ອ່ອມໃບຂີ້ເຫຼັກໃສ່ໜັງ

Andy Souvanhphukdee
ໃບຂີ້ເຫຼັກສະມຸນໄພພື້ນບ້ານ ສາມາດນຳມາປຸງແຕ່ງເປັນອານຫາຮັບປະທານໄດ້ຕາມຮ້ານອາຫານໃນລາວ ຫຼື ຈະປຸງແຕ່ງຮັບປະທານເອງກໍ່ ໄດ້ເຊັ່ນດຽວກັນ
ເຮືອນຄົວລາວ
https://www.youtube.com/watch?v=htKD_430M3E
Darly J

ສ່ວນປະສົມ

  • ໃບຂີ້ເຫຼັກ 1ຊາມນ້ອຍ
  • ໜັງຕົ້ມຊອຍ 1ຖ້ວຍນ້ອຍ
  • ເກືອ 1 ບ່ວງຊາ
  • ປາແດກ ½ ບ່ວງຊາ
  • ຄະນໍ 1 ບ່ວງຊາ
  • ຫອມບົ່ວໃບ 5 ຕົ້ນ
  • ໝາກເຜັດ 7-8 ໜ່ວຍ
  • ຫົວສີໄຄ 2 ຫົວ
  • ໃບຢານາງ 8-10 ໃບ
  • ຜັກທຽມ 3-4 ກີບ
  • ຫົວຜັກບົ່ວ 2-3 ຫົວ
  • ຜັກຊີ 2-3 ຕົ້ນ
  • ເຂົ້າເບືອ 2 ບ່ວງແກງ

ວິທີປຸງແຕ່ງ

  • ນຳໃບຂີເຫຼັກມາຕົ້ມໃຫ້ຈືດ ໃຊ້ເວລາປະມານ 15-20 ນາທີ ແລ້ວເທນ້ຳອອກ, ຕົ້ມແບບນີ້ 2-3 ເທື່ອຈົນກ່ວາໃບຂີ້ເຫຼັກຈະຈືດ. ຊອຍໃບຂີ້ເຫຼັກ ເພື່ອນຳມາຕຳ
  • ນຳໃບຢານາງມາບົດ ດ້ວຍເຄື່ອງປັ່ນ
  • ຊອຍ ແລະ ຕຳ ໝາກເຜັດ, ກະທຽມ, ຫົວສີໄຄ, ຫົວຜັກບົ່ວ ໃຫ້ມຸ່ນ
  • ຄ້າງໝໍ້ໃສ່ນ້ຳຢານາງ, ຕາມດ້ວຍເຂົ້າເບືອ, ເຄື່ອງຕຳ, ຄະນໍ, ເກືອ ແລະ ປາແດກ
  • ລໍຖ້າໃຫ້ໝໍ້ົຟົດ ແລ້ວໃສ່ໜັງ ແລະ ໃບຂີເຫຼັກ, ອ່ອມປະໄວ້ ປະມານ 20 ນາທີ
  • ຊອຍຫອມບົ່ວໃບ ແລະ ຜັກຊີ ໃສ່ໝໍ້
  • ຊິມ ແລະ ເພີ່ມລົດຊາດຕາມຕ້ອງການ
  • ຕັກໃສ່ຖ້ວຍພ້ອມຮັບປະທານ

ຄຳແນະນຳ

  • ສາມາດໃສ່ຊີ້ນໝູ ຫຼື ງົວ ແທນໜັງໄດ້ຕາມຕ້ອງການ
  • ໃສ່ໄຂ່ມົດສົ້ມ ເປັນສ່ວນປະສົມເພີ່ມເຕີມ

ວີດີໂອເແນະນຳ Cooking with Ning

ການປະກອບສ່ວນ