ແນວພັນເຂົ້າເຊບັ້ງໄຟ 1 ທົນທານຕໍ່ນໍ້າຖ້ວມ

Sakhone INTHAVONG
ແນວພັນເຂົ້າເຊບັ້ງໄຟ 1 ອີກໜຶ່ງພັນເຂົ້າທີ່ທົນກັບສະພາບແຫ້ງແລ້ງ ແລະ ນ້ຳຖ້ວມໄດ້ດີ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ໃນແຕ່ລະປີໄພນ້ໍາຖ້ວມໄດ້ສົ່ງຜົນກະທົບໜັກຫນ່ວງຕໍ່ການຜະລິດເຂົ້າຢູ່ ສປປ ລາວ ໂດຍສະເພາະແມ່ນຢູ່ໃນເຂດທົ່ງພຽງ ທີ່ຕັ້ງຢູ່ເລາະລຽບຢູ່ຕາມແຄມແມ່ນໍ້າຂອງ ແລະ ສາຂາ ຂອງມັນ ເຮັດໃຫ້ຜົນຜະລິດເຂົ້າຢູ່ໃນເຂດນີ້ບໍ່ມີຄວາມຫມັ້ນຄົງ ເຊັ່ນໃນລະດູຝົນປີ 2011 ໄພນ້ໍາຖ້ວມໄດ້ສ້າງຄວາມເສຍຫາຍໃຫ້ແກ່ການຜະລິດເຂົ້າເຂດທົ່ງພຽງເຊບັ້ງໄຟ ຫຼາຍກວ່າ 35,000 ຮຕ ກວມເອົາເມືອງຍົມມະລາດ, ເມືອງມະຫາໄຊ, ເມືອງເຊບັ້ງໄຟ ແລະ ເມືອງຫນອງບົກ ແລະ ຫຼາຍກ່ວາ 6,200 ຮຕ ຢູ່ເມືອງ ໄຊບູລີ, ແຂວງສະຫວັນນະເຂດ.

ລັກສະນະຂອງນ້ໍາຖ້ວມ

ນ້ໍາຖ້ວມມີຢູ່ 3 ລັກສະນະຄື

  • ນໍ້າຖ້ວມໄຫຼເຊິ່ງຈະໃຊ້ເວລາປະມານ 1-2 ອາທິດ, ສາເຫດຫຼັກເກີດຈາກຝົນຕົກໜັກ ເຮັດໃຫ້ເກີດນ້ໍາປ່າໄຫຼຫຼາກ
  • ນ້ໍາຖ້ວມຂັງໃຊ້ເວລາ 3-6 ອາທິດ, ບໍ່ແນະນໍາໃຫ້ປູກເຂົ້າໃນເຂດນີ້
  • ນ້ໍາຖ້ວມເລິກເປັນການຖ້ວມທີ່ແກ່ຍາວຫຼາຍກວ່າ 1 ເດືອນ ເຊິ່ງໃນເຂດນີ້ນິຍົມນໍາໃຊ້ເຂົ້າລອຍ

ປະຫວັດຂອງແນວພັນເຊບັ້ງໄຟ1

ເຂົ້າເຊບັ້ງໄຟ1 ພັດທະນາຂື້ນໂດຍການຮ່ວມມືລະຫວ່າງສະຖາບັນຄົ້ນຄ້ວາກະສິກໍາ ແລະ ປ່າໄມ້ ແຫ່ງຊາດ ສປປ ລາວ ແລະ ສະຖາບັນຄົ້ນຄ້ວາເຂົ້າສາກົນ (IRRI) ໃນປີ 2003, ເຊິ່ງໄດ້ປັບປຸງເອົາແນວພັນເຂົ້າທ່າດອກຄໍາ1 ໃຫ້ມີຄວາມທົນທານຕໍ່ກັບນ້ໍາຖ້ວມ, ໂດຍໄດ້ນໍາໃຊ້ວິທີການຖ່າຍຢີນທີ່ທົນນ້ໍາຖ້ວມຈາກແນວພັນ IR4 0931-33-1-3- 2 ເຂົ້າໃສ່ແນວພັນທ່າດອກຄໍາ1 ດ້ວຍວິທີການປະສົມພັນກັບ (Backcross) ຈໍານວນ 3 ຄັ້ງ ແລ້ວນໍາໃຊ້ເຕັກນິກທາງໂມເລກູນໃນການຄັດເລືອກຈົນໄດ້ສາຍພັນທີ່ຄົງຕົວ ເຊິ່ງແນວພັນນີ້ໄດ້ຖືກນຳເຂົ້າມາໃນ ສປປ ລາວ ໃນປີ 2008, ໃນລະດູຝົນປີ 2009 ໄດ້ທົດລອງ ແລະ ສາທິດ ຢູ່ໃນເຂດນ້ໍາຖ້ວມຂອງທົ່ງພຽງເຊບັ້ງໄຟໃນ 4 ຕົວເມືອງຄື: ເມືອງມະຫາໄຊ, ເຊບັ້ງໄຟ, ຫນອງບົກ ແລະ ໄຊບູລີ.

ຈຸດດີຂອງແນວພັນ

  • ເປັນແນວພັນເຂົ້າໜຽວ.
  • ປູກທັງນາປີ ແລະນາແຊງ.
  • ເໝາະແກ່ການປູກກັບນາຕີນບ້ານ ແລະ ນາທີ່ດິນມີຄວາມອຸດົມສົມບູນ.
  • ທົນທານຕໍ່ສະພາບນ້ຳຖ້ວມ ແລະ ແຫ້ງແລ້ງ.
  • ເປີເຊັນເຂົ້າສານປະເພດ 1 ສີໄດ້ສູງເຖິງ 45 ເປີເຊັນ.
  • ກິນແຊບ ແລະ ອ່ອນນຸ້ມດີ.

ສະມັດຕະພາບ 

ນາແຊງ: ໃຫ້ຜົນຜະລິດສູງເຖິງ 5,5 ໂຕນ/ຮຕ ຜົນຜະລິດຂື້ນກັບຄວາມອຸດົມສົມບູນຂອງດິນນາໃນແຕ່ລະທ້ອງຖິ່ນ

ນາປີ: ໃນເຂດນ້ໍາບໍ່ຖ້ວມໃຫ້ຜົນຜະລິດສູງເຖິງ 4,5 ໂຕນ/ຮຕ, ໃນເຂດນ້ໍາຖ້ວມແຕ່ 14-18 ມື້ ໃຫ້ຜົນຜະລິດ 1,5-4 ໂຕນ/ຮຕ ລື່ນແນວພັນປັບປຸງ ແລະ ແນວພັນພື້ນເມືອງ ເຊິ່ງເປີເຊັນການຈະເລີນເຕີບຂອງຕົ້ນເຂົ້າແມ່ນຂື້ນກັບອາຍຸຂອງຕົ້ນເຂົ້າໃນເວລານ້ໍາຖ້ວມ, ຄຸນນະພາບຂອງນ້ໍາຖ້ວມ, ອຸນນະພູມຂອງນ້ໍາຖ້ວມ ແລະ ຄວາມເລິກຂອງນ້ໍາຖ້ວມ ແລະ ອາຍຸແນວພັນ.

ອາຍຸແນວພັນ

ນັບແຕ່ມື້ຕົກກ້າຫາມື້ອອກດອກ 50% ໃຊ້ເວລາປະມານ 110-115 ມື້ ຫາມື້ລູກແກ່ໃຊ້ເວລາປະມານ 140-145 ມື້, ອາຍຸການອອກດອກຈະແກ່ຍາວອອກໄປ ເທົ່າກັບຈໍານວນມື້ຖືກນ້ຳຖ້ວມ.

ການຕົກກ້າ

ອັດຕາເມັດພັນທີ່ເຫມາະສົມແມ່ນ 0,5-1 ກລ/ ຫນານກ້າ 10 ຕາແມັດ, ຫຼັງຈາກຫວ່ານກ້າໄດ້ 7-10 ມື້, ໃຫ້ໃສ່ຝຸ່ນເລັ່ງໃນອັດຕາ 1 ກລ/100 ຕາແມັດ. ທີ່ສຳຄັນຫ້າມຫວ່ານຝຸ່ນຊ້າເພາະຈະເຮັດໃຫ້ກ້າຄໍຂາດໃນເວລາຫຼົກ ແລະ ຕົ້ນເຂົ້າຈະຕາຍໃນເວລາປັກດໍາ ຫຼື ຢຸດການຈະເລີນເຕີບໂຕ.

ການປູກ

ສໍາລັບເຂດທີມີຄວາມສ່ຽງກັບນໍ້າຖ້ວມໃຫ້ປັກດໍາ 3-5 ກີບກ້າ/ສຸມ, ໄລຍະຫ່າງ 20 X 20 ຊມ, ໃນເຂດທີ່ນໍ້າມັກຖ້ວມໃນເດືອນ 7 ສາກົນ ແນະນໍາໃຫ້ເຮັດນາຫວ່ານ ຫຼື ນາຢອດ ເພາະເຂົ້າຈະມີຄວາມທົນທານໄດ້ດີກວ່າການປັກດໍາ.

ການບົວລະບັດຮັກສາຫຼັງນໍ້າຖ້ວມ

ຫຼັງຈາກນ້ໍາລົດລົງແລ້ວໃຫ້ເປັ່ງນ້ໍາອອກຈາກໄຮ່ນາໃຫ້ໄວເພື່ອໃຫ້ເຂົ້າສາມາດແຕກ ແຫນງໃຫມ່ຂື້ນມາ, ເມື່ອສັງເກດເຫັນເຂົ້າແຕກແຫນງ ໃຫມ່ແລ້ວ ຈຶ່ງຂັງນ້ໍາໄວ້.

ການໃສ່ຝຸ່ນ

ສຳລັບນາດິນຊາຍໃຫ້ໃສ່ຝຸ່ນປະສົມສູດ 15-15-15 ໃນ ອັດຕາ 200 ກລ/ຮຕ, ສ່ວນນາດິນໜຽວໃຫ້ໃສ່ຝຸ່ນປະສົມສູດ 16-20-00 ໃນອັດຕາ 150 ກລ/ຮຕ  ຫຼັງຈາກປັກດຳໄດ້ 7-10 ມື້ ໃຫ້ໃສ່ຝຸ່ນເລັ່ງສູດ 46 ເປີເຊັນ.

 

ທີ່ມາ:ສູນຄົ້ນຄວ້າກະສິກຳນາພອກ

 

ການປະກອບສ່ວນ