ໜອນໄໝມ້ອນ / Silkworm

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Bombyx mori (Linnaeus, 1758) / Bombycidae
ຊື່ພ້ອງ
Phalaena mori Linnaeus, 1758
Bombyx arracanensis Moore & Hutton, 1862
Bombyx brunnea Grünberg, 1911
Bombyx croesi Moore & Hutton, 1862
Bombyx fortunatus Moore & Hutton, 1862
Bombyx meridionalis Wood-Mason, 1886
Bombyx sinensis Moore & Hutton, 1862
Bombyx textor Moore & Hutton, 1862
ຊື່ອື່ນ
Domestic Silk Moth
ພັນລະນາລັກສະນະສັນຖານ

ໄລຍະເປັນໂຕດັກແດ້ຂອງແມງກະເບື້ອ ເຊິ່ງໂຕເຕັມໄວມີຂະໜາດກາງປິກປະມານ 3 ຊມ, ໂຕສີຄີມປົນສີເທົາ, ລຳໂຕອວບ, ບີນບໍ່ໄດ້, ບໍ່ກິນອາຫານໃນໄລຍະໂຕເຕັມໄວ, ມີອາຍຸປະມານ 2-4 ວັນ, ຫຼັງຈາກນັ້ນຈະວາງໄຂ່ປະມານ 300-500 ໜ່ວຍ ແລ້ວກໍ່ຕາຍໄປ, ໄຂ່ຟັກເປັນໂຕໃຊ້ໄລຍະເວລາປະມານ 10 ວັນ, ຈາກນັ້ນເປັນໂຕໜອນກິນໃບມອນເປັນອາຫານ ດັກແດ້ໄໝຈະລອກຄາບປະມານ 4 ຄັ້ງ ຈາກນັ້ນເຂົ້າສູ່ໄລຍະດັກແດ້ ເມື່ອສາວໃໝອອກແລ້ວຈື່ງນຳເອົາໂຕດັກແດ້ມາຮັບປະທານເປັນອາຫານ. ດັກແດ້ໄໝມີຂາ ແລະ ປິກ ເຄື່ອນທີ່ບໍ່ໄດ້ ຈະຕິດເປັນເນື້ອດຽວກັບໂຕ ມີຊ່ອງໃຫ້ອາກາດເຂົ້າອອກຢູ່ທີ່ຊ່ວງເອິກ ແລະ ຊ່ວງທ້ອງ, ໂຕອວບມີສີເຫຼືອງ, ດັກແດ້ໄໝຈະສ້າງປອກຫຸ້ມເຊິ່ງມີເສັ້ນໃຍພັນຢູ່ໂດຍອ້ອມໂຕ ຂະໜາດຂອງລຳໂຕຍາວ 20-25 ຊມ. 

ບັນຍາຍການນຳໃຊ້

ເມື່ອຕົ້ມ ແລະ ສາວເອົາໄໝແລ້ວຈະເຫຼືອແຕ່ດັກແດ້ ເຊິ່ງພົບວ່າດັກແດ້ມີລັກສະນະອວບ ແລະ ມີໄຂມັນຢູ່ຫຼາຍ ນິຍົມນຳມາປະກອບອາຫານໄດ້ຫຼາຍລາຍການເຊັ່ນ: ທອດ, ໝົກ, ປົ່ນ, ຫນື້ງ ແລະ ເອາະ.... ເສັ້ນໃຍໄໝທີ່ໄດ້ຈາກລອກຈະນຳໄປຜະລິດເປັນແຜ່ນຜ້າທີ່ມີຄວາມສວຍງາມ ແລະ ລາຄາແພງສົມຄວນ.

ການສຶບພັນ ແລະ ວົງຈອນຊີວິດ

ດັກແດ້ໄໝທີ່ຈະເລີນເຕິບໂຕເປັນແມງກະເບື້ອທີ່ສົມບູນແບບ ເຊິ່ງມີອາຍຸປະມານ 42-55 ວັນ, ສາມາດແບ່ງເປັນ 3 ໄລຍະດັ່ງນີ້:

- ໄລຍະທີ່ເປັນໄຂ່ (eggs) ແບ່ງເປັນ 2 ປະເພດຄື ໄຂ່ໄໝທີ່ພັກໂຕ (hibernating eggs) ແລະ ໄຂ່ໜອນທີ່ບໍ່ພັກໂຕ (non–hibernating eggs) ໄຂ່ທີ່ຜ່ານການພັກໂຕແລ້ວຈະຟັກອອກເປັນໂຕພາຍໃນ 11-12 ວັນ, ສ່ວນໄຂ່ທີ່ບໍ່ພັກໂຕຈະຟັກເປັນໄຂ່ພາຍໃນ 10-11 ວັນ. 

- ໄລຍະໂຕອ່ອນ (larvae) ມີອາຍຸປະມານ 19-25 ວັນ, ໜອນທີ່ຟັກອອກຈາກໄຂ່ໃໝ່ໆຈະເປັນສີດຳຍາວປະມານ 3 ມມ, ນ້ຳໜັກປະມານ 0.45 ມກ, ໃນໄລຍະການຈະເລີນເຕິບໂຕປົກກະຕິຈະມີການລອກຄາບທັ້ງໝົດ 4 ຄັ້ງ, ໜອນທີ່ໃຫຍ່ເຕັມທີ່ຈະມີນ້ຳໜັກປະມານ 10,000 ເທົ່າຂອງນ້ຳໜັກທີ່ເກີດໃໝ່, ເມື່ອໜອນໃຫຍ່ເຕັມທີ່ພ້ອມຈະສ້າງ ໂຕຈະເປັນສີເຫຼືອງ, ໂງກຫົວໄປມາເພື່ອປ່ອຍເສັ້ນໄໝອອກມາເຮັດລ໋ອກ ເຊິ່ງໃຊ້ເວລາຢູ່ 2-3 ວັນ, ໃນການປ່ອຍເສັ້ນໃຍ ແລະ ປ່ຽນເປັນດັກແດ້.

- ໄລຍະດັກແດ້ (pupae) ໃຊ້ເວລາປະມານ 10-13 ວັນ, ຈະລອກຄາບເປັນໂຕເຕັມໄວ ເປັນແມງກະເບື້ອນັ້ນເອງ.

- ໄລຍະໂຕເຕັມໄວ (moth) ປົກກະຕິອາຍຸປະມານ 7-10 ວັນ ມັນຈະປະສົມພັນ ແລະ ວາງໄຂ່ສືບສາຍພັນຕໍ່ໄປ.

ພານຸວັນ ແລະ ນົບພະສິດ

 

ການປະກອບສ່ວນ