ເຂົ້າປຸ້ນ ນໍ້າໄກ່

Andy Souvanphakdy
ເຂົ້າປຸ້ນ ກິນງ່າຍສະບາຍເຮັດໄດ້ຫຼາຍນໍ້າ, ນອກຈາກຈະເຮັດນໍ້າໄດ້ແລ້ວຍັງເຮັດນໍ້າໄກ່ໄດ້ອີກ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບ

  • ເຂົ້າປຸ້ນ
  • ໄກ່ລາດ
  • ໝາກພ້າວ
  • ໝາກເຜັດແຫ້ງໃຫ່ຍ
  • ຫົວຜັກບົ່ວຊອຍ
  • ຫົວຜັກທຽມຊອຍ
  • ເກືອ
phakhaolao.la

 

 

ຜັກກັບ (ເຫຍື້ອເຂົ້າປຸ້ນ)

  • ຫອມລາບ
  • ບົວລະພາ
  • ໝາກເຜັດດິບ
  • ກະລໍ່າ
  • ໜໍ່ໄມ້ຕົ້ມ
  • ໝາກຖົ່ວຝັກຍາວ

ວິທີປຸງແຕ່ງ

  1. ຄ້າງໝໍ້ຕົ້ມໄກ່ໃຫ້ສຸກປະມານ 45 ນາທີ, ຫຼັງຈາກນັ້ນກໍຕັກຊີ້ນໄກ່ອອກ ປະໄວ້ໃຫ້ເຢັນ ແລ້ວຕົ້ມນໍ້າໃນໝໍ້ຕໍ່ໄປໂດຍໃຊ້ໄຟອ່ອນໆ
  2. ນຳຊີ້ນໄກ່ມາຊອຍເປັນຕ່ອນນ້ອຍໆ ຫຼື ຂະໜາດຕາມຕ້ອງການ (ສາມາດນຳໄປຕຳໃຫ້ມຸ່ນໄດ້ ເພື່ອເພີ່ມລົດຊາດໃຫ້ນໍ້າໄກ່)
  3. ແຊ່ໝາກເຜັດແຫ້ງໃຫ່ຍປະໄວ້ ປະມານ 30 ນາທີ, ແລ້ວນຳມາຟັກ ແລະ ຕຳໃຫ້ລະອຽດ
  4. ຄ້າງໝໍ້ອີກໜຶ່ງໜ່ວຍ ເພື່ອກຽວນໍ້າໜ້າ,  ເລີ່ມຈາກເທນໍ້າມັນລົງໃສ່ ຫຼັງຈາກນໍ້າມັນຮ້ອນກໍນຳກະທຽມ ແລະ ຫົວຜັກບົ່ວຊອຍລົງໄປກຽວ, ຕໍ່ດ້ວຍເທກະທິໃສ່ ແລະ ໝາກເຜັດແຫ້ງສັບ. ໃຊ້ເວລາຂົ້ວປະມານ 5-7 ນາທີ ຫຼື ຈົນກວ່າຈະມີກິ່ນຫອມເຊິ່ງເຮົາຈະຄົນຢູ່ຕະຫຼອດເວລາ ເພື່ອບໍໃຫ້ຕິດໝໍ້
  5. ຫຼັງຈາກທີ່ກຽວນໍ້າໜ້າໄດ້ແລ້ວ ກໍເທໃສ່ໝໍ້ນໍ້າຕົ້ມໄກ່ ຕາມດ້ວຍຕ່ອນໄກ່ທີ່ຊອຍໄວ້, ຕົ້ມປະໄວ້ປະມານ 5 ນາທີ
  6. ໃສ່ເກືອ ແລະ ປຸງລົດຊາດຕາມໃຈມັກ
  7. ນຳຜັກກັບທີ່ກຽມໄວ້ໃນສູດມາລ້າງໃຫ້ສະອາດ ກໍສາມາດຮັບປະທານກັບເຂົ້າປຸ້ນນໍ້າໄກ່ໄດ້ແລ້ວ
phakhaolao.la

 

ແນະນຳ

ຮັບປະທານກັບຜັກກັບທີ່ກຽມໄວ້ໃນສູດ

phakhaolao.la

 

ການປະກອບສ່ວນ