ແຈ່ວໝາກເລັ່ນ (ໃສ່ຜັກຂີ້ອົ້ນ)

Andy Souvanhphukdee
ແຈ່ວໝາກເລັ່ນ ເມນູອາຫານສຳລັບປີ້ງປາ ແລະ ເຂົ້າໜຽວ
ເຮືອນຄົວລາວ
https://steemit.com/laos/@mithunasiriphong/lao-food-and-desert
steemit.com

ສ່ວນປະສົມ
•  ກະທຽມ 1 ຫົວ
•  ຫົວຜັກບົ່ວແດງ 1 ກຳມື
•  ໝາກເຜັດສຸກ 5-7ໜ່ວຍນ້ອຍ ຫຼື 2-3 ໜ່ວຍໃຫ່ຍ
•  ໝາກເລັ່ນໃຫ່ຍ 2 ໜ່ວຍ
•  ເກືອ 1 ບ່ວງຊາ
•  ນ້ຳປາ, 2 ບ່ວງແກງ (ນ້ຳຕານ ແລະ ນໍ້າໝາກນາວ ສ່ວນປະສົມເພີ່ມເຕີມ ຖ້າຕ້ອງການ)
•  ຜັກຂີ້ອົ້ນ (ຜັກເຫືອດ) 1/3 ຈອກ (ໃສ່ຫອມປ້ອມ ຫຼື ຫອມບົ່ວແທນ)
•  ນ້ຳ 2 ບ່ວງແກງ

https://steemit.com/laos/@mithunasiriphong/lao-food-and-desert
Kees Sprengers (Food from Northern Laos)

ວິທີປຸງແຕ່ງ
1. ກ່ອນອື່ນໝົດ ສຽບໝາກເຜັດໃສ່ໄມ້ກ່ອນ ເພື່ອນຳໄປຈີ່
2. ວາງກະທຽມ, ຫົວຜັກບົ່ວແດງ, ໝາກເຜັດ ແລະ ໝາກເລັ່ນໃສ່ແຕະ ປີ້ງໃສ່ເຕົາຖ່ານ ຫຼື ເຕົາແກັສ
3. ຫຼັງຈາກນັ້ນ,ປີ້ງສ່ວນປະສົມແຕ່ລະດ້ານໃຫ້ສຸກ ໃຊ້ເວລາປະມານ 12 ນາທີ ຈົນເປືອກບາງສ່ວນຂອງສ່ວນປະສົມຈະໄຫມ້. ແກະເປືອກດ້ານນອກຂອງສ່ວນປະສົມຕ່າງໆອອກໃຫ້ໝົດ ຫຼັງຈາກທີ່ສຸກໝົດແລ້ວ
4. ໃສ່ເກືອ, ນ້ຳປາ ແລະ ນ້ຳຕານໜ້ອຍໜຶ່ງ,ໝາກເຜັດ,ກະທຽມ ແລະ ຫົວຜັກບົ່ວລົງຄົກ ເພື່ອຕຳໃຫ້ເຂົ້າກັນ, ຕາມດ້ວຍໝາກເລັ່ນເປັນສ່ວນປະສົມສຸດທ້າຍ ແລ້ວຕຳອີກເທື່ອໜຶ່ງເພື່ອໃຫ້ແຈ່ວເຂັ້ມຂຸ້ນ
5. ສຸດທ້າຍ ໃຫ້ໃສ່ຜັກຂີ້ອົ້ນ(ຜັກເຫືອດ) ແລະ ນໍ້າ 2 ບ່ວງແກງ, ຊິມເພື່ອເພີ່ມເຄື່ອງປຸງຕາມຕ້ອງການ 

ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືຶອ
ວີດີໂອຈາກ Nuck Khmu


 

ການປະກອບສ່ວນ