ຕົ້ນຝາງ / Barbados Pride

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Caesalpinia pulcherrima (L.) Sw. / Leguminosae
ຊື່ພ້ອງ
Caesalpinia pulcherrima var. flava Bailey & Rehder
Poinciana bijuga Lour.
Poinciana bijuga Burm. f.
Poinciana elata Lour.
Poinciana pulcherrima L.
ຊື່ອື່ນ
Thai: ຫາງນົກຢູງໄທ
Eng: Barbados Pride, Dwarf poinciana, Flower fence, Paradise Flower, Peacock's crest, Pride of Barbados
ບັນຍາຍລັກສະນະພືດສາດ

ຕົ້ນຝາງຈັດເປັນໄມ້ຟຸ່ມ, ມີຄວາມສູງ 1-2.5 ມ, ແຕກກິ່ງກ້ານຫຼາຍສາຂາ, ມີລໍາຕົ້ນຂະໜາດນ້ອຍ, ກິ່ງອ່ອນເປັນສີຂຽວ, ສ່ວນກິ່ງທີ່ແກ່ຈະເປັນສີນໍ້າຕານເຂັ້ມຕາມກິ່ງກ້ານຈະມີໜາມ, ຂະຫຍາຍພັນດ້ວຍວິທີການຕອນກິ່ງ ແລະ ເພາະແກ່ນ. ໃບເປັນໃບປະສົມແບບຂົນນົກສອງຊັ້ນ, ມີລັກສະນະເປັນແຜງໆອອກລຽງສະລັບກັນ, ໃບຍ່ອຍມີ 6-12 ຄູ່, ລັກສະນະຂອງໃບຍ່ອຍເປັນຮູບຂອບຂະໜານ ຫຼື ຮູບໄຂ່ກັບ, ປາຍໃບມົນ, ໃບກວ້າງ 0.6-1 ຊມ ແລະ ຍາວ 1-2.5 ຊມ. ອອກດອກເປັນຊໍ່, ໂດຍຈະອອກບໍລິເວນປາຍກິ່ງ, ງ່າມໃບ ຫຼື ປາຍຍອດ, ດອກຍ່ອຍຈະມີຈໍານວນຫຼາຍ, ດອກມີຫຼາຍສີແຍກໄປຕາມສາຍພັນມີສີສົ້ມ, ສີແດງປົນຂາວ, ສີເຫຼືອງ, ສີບົວ, ມີກີບດອກຢູ່ 5 ກີບ, ຂອບກີບດອກບໍ່ເທົ່າກັນ, ຂອບກີບດອກເປັນສີເຫຼືອງ. ອອກໝາກເປັນຝັກແປ, ຝັກມີຂະໜາດກວ້າງ 1.5-2 ຊມ ແລະ ຍາວ 10-12 ຊມ, ເມື່ອໝາກແກ່ແລ້ວຈະແຕກອອກ, ພາຍໃນໝາກຈະມີແກ່ນ 8-10 ແກ່ນ.

ບັນຍາຍການນຳໃຊ້

ປະໂຫຍດ:
   - ແກ່ນຂອງໝາກຝາງສາມາດຮັບປະທານໄດ້.
   - ນິຍົມປູກເປັນໄມ້ປະດັບເພາະມີດອກທີ່ສວຍງາມ.
   - ໃນຄວາມສໍາຄັນທາງດ້ານເສດຖະກິດສາມາດປູກເພື່ອຈໍາໜ່າຍຕົ້ນກ້າເພື່ອເປັນໄມ້ປະດັບ.
ສັບພະຄຸນ:
   - ດອກສີເຫຼືອງສາມາດນໍາມາຕົ້ມກັບນໍ້າແລ້ວໃຊ້ອົມເພື່ອບັນເທົາອາການເຈັບແຂ້ວໄດ້.
   - ຮາກນໍາມາຕົ້ມ ຫຼື ຝົນເປັນຢາແກ້ບັນນະໂລກໃນໄລຍະທີ່ສາມ.
   - ແກ່ນມີສັບພະຄຸນເປັນຢາຖ່າຍພະຍາດ.
   - ຮາກໃຊ້ປຸງເປັນຢາຂັບປະຈໍາເດືອນຂອງແມ່ຍິງ.
   - ຮາກມີສັບພະຄຸນເປັນຢາແກ້ບວມ.

ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
   1) ຂັບໂລຫິດຣະດູ ຫຼື ຂັບປະຈໍາເດືອນ ໂດຍໃຊ້ຮາກສົດ ຫຼື ແຫ້ງ 10-15 ກຼາມ, ຕົ້ມໃນນໍ້າເດືອດ 500 ຊີຊີ ແລ້ວກອງເອົານໍ້າດື່ມມື້ລະ 2-3 ຄັ້ງ.

ການປະກອບສ່ວນ