ຮັກສາອາການເຈັບທ້ອງດ້ວຍພຶກສາສາດພື້ນບ້ານ

Andy Souvanphakdy
ຄຳວ່າເຈັບທ້ອງ ບໍ່ວ່າຈະເຈັບໜ້ອຍ ຫຼື ຫຼາຍ ກໍບໍຄວນວາງໃຈ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ອາການເຈັບທ້ອງ ຄືອາການທີ່ສາມາດເກີດຂຶ້ນໄດ້ກັບທຸກຄົນ, ສຳລັບບາງຄົນກໍເກືອບຈະຄຸ້ນເຄີຍກັບອາການເຈັບທ້ອງ ແລະ ຫາຊື້ຢາມາກິນເອງ ເນື່ອງຈາກເຈັບຢູ່ເປັນປະຈຳ. ແຕ່ຮູ້ບໍ່ວ່າ ຄຳວ່າເຈັບທ້ອງ ອາດຈະເປັນການເຈັບປວດທຳມະດາ ຫຼື ອາດຈະເຊື່ອງຊ້ອນພະຍາດທີ່ຮ້າຍແຮງກໍເປັນໄດ້. ສຳລັບອາການເຈັບທ້ອງທີີ່ເຮົາມັກຈະຄຸ້ນເຄີຍກັນດີແມ່ນ ປວດແບບສຽບແທງ, ເຈັບບິດ, ເຈັບແສບ ແລະ ເຈັບແໜ້ນ ເປັນຕົ້ນ. ແຕ່ຖ້າຫາກມີອາການເຈັບທ້ອງທີ່ເຈັບດົນກວ່າ 6 ຊົ່ວໂມງ, ເຈັບຈົນກິນອາຫານບໍ່ໄດ້, ເຈັບຈົນ ມີອາການຮາກຫຼາຍກວ່າ 3-4 ເທື່ອ, ເຈັບຫຼາຍຂຶ້ນເມື່ອມີການເໜັງຕີງ, ເຈັບທີບໍລິເວນທ້ອງນ້ອຍດ້ານຂວາ, ເຈັບແຮງຈົນນອນບໍ່ໄດ້, ເຈັບທ້ອງຈົນມີເລືອດໄຫຼ, ເຈັບທ້ອງ ແລະ ເປັນໄຂ້ໃນເວລດຽວກັນ ໃຫ້ໄປຫາແພດໝໍເພື່ອຫາວິທີຮັກສາ, ເຊິ່ງການລະບຸຮູບແບບຕ່າງໆຂອງການເຈັບປວດນັ້ນສາມາດຊ່ວຍໃຫ້ແພດໝໍວາງຢາຮັກສາທີ່ແທດເໝາະກັບອາການໄດ້.

ນອກຈາກການປິ່ນປົວ ແລະ ຮັກສານຳແພດໝໍແລ້ວ ຄົນລາວຍັງນິຍົມໃຊ້ພຶກສາສາດພືດບ້ານສຳລັບການປິ່ນປົວເບື້ອງຕົ້ນ ເຊິ່ງເປັນການປິ່ນປົວທີ່ປະຕິບັດມາຍາວນານ. ດັ່ງທີ່ຫຼາຍໆຄົນຮູ້ ປະເທດລາວອຸດົມສົມບູນໄປດ້ວຍຊີວະນາໆພັນ ພືດພັນນາໆຊະນິດທັງໃຊ້ໃນການດຳລົງຊີວິດ ແລະ ຮັກສາປິ່ນປົວພະຍາດ ເຊິ່ງພືດສະໝຸນໄພທີ່ຮັກສາອາການເຈັບທ້ອງເບື້ອງຕົ້ນມີດັ່ງນີ້:

ເຄືອສະມັ່ງ

ຮາກ ແລະ ໃບ ຊ່ວຍແກ້ອາການສະເອິ, ແກ່ນ ຊ່ວຍໃນການຍ່ອຍອາຫານ, ດອກແຫ້ງໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ຖອກທ້ອງ. 

phakhaolao.la
Combretum indicum (L.) Jongkind / Combretaceae
www.phakhaolao.la

 

ເຄືອເຂົາຮໍ

ຊັບພະຄຸນແກ້ໄຂ້, ທ້ອງຂີ້ຮາກ, ຂ້າແມ້ທ້ອງ ແລະ ລະດັບນໍ້າຕານໃນເລືອດ

phakhaolao.la
Tinospora crispa (L.) Hook. f. & Thomson / Menispermaceae
www.phakhaolao.la

 

ເຄືອໝາກລໍ້າ

 ທັງຕົ້ນ: ແກ້ອາການຮ້ອນໃນ, ແກ້ພິດຮ້ອນ, ຖອນພິດໄຂ້, ຊ່ວຍຫຼຸດຄວາມດັນເລືອດ, ແກ້ອາການເຈັບກະເພາະ ແລະ ທ້ອງໃຄ່

phakhaolao.la
Abrus pulchellus Wall. ex Thwaites / FABACEAE
www.phakhaolao.la

 

ຜັກຫອມປ້ອມ

ຜັກຫອມປ້ອມ ມີສັບພະຄຸນຊ່ວຍຍ່ອຍອາຫານ ເຮັດໃຫ້ບໍ່ເປັນພະຍາດທ້ອງອືດ, ທ້ອງເຟີ, ແກ້ປວດທ້ອງ. ແກ່ນມີລົດຂົມຫວານຝາດຫອມ, ຊ່ວຍແກ້ພິດຕານຊາງ, ແກ້ກະຫາຍນໍ້າ, ແກ້ອາການປວດຮາກ, ຂັບລົມໃນລໍາໄສ້, ແກ້ສະເອິ, ແກ້ເຈັບຕາ, ແກ້ລົມວິນວຽນ, ກະທຸ້ງພິດໄຂ້,  ອີ່ສຸກອີ່ໃສດຳແດງ, ຮັບປະທານບໍາລຸງກະເພາອາຫານ, ຊ່ວຍຈະເລີນອາຫານ, ແກ້ບິດຖ່າຍເປັນເລືອດ.
 

phakhaolao.la

 

ຕົ້ນຝາງແດງ

ປິ່ນປົວພະຍາດ: ເປັນຢາຂັບປະຈຳເດືອນ ແລະ ແກ້ເຈັບທ້ອງ ຖອກທ້ອງ. ສ່ວນທີ່ໃຊ້: ແກນທີ່ມີສີແດງ. ວິທີການນຳໃຊ້: ສຳລັບຢາຂັບປະຈຳເດືອນແມ່ນໃຊ້ແກ່ນ 5-15 ກຣາມ ຫຼື 5-8 ອັນ ໃສ່ນ້ຳປະມານ 1 ລິດ ຕື່ມໝາກຂາມປະມານ 4 ໜ່ວຍເອົາແກ່ນອອກ ຕົ້ມກິນເຊົ້າແລງ. ສຳລັບແກ້ເຈັບ, ທ້ອງຖອກທ້ອງ ໃຊ້ແກ່ນ 3-9 ກຣາມ ຫຼື 4-6 ອັນ ຕົ້ມກັບນ້ຳ 1 ລິດ ຕົ້ມໃຫ້ເຫຼືອປະມານ 0.5 ລິດ ດຶ່ມເວລາທີ່ເຈັບທ້ອງ. ຝາງແດງຍັງນຳໃຊ້ເປັນສີຍ້ອມຜ້າທີ່ດີອີກດ້ວຍ.

phakhaolao.la
Biancaea sappan (L.) Tod. / Fabaceae
www.phakaolao.la

 

ນອກຈາກພືດສະໝຸນໄພດັ່ງທີ່ໄດ້ກ່າວໄວ້ຂ້າງເທິງນັ້ນ ຍັງມີພືດສະໝຸນໄພອີກຫຼາຍໆຊະນິດທີ່ໃຊ້ເຂົ້າໃນການປິ່ນປົວອາການເຈັບທ້ອງ ເປັນຕົ້ນແມ່ນເຄື່ອງເທດສະໝຸນໄພທີ່ໃຊ້ປະກອບເຂົ້າໃນການເຮັດອາຫານເຊັ່ນ: ໝາກເຜັດ, ຂີງ, ກະທຽມ, ຫົວສີໄຄ ເຊິ່ງຈັດເປັນເຄື່ອງເທດທີ່ເພີ່ມຄວາມອົບອຸນແກ່ຮ່າງກາຍ ສ່ວນອາຫານທີໃຫ້ຄວາມເຢັນແມ່ນອາຫານທີ່ມີທາດນໍ້າຕານສູງ ຫຼື ມີນໍ້າໃນປະລິມານຫຼາຍເຊັ່ນ: ເຂົ້າ, ພືດຕະກຸນໝາກແຕງ, ພືດຕະກຸນຖົ່ວ ແລະ ໝາກໄມ້ຊະນິດຕ່າງໆ. ຄຸນຄ່າດີໆຂອງອາຫານ ແມ່ນຄວາມລັບຂອງການມີສຸຂະພາບດີ ບໍ່ວ່າຈະເປັນການກິນອາຫານ ຫຼື ກິນຢາ ຕ້ອງຄຳນຶງເຖິງຄວາມສົມດຸນຂອງຮ່າງກາຍ.

ການປະກອບສ່ວນ