ແກງໝາກກະດອມ

Andy Souvanhphukdee
ໝາກກະດອມ ປົກກະຕິແລ້ວຈະເກີດຕາມພື້ນທີ່ສູງເຊັ່ນ ພູດອຍຕ່າງໆ, ຈະແກງໃສ່ໄກ່ ຫຼື ເຕົ້າຮູ້ກໍ່ໄດ້ຕາມຕ້ອງການ ຫຼື ຈະໃສ່ຍອດຜັກກະດອມກໍ່ໄດ້ເຊັ່ນກັນ
ເຮືອນຄົວລາວ
https://foodfromnorthernlaos.com/
Kees Sprengers (The Boat Landing Cookbook)

ສ່ວນປະສົມ
•  ໝາກກະດອມນ້ອຍ 2 ຖ້ວຍ, ປອກເປືອກ ແລະ ລວກໃຫ້ສຸກ
•  ນ້ຳ 2 ຖ້ວຍ
•  ເກືອ ½ ບ່ວງຊາ
•  ຫົວສີໄຄ 1 ຫົວ, ທຸບ ແລະ ຕັດເຄິ່ງ
•  ໝາກເຜັດ 2 ໜ່ວຍ
•  ຊີ້ນໝູ 1 ກຳມືນ້ອຍ, ຊອຍເປັນຕ່ອນ 2 ຊມ
•  ຜັກອີ່ຕູ່ 2-3 ກ້ານມ ຊອຍ
•  ຫອມບົ່ວໃບ 1 ມັດ, ຊອຍຍາວ 2 ຊມ

https://www.phakhaolao.la/kb/0000438

ວິທີປຸງແຕ່ງ
1.  ຄ້າງໝໍ້ ໃສ່ນ້ຳ 2 ຈອກກາເຟ ຕາມດ້ວຍເກືອ, ຫົວສີໄຄ ແລະ ໝາກເຜັດ. ນຳໄປຕົ້ມຈົນຟົດ ແລ້ວໃສ່ຊີ້ນໝູ, ຕົ້ມໄວ້ 15-20 ນາທີ
2.  ໃສ່ໝາກກະດອມ, ປິດຝາຕົ້ມໄວ້ 5 ນາທີ
3.  ໃສ່ຜັກອີ່ຕູ່ ແລະ ຫອມບົ່ວໃບ
4.  ປິດໄຟ, ເພີ່ມລົດຊາດຕາມຕ້ອງການ
5.  ຕັກໃສ່ຖ້ວຍພ້ອມຮັບປະທານ

ຄຳແນະນຳ
ຖ້າໃສ່ເຕົ້າຮູ້ ໃຫ້ໃສ່ລົງໝໍ້ພ້ອມກັບໝາກກະດອມ
ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ

ການປະກອບສ່ວນ