ຮັກສາຜົມຫຼົ່ນດ້ວຍສະໝຸນໄພ

bouavone
ບັນຫາຜົມຫຼົ່ນ ຜົມບາງ ເຊື່ອວ່າຫຼາຍໆຄົນອາດຈະເຄີຍເຈີ ຫຼື ກຳລັງພົບເຈີຢູ່ໃນຕອນນີ້ ເຊິ່ງສິ່ງເຫຼົ່ານີ້ໄດ້ສ້າງບັນຫາບໍ່ຫຼາຍກໍໜ້ອຍ ເຊັ່ນບໍ່ມີຄວາມໝັ້ນໃຈໃນໂຕເອງ ເປັນຕົ້ນ
ຊີວະນາໆພັນກະສິກຳ
phakhaolao.la
www.phakhaolao.la

ຄວາມຈິງແລ້ວ ເສັ້ນຜົມຂອງຄົນເຮົາຈະຫຼົ່ນໄດ້ໃນທຸກມື້ໂດຍທີ່ເຮົາບໍ່ຮູ້ສຶກໂຕ ແຕ່ສິ່ງທີ່ຫຼາຍໆຄົນເປັນກັງວົນນັ້ນກໍເພາະເສັ້ນຜົມທີ່ຫຼົ່ນມານັ້ນຫຼາຍເກີນໄປ ຊຶ່ງໜຶ່ງໃນປັດໄຈກໍຄືພາວະຄຽດ ແລະ ກົດດັນຈາກສິ່ງອອ້ອມຂ້າງ ແລະ ການເບິ່ງແຍງເສັ້ນຜົມທີ່ບໍ່ພຽງພໍ ຫຼື  ຜິດວິທີນັ້ນເອງ. ຖ້າຫາກເວົ້າການເບິ່ງແຍງເສັ້ນຜົມດ້ວຍວິທີພື້ນບ້ານແລ້ວ ສິ່ງທີ່ຂາດບໍ່ໄດ້ແມ່ນສະໝຸນໄພພື້ນບ້ານຫາໄດ້ງ່າຍ ສະດວກ ພ້ອມວິທີເຮັດກໍງ່າຍສະບາຍເຊັ່ນດຽວກັນ ດັ່ງລຸ່ມນີ້:

  • ຜັກໜອກ: ນໍາເອົາຜັກໝອກມາຄັ່ນໃສ່ນໍ້າສະອາດ ແລ້ວນໍາໄປໝັກຜົມປະໄວ້ 4-5 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ ຜັກໜອກຈະຊ່ວຍເຮັດໃຫ້ຜົມດໍາເງົາງາມ ແລະ ຜົມຍາວໄວຂຶ້ນ ພ້ອມກັນນັ້ນ ຜັກໜອກຍັງເປັນຢາບຳລຸງສາຍຕາ ແລະ ຍັງຖືກນຳໃຊ້ເຂົ້າໃນການປິ່ນປົວບ້າໝູ, ຄວາມຈຳເຊື່ອມ.
  • ໝາກຂີ້ຮູດ: ໝາກຂີ້ຮູດປະມານ 4-5 ໜ່ວຍມາຕົ້ມ ຈາກນັ້ນໃຊ້ຜ້າຂາວບາງຫໍ່ໄວ້ບີບແລະຄັ້ນເອົາແຕ່ນ້ຳ ເມື່ອໄດ້ນ້ຳມັນແລ້ວໃຫ້ນຳມາໝັກໃຫ້ທົ່ວເສັ້ນຜົມແລະກົກຜົມ ໝັກປະໄວ້ປະມານ 5ນາທີ ແລ້ວຈຶ່ງສະຜົມໃຫ້ສະອາດ ສູດນີ້ສາມາດເຮັດໄດ້ 1-2 ຄັ້ງຕໍ່ອາທິດ ຜົມຈະຄ່ອຍໆແຂງແຮງຂຶ້ນແລະສັງເກດໄດ້ຊັດເຈນວ່າຜົມຫຼົ່ນນ້ອຍລົງ.
  • ຫວ້ານຫາງແຂ້: ຫວ້ານຫາງແຂ້ປະມານ 3-4 ຕົ້ນ ມາປອກເປືອກອອກເອົາເນື້ອໃສໆແລ້ວໄປລ້າງນ້ຳໃຫ້ສະອາດແລະນຳມາບີບໃຫ້ເຂົ້າເປັນເນື້ອດຽວກັນ ຈາກນັ້ນໃຫ້ນຳມາໝັກໃຫ້ທົ່ວໜັງຫົວປະໄວ້ 20-30 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ ສູດນີ້ຈະຊ່ວຍບໍາລຸງເສັ້ນຜົມໃຫ້ແຂງແຮງ ຫຼຸດອາການຜົມຫຼົ່ນແລະເຮັດໃຫ້ຜົມດຳເງົາງາມ.
  • ດອກອັນຊັນ: ດອກອັນຊັນປະມານ 1 ກໍາມື ມາຕໍາໃຫ້ລະອຽດ ຈາກນັ້ນປະສົມນໍ້າສະອາດລົງໄປເລັກນ້ອຍຄົນໃຫ້ເຂົ້າກັນ ຈາກນັ້ນນຳມາໝັກລົງໃສ່ໜັງຫົວແລະເສັ້ນຜົມປະໄວ້ປະມານ 30ນາທີ ແລ້ວສະຜົມໃຫ້ສະອາດ. ດອກອັນຊັນສາມາດຊ່ວຍເຮັດໃຫ້ຜົມແຂງແຮງແລະຫຼົ່ນໜ້ອຍລົງ ນອກຈາກນີ້ຍັງຈະຊ່ວຍກະຕຸ້ນຊ່ວຍບໍາລຸງຜົມດົກດຳ.
  • ຂິງ: ໂດຍນໍາເອົາຂິງແກ່ 1 ອັນໄປຂາງໄຟຈົນອຸ່ນ ຈາກນັ້ນຕໍາໃຫ້ລະອຽດແລ້ວຫໍ່ດ້ວຍຜ້າຂາວບາງໆ ນຳມາທາໆໃສ່ກົກຜົມໃຫ້ທົ່ວ ປະໄວ້ປະມານ 20 ນາທີ ແລ້ວລ້າງນໍ້າອອກໃຫ້ສະອາດ ວິທີນີ້ນ້ຳມັນຈາກຂິງຈະຊ່ວຍເຮັດໃຫ້ຮາກຜົມແຂງແຮງຂຶ້ນແລະກະຕຸ້ນການເກີດໃໝ່ຂອງເສັ້ນຜົມ.

 

ເຖິງຢ່າງໃດກໍຕາມ ການຮັກສາເສັ້ນຜົມດ້ວຍວິທີດັ່ງກ່າວກໍເປັນການຮັກສາໃນຂັ້ນພື້ນຖານ,  ພືດ ແລະ ສະໝຸນໄພດັ່ງທີ່ກ່າວໄວ້ຂ້າງເຖິງກໍເປັນພຽງວິທີພື້ນບ້ານ ແລະ ນອກຈາກສະໝຸນໄພດັ່ງກ່າວແລ້ວກໍຍັງມີອີກຫຼາກຫຼາຍຊະນິດທີ່ສັບພະຄຸນເຊັ່ນດຽວກັນ. ຖ້າຫາກ ທ່ານມີອາການ ຫຼື ບັນຫາທີ່ຮ້າຍແຮງ ຄວນສຶກສາເຖິງລາຍລະອຽດເພີ່ມເຕີມ ຫຼື ປຶກສານຳແພດໝໍທີ່ຊ່ຽວສານເພື່ອຄວາມປອດໄພ

ການປະກອບສ່ວນ