ເຕັກນິກການລ້ຽງຂີ້ກະເດືອນ

Sakhone INTHAVONG
ເຜີຍວິທີລ້ຽງຂີ້ກະເດືອນ
ແນະນຳວິທີເຮັດ
phakhaolao.la

ການລ້ຽງຂີ້ກະເດືອນພວກເຮົາສາມາດໂດຍໃຊ້ກະຕ່າທີ່ເຮັດດ້ວຍໄມ້ ຫຼື ຈະໃຊ້ແອ່ງ, ຊາມ, ຄຸ ກໍໄດ້ ເຊິ່ງສ່ວນປະກອບໃນການລ້ຽງມີດັ່ງນີ້: ບົວຫົດນ້ຳ, ຖົ່ວດິນເຄືອ, ເຟືອງ, ຂີ້ຄວາຍສົດແຊ່ນ້ຳ 24 ຊົ້ວໂມງ.

ວິທີລ້ຽງ

ກ່ອນອື່ນແມ່ນໃຫ້ນຳເອົາເຟືອງແຫ້ງຂະໜາດ 20-30 ຊັງຕີແມັດ ໂດຍນຳມາແຊ່ນ້ຳໃຫ້ອີ່ມໂຕປະມານ 24 ຊົ່ວໂມງ ເພື່ອນຳມາປູພື້ນກະຕ່າທີ່ໃຊ້ລ້ຽງໃຫ້ໜາປະມານ 5-10 ຊັງຕີແມັດ ແລ້ວຈຶ່ງນຳເອົາຖົ່ວອາລາຄຼິລລົງໃສ່ເປັນຊັ້ນທີ 2 ຫຼັງຈາກນັ້ນນຳເອົາຂີ້ຄວາຍມາປົກໃສ່ທາງເທິງເປັນຊັ້ນທີ 3 ແລ້ວນຳເອົາຂີ້ກະເດືອນທີ່ໄດ້ກະກຽມໄວ້ນັ້ນມາປ່ອຍໃສ່ອ່າງແລ້ວນຳເຟືອງມາປົກອີກເທື່ອໜຶ່ງຕາມອັດຕາສ່ວນຂອງຂີ້ຄວາຍ 50 ເປີເຊັນ, ເຟືອງ 40 ເປີເຊັນ ແລະ ຖົ່ວເຄືອ(Arahispintoi) 10 ເປີເຊັນ.

ການເບິ່ງແຍງຮັກສາ

ພາຍຫຼັງນຳຂີ້້ກະເດືອນມາລົງລ້ຽງແລ້ວ ແຕ່ລະອາທິດຕ້ອງໄດ້ຫົດນ້ຳເນື່ອງຈາກວ່າຂີ້ກະເດືອນມັກຄວາມຊຸ່ມ, ສຳລັບການສັງເກດເບິ່ງຄວາມຊຸ່ມແມ່ນໃຊ້ມືຈັບເບິ່ງ ຂີ້ກະເດືອນນັ້ນຕ້ອງການຄວາມຊຸ່ມປະມານ 70 ເປີເຊັນຂອງອາຫານໃນອ່າງ.

ສຳລັບບ່ອນລ້ຽງນັ້ນສາມາດເຮັດໄດ້ຫຼາຍແບບໂດຍອີງຕາມເງື່ອນໄຂ ແລະ ຂໍ້ສະດວກຂອງຜູ້ລ້ຽງແຕ່ຕ້ອງເປັນບ່ອນທີ່ມີອາກາດລຸລ່ວງດີເພາະຂີ້ກະເດືອນຕ້ອງການຄວາມຊຸ່ມເຢັນ.

ຄວາມສຳຄັນຂອງການລ້ຽງຂີ້ກະເດືອນ

ຂີ້ກະເດືອນເປັນສັດຊະນິດໜຶ່ງທີ່ມີຄວາມສຳຄັນຕໍ່ການລ້ຽງສັດໂດຍສະເພາະໃຊ້ເປັນອາຫານແກ່ສັດລ້ຽງມີການຈະເລີນເຕີບໂຕດີເຊັ່ນ: ກົບ, ປາ, ສັດປີກ ແລະ ໝູ  ເພາະຂີ້ກະເດືອນມີທາດຊີ້ນສູງຫຼາຍກວ່າ 70 ເປີເຊັນ ຂອງນ້ຳໜັກແຫ້ງ ແລະ ຍັງມີທາດອາຫານອື່ນໆທີ່ມີຄຸນຄ່າທາງໂພຊະນາການທີ່ຈຳເປັນຕໍ່ສັດລ້ຽງທີ່ເຮັດໃຫ້ສັດໃຫຍ່ໄວ ແລະ ແຂງແຮງ ທັງສາມາດຂະຍາຍພັນໄດ້ຕະຫຼອດປີ.

ທີ່ມາ: ວາລະສານກະຊວງກະສິກຳ ແລະ ປ່າໄມ້

ການປະກອບສ່ວນ