ນ້ຳດອກອັນຊັນ

Andy Souvanhphukdee
ນ້ຳອັນຊັນ ນ້ຳດື່ມສະໝຸນໄພດ້ວຍຊັບພະຄຸນຈາກດອກອັນຊັນ ມີສ່ວນຊ່ວຍຕໍ່ຕ້ານອານຸມູນອິດສະຫຼະໃນຮ່າງກາຍ, ສ່ວນເສີມສ້າງພູມຕ້ານທານໃນຮ່າງກາຍ, ປ້ອງກັນເສັ້ນເລືອດໃນສະໝອງຕີບ, ຊ່ວຍຮັກສາຜົມຫຼົ່ນ ເປັນຕົ້ນ
ເຮືອນຄົວລາວ
https://www.facebook.com/1375863409354981/photos/a.1390562717885050/1411938232414165/?type=1&theater
Morninglory khae

ສ່ວນປະສົມ

  • ກີບດອກອັນຊັນມ່ວງ 1 ຖ້ວຍ
  • ນ້ຳຕານ ½ ຖ້ວຍ
  • ນ້ຳສະອາດ 2 ຖ້ວຍ
  • ນ້ຳໝາກນາວ 1 ບ່ວງແກງ

ວິທີປຸງແຕ່ງ

  1. ລ້າງກີບດອກອັນຊັນໃຫ້ສະອາດ
  2. ນຳມາໃສ່ເຄື່ອງປັ່ນ ພ້ອມນ້ຳໜ້ອຍໜຶ່ງ ແລ້ວຄັ້ນນ້ຳອອກໃຫ້ໝົດ
  3. ຕອງ ແລ້ວເທໃສ່ໝໍ້ ຕົ້ມພໍເດືອດແລ້ວໃສ່ໝາກນາວ, ນ້ຳຕານ
  4. ຊິມ ແລະ ເພີ່ມລົດຊາດຕາມຕ້ອງການ
  5. ສຸດທ້າຍຈະໄດ້ນ້ຳດອກອັນຊັນສີມ່ວງ ໜ້າຮັບປະທານ, ເກັບໄວ້ໃນຕູ້ເຢັນເພື່ອຮັບປະທານຄັ້ງຕໍ່ໄປ

ຊັບພະຄຸນດອກອັນຊັນ

  • ດອກອັນຊັນມີສ່ວນຊ່ວຍຕໍ່ຕ້ານອານຸມູນອິດສະຫຼະໃນຮ່າງກາຍ,
  • ຊ່ວຍເສີມສ້າງພູມຕ້ານທານໃນຮ່າງກາຍ ແລະ ເພີ່ມພະລັງງານໃນຮ່າງກາຍ
  • ຊ່ວຍໃນການສະລໍໄວ ແລະ ຮອຍຫ່ຽວແຫ້ງໄວ.
  • ຊ່ວຍໃນການບຳລຸງສະໜອງເພີ່ມການໄຫລວຽນເລືອດ
  • ມີລິດໃນການລະລາຍລິ້ມເລືອດ, ຊ່ວຍປ້ອງກັນເສັ້ນເລືອດໃນສະໜອງຕີບ, ຊ່ວຍຮັກສາຜົມລົ້ນ, ໃຊ້ແກ້ອາການຟອກຊໍ້າ
  • ມີການນຳໃຊ້ດອກເພື່ອເປັນອາຫານ
    ຊັບພະຄຸນເພີ່ມເຕີມ ພາເຂົ້າລາວ 

ວິທີປຸງແຕ່ງນ້ຳດອກອັນຊັນ ປຶ້ມນ້ຳສະໝຸນໄພ

ການປະກອບສ່ວນ