ຜັກບົວລະພາ / Sweet Basil

ການນຳໃຊ້
ອາຫານ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Ocimum basilicum L. / Lamiaceae
ຊື່ພ້ອງ
Ocimum basilicum var. album (L.) Benth.
Ocimum basilicum var. anisatum Benth.
Ocimum basilicum var. basilicum
Ocimum basilicum var. densiflorum Benth.
Ocimum basilicum var. difforme Benth.
Ocimum basilicum var. glabratum Benth.
Ocimum basilicum var. majus Benth.
Ocimum basilicum var. pilosum (Willd.) Benth.
Ocimum basilicum var. purpurascens Benth.
Ocimum basilicum var. thyrsiflorum (L.) Benth.
ຊື່ອື່ນ
ລາວ: ຜັກບົວລະພາ
ໄທ: ໂຫລະພາ
ບັນຍາຍລັກສະນະພືດສາດ

ພືດລຳຫຍ້າລົ້ມລຸກສູງ 45 – 85 ຊັງຕີແມັດ, ລຳຕົ້ນແຂງແກ່ນດີ, 4 ຫຼ່ຽມ, ລຳຕົ້ນເວລາຍັງອ່ອນອອກສີຂຽວອ່ອນອົມສີອິດ ແລະ ມີຂົນແຈກຢາຍຢູ່ທົ່ວ, ເວລາແກ່ຈະອອກສີເຂື້ອງ ແລະ ມີຮອຍແຕກລອກຂອງກາບຊັ້ນນອກ. ພືດຊະນິດນີ້ແຕກກິ່ງງ່າຫຼາຍ ແລະ ມີລັກສະນະເປັນຟຸ່ມ. ໃບແມ່ນໃບປະເພດດ່ຽວ, ຈັບພາບກັນເປັນຄູ່ຢູ່ແຕ່ລະຂໍ້ຂອງລຳຕົ້ນ ຫຼື ງ່າ. ເນື້ອໃບ ຍາວ 3 – 6 ຊັງຕີແມັດ, ກວ້າງ 1,5 – 3 ຊັງຕີແມັດ, ມີສີຂຽວ, ມີຂົນແຈກຢາຍຢູ່ຫ່າງໆ, ຢູ່ຕາມໃບອ່ອນ ຫຼື ຍອດ, ມີຂົນຫຼາຍກວ່າໃບແກ່, ຜີວໃບເບື້ອງເທີງມີສີເຂັ້ມກວ່າເບື້ອງລຸ່ມ, ຢູ່ຕາມເນື້ອໃບມີຕ່ອມນ້ຳມັນຫອມ, ເນື້ອໃບມີລັກສະນະເປັນແຜ່ນຍາວ, ສ້ວຍ, ປາຍໃບແຫຼມ, ແຄມໃບເປັນຢັກ, ຕີນໃບຈັບຕິດກັບກ້ານໃບໂດຍກົງ, ກ້ານໃບຍາວ 0,5 – 2 ຊັງຕີແມັດ, ມີສີຂຽວອ່ອນ ແລະ ມີຂົນແຈກຢາຍຢູ່ຫ່າງໆ, ຢູ່ຕາມຂອບຂອງກ້ານໃບມີສີຂຽວເຂັ້ມສະໝານກັນລຽບຕາມແຄມຮ່ອງ. ດອກອອກເປັນຮວງດ່ຽວຢູ່ປາຍງ່າ ແລະ ຢູ່ຍອດກາງ, ຮວງດອກເວລາຍັງອ່ອນຈະມີສີອິດເປັນສີຂຽວເລັກນ້ອຍແຕ່ເມື່ອເວລາແກ່ຈະມີສີຂຽວເຂັ້ມຫຼາຍກວ່າ, ຮວງດອກອາດຍາວເຖີງ 25 ຊັງຕີແມັດ, ພາຍໃນຮວງດອກຈັດວາງຢູ່ເປັນວົງມີປະມານ 17 ວົງ, ໄລຍະຫ່າງກັນຂອງແຕ່ລະວົງຍາວກວ່າກາບດອກ, ແຕ່ລະວົງມີ 6 ດອກນ້ອຍຈັບຕິດໃສ່ກັບກ້ານຮວງດອກດ້ວຍກ້ານດອກທີ່ມີລັກສະນະເປັນຂໍ, ເວລາບານດອກຈະປິ່ນໜ້າທາງນອກຕັ້ງສາກໃສ່ກັບກ້ານຮວງດອກ. ກາບດອກຕິດເຂົ້າກັນເປັນທໍ່ຮ້ອງວ່າຖ້ວຍກາບ, ຍາວປະມານ 0,5 ຊັງຕີແມັດ, ຢູ່ປາກທໍ່ຈະແຍກອອກເປັນແຂ້ວຢ່າງຈະແຈ້ງ, ທົ່ວກາບດອກຫຸ້ມຫໍ່ດ້ວຍຂົນ. ກີບດອກອອກສີຂາວອົມສີມ່ວງຫຸ້ມຫໍ່ດ້ວຍຂົນ ແລະ ມີຂະໜາດຍາວກວ່າຖ້ວຍກາບ, ລວງຍາວປະມານ 1 ຊັງຕີແມັດ, ຕີນຂອງກີບດອກຕິດເຂົ້າກັນເປັນທໍ່ຈວຍ ແຕ່ສ່ວນປາຍຈະແຍກອອກຈາກກັນເປັນສ່ວນຢ່າງຈະແຈ້ງຄື: ສ່ວນ 1 ກີບ ແລະ ສ່ວນ 4 ກີບ ຕິດກັນເປັນແຜ່ນດຽວ, ປາຍກີບມົນມີເກສອນ 4 ອັນ, ມີປາຍເຕົ້າໄຂ່ 1 ອັນທີ່ມີສ່ວນປາຍແຍກອອກເປັນ 2 ແງ່ມຢ່າງຈະແຈ້ງ. ໝາກແມ່ນປະເພດໝາກແຫ້ງ ມີແກ່ນ 4 ອັນ, ແກ່ນມີຂະໜາດນ້ອຍຫຼາຍ ແລະ ເວລາແກ່ນຈະອອກສີດຳ. ພືດຊະນິດນີ້ມີຖິ່ນກຳເນີດຢູ່ທະວີບອາຊີ. ປະຈຸບັນການປູກແຜ່ຂະຫຍາຍໄປທົ່ວເຂດຮ້ອນ ແລະ ຊຸ່ມ. ໝົດທັງຕົ້ນບັນຈຸທາດໃຫ້ກິ່ນໃນລັກສະນະນ້ຳມັນລະເຫີຍ.

ບັນຍາຍການນຳໃຊ້

ສ່ວຍຫຼາຍໃຊ້ເປັນເຄື່ອງຫອມ, ໃຊ້ເປັນຢາບຳລຸງ, ໃຊ້ແກ້ອາການວິນວຽນ, ອາການເບື່ອອາຫານ, ໃຊ້ຂັບລົມໃນກະເພາະລຳໄສ້, ແກ້ເຈັບທ້ອງ ແລະ ອາການຊາງຂອງເດັກນ້ອຍ. ໃບໃຊ້ເປັນນ້ຳມັນຫອມລະເຫີຍ, ຊ່ວຍເພີ່ມປະລິມານນ້ຳນົມສຳລັບມານດາທີ່ໃຫ້ນົມບຸດດ້ວຍການນຳໃບມາຕົ້ມກັບນ້ຳນົມຣາຊະສີຮັບປະທານ, ຊ່ວຍຮັກສາອາການປວດຫົວ, ຊ່ວຍແກ້ຫວັດ ແລະ ຂັບເຫື່ອດ້ວຍການໃຊ້ຍອດອ່ອນຕົ້ມກັບນ້ຳແລ້ວນຳມາດື່ມເປັນຊາ ຫຼື ກິນເປັນຜັກສົດ, ຊ່ວຍບັນເທົາອາການຄື່ນໄສ້ອາຈຽນໂດຍການນຳໃບມາຄັ້ນເອົານ້ຳສົດໃຫ້ໄດ້ປະມານ 1 ບ່ວງແກງປະສົມກັບນ້ຳອ້ອຍ 2 ບ່ວງປະສົມກັບນ້ຳອຸ່ນ ແລ້ວນຳມາດື່ມວັນລະ 2 ຄັ້ງ, ຮັກສາອາການເຫງືອກອັບເສບເປັນໜອງໂດຍການນຳເອົາໃບແຫ້ງມາບົດໃຫ້ເປັນຜົງແລ້ວນຳມາທາໃນບໍລິເວນທີ່ອັກເສບ. ນອກນັນໃບບົວລະພາຍັງສາມາດໃຊ້ຂ້າຍູງ, ໄຮ ແລະ ແມງໄມ້ໄດ້ໂດຍການນຳຕົ້ນ, ໃບ, ຮາກ ມາຕຳລວມກັນໃຫ້ລະອຽດແລ້ວໃສ່ເຫຼົ້າຂາວເລັກນ້ອຍຄົນໃຫ້ເຂົ້າກັນແລ້ວນຳໄປຕັ້ງໄຟພໍຮ້ອນປະໄວ້ໃຫ້ອຸ່ນແລ້ວນຳມາພອກທີ່ເຂົ່າປະໄວ້ປະມານ 15 ນາທີ ວັນລະ 2 ຄັ້ງ ອາການຈະຄ່ອຍໆດີຂຶ້ນ

ການປະກອບສ່ວນ