ສະມຸນໄພສຳລັບແມ່ຍິງ

Andy Souvanhphukdee
ພືດແຕ່ລະຊະນິດຈະມີຄຸນປະໂຫຍດ ແລະ ສັບພະຄຸນທີ່ຫຼາກຫຼາຍຫາກຮຽນຮູ້ ຫຼື ຈະສຶກສາ ແລະ ນຳໃຊ້ໃຫ້ຖືກວິທີ
ຊີວະນາໆພັນກະສິກຳ
phakhaolao. la

ເພື່ອຮັກສາ ແລະ ດູແລຕົນເອງໃຫ້ມີສຸຂະພາບທີ່ດີສຳຫຼັບແມ່ຍິງ

  • ນຽມນົກເຂົາ / Salomonia: ຮາກນໍາມາປະສົມນໍ້າອ້ອຍ, ຕົ້ມນໍ້າດື່ມເປັນຢາບໍາລຸງເລືອດ
  • ຫຍ້າແພດ / Bermuda grass: ທັງຕົ້ນນໍາໄປຕົ້ມກັບນໍ້າກິນເປັນຢາແກ້ປະຈໍາເດືອນມາຫຼາຍກວ່າປົກກະຕິຂອງແມ່ຍິງ.
  • ປອມບີກະທິງ / Vietnamese Ginseng:ໃຊ້ເປັນຢາບຳລຸງເລືອດ ເພື່ອໃຫ້ໄຫຼວຽນປົກກະຕິ ແລະ ບຳລຸງຮ່າງກາຍໃຫ້ມີສຸຂະພາບທີ່ແຂງແຮງ
  • ກ້ານກາມນໍ້າ / Sea holly: ທັງຕົ້ນຊ່ວຍແກ້ປະຈໍາເດືອນບໍ່ປົກກະຕິຂອງແມ່ຍິງ, ດ້ວຍການໃຊ້ທັງຕົ້ນນໍາມາຕົ້ມນໍາມາຕໍາປະສົມກັບນໍ້າເຜິ້ງ ແລະ ນໍ້າມັນງາ
  • ເອື້ອງນາ / Crape ginger: ເຫງົ້າໃຊ້ຕົ້ມກັບນໍ້າດື່ມເປັນຢາຊ່ວຍບໍາລຸງມົດລູກ.
  • ຕົ້ນຝາງ / Barbados Pride: ຮາກໃຊ້ປຸງເປັນຢາຂັບປະຈໍາເດືອນຂອງແມ່ຍິງ.
  • ເຄືອສະມັ່ງ / Rangoon Creeper: ແກ່ນຊ່ວຍແກ້ອາການຕົກຂາວຂອງແມ່ຍິງ.
  • ເພັດສັງຂາດ / Veldt-grape: ນໍ້າຈາກຕົ້ນໃຊ້ຢອດດັງ ແກ້ເລືອດເສຍໃນແມ່ຍິງທີ່ປະຈໍາເດືອນບໍ່ປົກກະຕິ.
  • ກາງຂອງ / Cork tree: ດອກຊ່ວຍບໍາລຸງເລືອດ.
phakhaolao.la
ນຽມນົກເຂົາ / Salomonia

 

phakhaolao.la
ຫຍ້າແພດ / Bermuda grass
phakhaolao.la
ປອມບີກະທິງ / Vietnamese Ginseng
phakhaolao.la
ກ້ານກາມນໍ້າ / Sea holly
phakhaolao.la
ເອື້ອງນາ / Crape ginger
phakhaolao.la
ຕົ້ນຝາງ / Barbados Pride
 
phakhaolao.la
ເຄືອສະມັ່ງ / Rangoon Creeper
phakhaolao.la
ເພັດສັງຂາດ / Veldt-grape
phkhaolao.la
ກາງຂອງ / Cork tree

 

ການປະກອບສ່ວນ