອາຫານໄດ້.

http://www.pingkainapong.com/menu?lang=la
pingkainapong.com

ຂໍ້ມູນເພີ່ມເຕີມຈາກ ປຶ້ມອາຫານລາວ (ວິທີເຮັດອາຫານເກັບໄວ້ກິນດົນ)

ການປະກອບສ່ວນ