ເຊື່ອມກ້ວຍດິບຈືນ

Andy Souvanhphukdee
ກ້ວຍຈະກິນສົດໆ ຫຼື ຈະນຳມາປຸງແຕ່ງເປັນອາຫານກໍ່ໄດ້ເຊັ່ນກັນ ບໍ່ວ່າຈະເປັນນ້ຳຫວານກ້ວຍ, ກ້ວຍປີ້ງ ຫຼື ກ້ວຍຈືນກໍ່ສາມາດປຸງແຕ່ງໄດ້ດ້ວຍສ່ວນປະສົມພຽງໜ້ອຍດຽວ
ເຮືອນຄົວລາວ
https://www.picbon.us/media/1995588975863246339
Vannakhone Phongpadid @ khone_food

ສ່ວນປະສົມ
     •  ກ້ວຍນ້ຳ ດິບ 1 ຫວີ
     •  ນໍ້າປູນໃສ (ສໍາຫຼັບແຊ່ກ້ວຍ)
     •  ນໍ້າມັນພືດ (ສໍາຫຼັບຈືນ)
     •  ນໍ້າລ້າ 5 ບ່ວງແກງ
     •  ນໍ້າຕານ 1 ຖ້ວຍ
     •  ເນີຍສົດເຄັມ 1 ບ່ວງແກງ

ວິທີປຸງແຕ່ງ
  1.  ປອກເປືອກກ້ວຍແລ້ວຊອຍຕາມທາງຍາວ ເອົາໄປແຊ່ນໍ້າປູນໃສປະມານ 15 ນາທີ ເພື່ອໃຫ້ຢາງກ້ວຍອອກ
  2.  ຄ້າງໝໍ້ໃຊ້ໄຟປານກາງ ໃສ່ນໍ້າມັນພືດໃຫ້ຖ້ວມກ້ວຍ ນໍ້າມັນຮ້ອນໃສ່ກ້ວຍລົງໄປຈືນໃຫ້ສຸກເຫຼືອງກອບ ຕັກຂຶ້ນສະເດັດນໍ້າມັນ
  3.  ໃສ່ນໍ້າຕານລົງໃນໝໍ້ ຂົ້ວຈົນນໍ້າຕານເປື່ອຍ ແລະ ໜຽວຂຸ້ນ 
  4.  ໃສ່ນໍ້າຕານລົງໃນໝໍ້ ຂົ້ວຈົນນໍ້າຕານເປື່ອຍ ແລະ ໜຽວຂຸ້ນ 

ຂໍ້ມູນຈາກ SNV Netherlands Development Organisation

ວີດີໂອຈາກ ครัวแล้วแต่เอ๋จ้า

ການປະກອບສ່ວນ