ສີ່ງທີ່ຄວນຮູ້ກ່ອນບໍລິໂພກແມງໄມ້ທອດ

Bouavone
ເຖິງແມ່ນວ່າແມງໄມ້ທອດຈະໃຫ້ໂປຣຕີນ (Protein) ສູງກໍຕາມ ແຕ່ສະພາບຮ່າງກາຍຂອງຄົນເຮົາມີທາດທີ່ແຕກຕ່າງກັນ, ທ່ານຄວນຮູ້ກ່ອນຮັບປະທານ
ຊີວະນາໆພັນກະສິກຳ
phakhaolao.la
www.phakhaolao.la
  1. ຜູ້ທີ່ເປັນພະຍາດພູມແພ້ ແລະ ເປັນຫອບຫືດ ເມື່ອຮັບປະທານແມງໄມ້ທອດອາດເຮັດໃຫ້ເກີດອາການພູມແພ້ ຫຼື ຫອບຫືດຮ້າຍແຮງ ຫຼື ອາດເຮັດໃຫ້ເສຍຊີວິດໄດ້.
  2. ຜູ້ທີ່ມີບັນຫາເລື່ອງກະດູກ ແລະ ແມ່ຍິງຖືພາ ເພາະອັນຕະລາຍຈາກການກິນເຮັດໃຫ້ການເຮັດວຽກຂອງໄຄຕິນ ແລະ ໄຄໂທຊານຕໍ່ກັບການດູດຊືມແຄວຊຽມ ຈົນອາດທໍາລາຍກະດູກ ຫຼື ອາດກໍ່ໃຫ້ເກີດຄວາມຜິດປົກກະຕິຂອງການຈະເລີນເຕີບໂຕ ຂອງເດັກນ້ອຍໃນທ້ອງ.
  3. ຜູ້ທີ່ມີພາວະໄຂມັນສູງ  ເພາະແມງໄມ້ທອດອຸດົມໄປດ້ວຍ ພະລັງງານສູງ ໄຂມັນຈາກນໍ້າມັນທີ່ທອດກໍ່ສູງ ຫາກກິນໃນປະລິມານທີ່ຫຼາຍ ຫຼື ກິນເປັນອາຫານຫວ່າງ, ເປັນຂອງແກ້ມ,ອາດຈະກໍານົດປະລິມານການກິນທີ່ບໍ່ຖືກຕ້ອງຈົນເປັນສາເຫດສ່ຽງຕໍ່ການເກີດພະຍາດໄຂມັນອຸດຕັນເສັ້ນເລືອດ.
  4. ຜູ້ທີ່ເປັນພະຍາດໝາກໄຂ່ຫຼັງ ເພາະສ່ວນປະສົມທີ່ໃຊ້ເພື່ອເພີ່ມລົດຊາດຂອງແມງໄມ້ທອດນັ້ນອາດຈະມີໂຊດຽມ (sodium) ສູງ ສະນັ້ນຜູ້ທີ່ເປັນພະຍາດໝາກໄຂ່ຫຼັງຈຶ່ງບໍ່ເໝາະທີ່ຈະຮັບປະທານ.
ການປະກອບສ່ວນ