ຂົ້ວລວມມິດແມງໄມ້

Andy Souvanphakdy
ແມງໄມ້ ໜຶ່ງໃນສິ່ງມີຊີວິດທີ່ມີຄວາມຫຼາກຫຼາຍ ເຊິ່ງມີໂຫຍດຫຼາຍຢ່າງ ບາງຊະນິດກໍສາມາດນຳມາປະກອບອາຫານໄດ້ອີກດ້ວຍ ບໍວ່າຈະເປັນແຈ່ວ ຫຼື ຂົ້ວ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບ

  • ແມງມັນ, ຈີ່ນູນ, ຕັກກະແຕນ, ຈີ່ນາຍ, ຈັກຈັ່ນ, ຈິງຫຼີດ
  • ໃບຂີ້ຫູດ
  • ນໍ້າມັນພືດ
  • ເກືອ
phakhaolao.la

 

 

ວິທີປຸງແຕ່ງ

  1. ນຳແມງໄມ້ທັງໝົດມາລ້າງ ແລະ ທຳຄວາມສະອາດໃຫ້ດີ
  2. ຄ້າງໝໍ້ໃສ່ນໍ້າມັນໃຫ້ຮ້ອນ ແລ້ວໃສ່ແມງໄມ້ລົງໄປ ຕາມດ້ວຍເກືອ ແລະ ໃບຂີ້ຫູດ, ຂົ້ວປະມານ 5-7 ນາທີ ຫຼື ຈົນກວ່າແມງໄມ້ຈະສຸກ
  3. ປະໄວ້ໃຫ້ເຢັນ ຫຼື ຈະຮັບປະທານຕອນອຸ່ນໆ ກໍແຊບດີ
phakhaolao.la

 

 

ໝາຍເຫດ

ແມງໄມ້ບໍ່ສາມາດກິນໄດ້ທຸກຊະນິດ ຄວນເລືອກຮັບປະທານໃຫ້ດີ

ຖ້າຫາກທ່ານມີອາການແພ້ ບໍ່ຄວນຮັບປະທານ

ການປະກອບສ່ວນ