ເຝີຜັກແຄບເຕົ້າຮູ້

Andy Souvanhphukdee
ເຝີແຄບເປັນໜື່ງໃນປະເພດເຝີ ທີ່ແຂກໃນເຮືອນພັກທ່າເຮືອ ນິຍົມຮັບປະທານ ໂດຍສະເພາະອາຫານເຊົ້າ ແລະ ສວຍ. ສາມາດໃສ່ຖົ່ວຍັດ, ຜັກກາດກວາງຕຸ້ງ ແທນ ຜັກແຄບໄດ້ຕາມຕ້ອງການ
ເຮືອນຄົວລາວ
https://foodfromnorthernlaos.com/
Kees Sprengers (The Boat Landing Cookbook)

ສ່ວນປະສົມ
•  ນ້ຳ 2 ຈອກກາເຟ
•  ຜັກແຄບ 1 ກຳມື
•  ຂ່າ 2 ຫົວ
•  ເກືອ 1 ຢິບ
•  ສະອິວຂາວ 2-3 ບ່ວງແກງ
•  ເຕົາຮູ້ ½ ຈອກກາເຟ
•  ເສັ້ນເຂົ້າຊອຍ 1 ຈອກກາເຟ ຕັດຍາວ 6 ຊມ ຫຼື ເສັ້ນເຝີ
•  ໝາກເລັ່ນຊອຍ ½ ໜ່ວຍ
•  ສະອິວຊໍຂາວຈີນ (ເພື່ອເພີ່ມລົດຊາດ)
•  ພິກໄທດຳ 1 ບ່ວງຊາ

ສ່ວນປະສົມເພີ່ມເຕີມ
•  ໝາກນາວ ເຄິ່ງໜ່ວຍ
•  ຫອມບົ່ວໃບຊອຍ 1 ຕົ້ນ

ວິທີປຸງແຕ່ງ
1.  ຕົ້ມນ້ຳ
2.  ຫຼັງຈາກໝໍ້ຟົດ ໃສ່ເຕົ້າຮູ້, ຜັກແຄບ, ຂ່າ, ເກືອ ແລະ ສະອິວ, ຕົ້ມຈົນກ່ວາຜັກແຄບຈະສຸກ
3.  ປິດໄຟ ຫຼື ນຳໝໍ້ອອກຈາກເຕົາໄຟ ເພື່ອໃສ່ເສັ້ນເຂົ້າຊອຍ, ໝາກເລັ່ນ ຕາມດ້ວຍສະອິວ ແລະ ພິກໄທ
4.  ຕັກໃສ່ຖ້ວຍ ໃສ່ນ້ຳໝາກນາວ ແລະ ຫອມບົ່ວໃບຊອຍ

ຄຳແນະນຳ
•  ສາມາດເພີ່ມໃບເຢີມ ຫຼື ສະມຸນໄພທ້ອງຖິ້ນ ເປັນສ່ວນປະສົມເພີ່ມເຕີ່ມໄດ້ຕາມຕ້ອງການ
•  ໃສ່ເຕົ້າຮູ້ ຫຼື ໄກ່ ຕາມຕ້ອງການ

ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ

ການປະກອບສ່ວນ