ນຽມນົກເຂົາ / Salomonia

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Salomonia cantoniensis Lour. / Polygalaceae
ຊື່ພ້ອງ
Salomonia cantoniensis var. cantoniensis
Salomonia cantoniensis var. edentula (DC.) Gagnep.
Salomonia edentula DC.
ຊື່ອື່ນ
Thai: ນຽມນົກເຂົາ, ໝາກດິບນໍ້າຄ້າງ
Eng: Salomonia
Chinese: 齒果草, 莎蘿莽
ບັນຍາຍລັກສະນະພືດສາດ

ຕົ້ນນຽມນົກເຂົາຈັດເປັນພືດລົ້ມລຸກ, ລໍາຕົ້ນສູງ 20-30 ຊັງຕິແມັດ, ລໍາຕົ້ນເປັນຫຼ່ຽມ. ໃບເປັນໃບດ່ຽວອອກລຽງສະລັບກັນ, ໃບຍາວ 15-25 ຊັງຕິແມັດ ແລະ ກວ້າງ 8-16 ຊັງຕິແມັດ, ໃບມີລັກສະນະເປັນຮູບໄຂ່ກວ້າງ, ໂຄນຮູບຕັດ ຫຼື ເປັນຮູບຫົວໃຈ, ປາຍໃບແຫຼມ ແລະ ມີຕິ່ງໜາມ, ຂອບລຽບ, ຜິວທັງສອງດ້ານເກືອບກ້ຽງ. ດອກອອກເປັນຊໍ່ແບບຮ່ວງເຂົ້າ, ຍາວປະມານ 10 ຊັງຕິແມັດ, ດອກຈະອອກຕາມງ່າມໃບ ແລະ ປາຍກິ່ງ, ກາບດອກມີ 5 ກາບ, ແຍກກັນມີ 2 ຊັ້ນ, ກີບປີກມີ 2 ກີບຄ້າຍຄືກີບດອກ, ກີບດອກມີ 5 ກີບເຊື່ອມກັນຢູ່ຖານຄ້າຍຄືດອກຖົ່ວ. ໝາກເປັນແບບແຫ້ງແຕກ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
   -    ຮາກມີກິ່ນຫອມສາມາດປຸງເປັນເຄື່ອງຫອມໄດ້.
   -    ຮາກນໍາມາປະສົມນໍ້າອອຍແດງຕົ້ມນໍ້າດື່ມເປັນຢາບໍາລຸງເລືອດ.

ການປະກອບສ່ວນ